ການຊ່ວຍເຫຼືອລ້າທາງດ້ານກົດໝາຍຜ່ານລະບົບດີຈີຕອລ ຈະຊ່ວຍໃຫ້ປະຊາຊົນສາມາດເຂົ້າເຖິງການຊ່ວຍເຫຼືອທາງກົດໝາຍໄດ້ທົ່ວເຖິງຫຼາຍຂື້ນ

1124

ແຫຼ່ງຂ່າວພາສາລາວ ອ້າງອີງຈາກ ໜັງສືພິມກົດໝາຍ: https://bit.ly/3kzSCeH


ທ່ານ ບຸນທາ ຊົງເຢີທ່າວ ໃຫ້ຮູ້ວ່າ ເວັບໄຊການຊ່ວຍເຫຼືອທາງດ້ານກົດໝາຍທີ່ພັດທະນາຂຶ້ນ ແມ່ນເພື່ອສ້າງເງື່ອນໄຂການເຂົ້າເຖິງການບໍລິການທາງດ້ານກົດໝາຍຂອງປະຊາຊົນ ແລະ ເປັນການພັດທະນາດີຈີຕອນ ໃນ ສປປ ລາວ. ໃນໄລຍະໜື່ງປີ ທີ່ມີການພັດທະນາເວັບໄຊການຊ່ວຍເຫຼືອທາງດ້ານກົດໝາຍ ຂອງ ສປປ ລາວ.  ເວັບໄຊການຊ່ວຍເຫຼືອດັ່ງກ່າວກໍໄດ້ສ້າງສໍາເລັດ, ເປີດໃຫ້ການບໍລິການ ແລະ ໃຫ້ຄໍາປຶກສາທາງດ້ານກົດໝາຍແກ່ປະຊາຊົນ ໂດຍສະເພາະ ແມ່ນກຸ່ມຄົນທີ່ມີຄວາມສ່ຽງ ແລະ ປະຊາຊົນທີ່ຢູ່ເຂດຫ່າງໄກຊອກຫຼີກໃນຂອບເຂດທົ່ວປະເທດ.  ການຊ່ວຍເຫຼືອທາງດ້ານກົດໝາຍແນໃສ່ ເພີ່ມຊ່ອງທາງການເຂົ້າເຖິງການຊ່ວຍເຫຼືອທາງດ້ານກົດໝາຍ ໂດຍການໃຫ້ການບໍລິການຂອງຫ້ອງການໃຫ້ການຊ່ວຍເຫຼືອທາງດ້ານກົດໝາຍຂອງກະຊວງຍຸຕິທໍາ ແລະ ພະແນກຍຸຕິທໍາບັນດາແຂວງທົ່ວປະເທດ. ການຊ່ວຍເຫຼືອທາງດ້ານກົດໝາຍໃນຮູບແບບດີຈີຕອນໄດ້ສ້າງຂຶ້ນ ໃຫ້ມີລັກສະນະສະດວກແກ່ຜູ້ນໍາໃຊ້ ດ້ວຍການສະໜອງວິທິການນໍາໃຊ້ໃຫ້ຜູ້ໃຊ້ບໍລິການ ແລະ ຜູ້ໃຫ້ບໍລິການ ລວມທັງວິດິໂອການນໍາສະເໜີຂັ້ນຕອນຂອງການເຂົ້າເຖິງ ແລະ ທາງເລືອກໃນການຂໍຄວາມຊ່ວຍເຫຼືອທາງດ້ານກົດໝາຍ. ສໍາລັບຜູ້ນໍາໃຊ້ ຈະໄດ້ຮັບຂໍ້ມູນກ່ຽວກັບ ການບໍລິການການຊ່ວຍເຫຼືອທາງດ້ານກົດໝາຍ, ຂໍ້ມູນຕິດຕໍ່ຂອງຫ້ອງການໃຫ້ການຊ່ວຍເຫຼືອ ແລະ ສາມາດຮ້ອງຂໍການຊ່ວຍເຫຼືອທາງກົດໝາຍຜ່ານອອນລາຍໄດ້ ແລະ ພ້ອມທັງຮັບຄໍາປຶກສາໃນແບບໂຕຕອບກັນຜ່ານທາງອອນລາຍໃນຮູບແບບການແຊັດ.

ທ່ານ ນາງ ສົມມະນີ ສີຫາເທບ ຜູ້ຮັບຜິດຊອບແຜນງານ ພະແນກການປົກຄອງ, ອົງການສະຫະປະຊາຊາດເພື່ອການພັດທະນາ ໄດ້ສະເໜີ ທິດທາງຂອງສາກົນ ແລະ ຄວາມສຳຄັນຂອງການຊ່ວຍເຫຼືອທາງດ້ານກົດໝາຍຜ່ານຮູບແບບດີຈີຕອນ ແລະ ທ່ານ ນາງ ລົດຈະນາ ເຂັມທອງ ໄດ້ສະເໜີຄວາມເປັນມາໃນການສ້າງເວັບໄຊຊ່ວຍເຫຼືອລ້າຜ່ານດີຈີຕອນຢູ່ໃນ ສປປ ລາວ, ສະເໜີແຜນໃນການເຜີຍແຜ່ ແລະ ສ້າງຄວາມຮັບຮູ້ໃນສັງຄົມກ່ຽວກັບເວັບໄຊຊ່ວຍເຫຼືອລ້າທາງດ້ານກົດໝາຍຜ່ານຮູບແບບດີຈີຕອນ.

ທ່ານສາມາດເຂົ້າເຖິງການຊ່ວຍເຫຼືອທາງດ້ານກົດໝາຍຜ່ານທາງອອນໄລນີ້ໄດ້ທີ່ເວັບໄຊ: https://legal-aid.moj.gov.la/.

*ອ່ານບົດຂ່າວນີ້ເພີ່ມເຕີມທີ່ ເວັບໄຊ້ຂອງ UN Laos