ຂ່າວເດັ່ນ ກ່ຽວກັບທີ່ດິນ ແລະ ຊັບພະຍາກອນທໍາມະຊາດໃນລາວ ປະຈໍາປີ 2022

929

ໂດຍ LIWG Admin

ໃນຕະຫຼອດປີ 2022 ທີ່ຜ່ານມາ ມີຫຼາກຫຼາຍເລື່ອງລາວທີ່ເກີດຂື້ນ ເຊິ່ງການລະບາດທີ່ແກ່ຍາວຂອງພະຍາດໂຄວິດ-19 ໃນທົ່ວປະເທດລາວ ແລະ ທົ່ວໂລກ ໄດ້ສົ່ງຜົນກະທົບໃຫ້ມີເຫດການຕ່າງໆ ເຊັ່ນ: ອັດຕາເງິນເຟີ້, ການຂາດແຄນນ້ຳມັນ, ໂລກລະບາດຕາມລະດູການ ແລະ ອື່ນໆ. ເຖິງຢ່າງໃດກໍ່ຕາມ ກໍ່ມີຫຼາຍເຫດການ ແລະ ຂ່ານສານກ່ຽວກັບປະເດັນທີ່ດິນ ແລະ ຊັບພະຍາກອນທໍາມະຊາດ ທີ່ໜ້າຈັບຕາເບິິ່ງໃນລາວ ໃນຕະຫຼອດປີທີ່ຜ່ານມາ ໂດຍສະເພາະບັນດາໂຄງການລົງທຶນ ແລະ ສໍາປະທານທີ່ດິນ ເພື່ອການພັດທະນາຫຼາຍໂຄງການ.  

ເພື່ອເປັນການຍ້ອນເບິ່ງຄືນ ເລື່ອງລາວຂ່າວສານຕ່າງໆທີ່ຕິດພັນກັບປະເດັນທີ່ດິນ ແລະ ຊັບພະຍາກອນທໍາມະຊາດໃນບ້ານເຮົາທີ່ເກີດຂື້ນ ໃນໄລຍະປີ 2022 ທີ່ຜ່ານມາ ພວກເຮົາຈຶ່ງໄດ້ສະຫຼຸບເອົາ 15 ຂ່າວ ທີ່ທາງພວກເຮົາເຫັນວ່າ  ເປັນເລື່ອງ ຫຼື ເຫດການທີ່ເດັ່ນ ເຊິ່ງອາດເປັນສິ່ງເກີດຂື້ນຕໍ່ເນື່ອງມາໃນປີກ່ອນໆ ແລະ ຍັງເຫັນວ່າ ຍັງມີຫຼາຍບັນຫາທີ່ຍັັງບໍ່ທັນໄດ້ຮັບການແກ້ໄຂ ແລະ ຍັງເປັນຄໍາຖາມ ເຊິ່ງຕ້ອງເບິ່ງວ່າໃນປີ 2022 ຈະມີການປ່ຽນແປງ ຫຼື ຄວາມຄືບໜ້າອັນໃດແດ່ ທີ່ຕິດພັນ ກັັບເລື່ອງທີ່ດິນ ແລະ ການດໍາລົງຊີວິດ.

1. ປະຊາຊົນ ຢູ່ ແຂວງ ອຸດົມໄຊ ປະຕິເສດຄ່າຊົດເຊີຍ ສຳລັບການສູນເສຍທີ່ດິນ ໃນການສ້າງ “ເມືອງທັນສະໄໝ”

ປະຊາຊົນ ຢູ່ ແຂວງອຸດົມໄຊ ປະຕິເສດ ຂໍ້ສະເໜີ ຂອງລັດຖະບານ ໃນການຊົດເຊີຍທີ່ດິນປູກຝັງ ຂອງເຂົາເຈົ້າທີ່ໃຫ້ ບໍລິສັດສັນຊາດໄທເຊົ່າ ເພື່ອສ້າງ “ເມືອງທັນສະໄໝ” ໃນພື້ນທີ່, ໂດຍກ່າວວ່າ ຄ່າຊົດເຊີຍນັ້ນໜ້ອຍເກີນໄປ ເພື່ອໃຫ້ປະຊາຊົນຍົກຍ້າຍ. ໃນວັນທີ 25 ສິງຫາ ທີ່ຜ່ານມາ, ລັດຖະບານລາວໄດ້ລົງນາມໃນສັນຍາຮ່ວມກັບ ບໍລິສັດ ອາມາຕະ ຮ່ວມມື ຈໍາກັດ ເຊິ່ງປະຈຳຢູ່ບາງກອກ, ເຊິ່ງເປັນໜຶ່ງໃນຜູ້ພັດທະນາ ແລະ ດຳເນີນທຸລະກິດອຸດສາຫະກຳຊັ້ນນຳຂອງໄທ, ໂດຍລັດອະນຸຍາດໃຫ້ນຳໃຊ້ເນື້ອທີ່ 3,150 ເຮັກຕາ (7,785 ເອເຄີ) ຢູ່ເມືອງນາໝໍ້ເພື່ອພັດທະນາເປັນເມືອງທັນສະໄໝ ແລະ ນິເວດວິທະຍາຢູ່ທີ່ນັ້ນ, ເຖິງແມ່ນວ່າພື້ນທີ່ບາງສ່ວນເປັນພື້ນທີ່ປູກຟັງຂອງປະຊາຊົນເຂດນັ້ນ.

ໂຄງການ Smart and Eco City ມີຈຸດປະສົງເພື່ອຊຸກຍູ້ການພັດທະນາແບບຍືນຍົງ ແລະ ເປັນມິດກັບສິ່ງແວດລ້ອມໃນແຂວງຕາເວັນຕົກສ່ຽງເໜືອຂອງປະເທດທີ່ທຸກຍາກ ແລະ ບໍ່ມີທາງອອກສູ່ທະເລ ເຊິ່ງມີປະຊາກອນຫຼາຍກວ່າ 7 ລ້ານຄົນ. ລັດຖະບານ ສະເໜີຈ່າຍໃຫ້ ປະຊາຊົນ 100,000-150,000 ກີບ (6.50-9.50 ໂດລາ ສະຫະລັດ) ຕໍ່ຕາແມັດ, ເຖິງແມ່ນວ່າ ປະຊາຊົນ ໄດ້ຂໍ 250,000-500,000 ກີບ (16-32 ໂດລາ ສະຫະລັດ) ຕໍ່ຕາແມັດ, ເຈົ້າໜ້າທີ່ ພະແນກ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແຂວງ ກ່າວຕໍ່ RFA.

2.ຍັງມີປະຊາຊົນ ຫຼາຍກວ່າ 1,000  ຄອບຄົວ ທີ່ຍັງບໍ່ທັນໄດ້ຮັບການຊົດເຊີຍ ຈາກໂຄງການກໍ່ສ້າງເສັ້ນທາງລົດໄຟ ລາວ-ຈີນ

ໃນໄລຍະ 6 ປີ ປະຊາຊົນ 1,000 ກວ່າຄອບຄົວ ທີ່ຖືກໂຍກຍ້າຍ ເນື່ອງມາຈາກການກໍ່ສ້າງ ເສັ້ນທາງລົດໄຟ ລາວ-ຈີນ ຍັງລໍຖ້າ ຄ່າຊົດເຊີຍ ຈາກ ບໍລິສັດ. ປະຊາຊົນ ຈຳນວນ 1.018 ຄອບຄົວ ຈາກ 6.855 ຄອບຄົວ ຄາດວ່າຈະໄດ້ຮັບຄ່າຊົດເຊີຍ ປະມານ 200 ຕື້ກວ່າກີບ ຫຼື ປະມານ 11 ລ້ານໂດລາສະຫະລັດ ໃນການກໍ່ສ້າງເສັ້ນທາງລົດໄຟ ໃນ 4 ແຂວງ ຄື: ວຽງຈັນ, ຫຼວງພະບາງ, ອຸດົມໄຊ, ຫຼວງນໍ້າທາ ແລະ ນະຄອນຫຼວງວຽງຈັນ.

ປະທານອົງການກວດກາແຫ່ງລັດ ທ່ານ ຄຳພັນ ພົມມະທັດ ກ່າວໃນກອງປະຊຸມສະພາແຫ່ງຊາດເມື່ອບໍ່ດົນມານີ້ວ່າ: ຂັ້ນຕອນການຊົດເຊີຍໃຫ້ແກ່ປະຊາຊົນທີ່ໄດ້ຮັບຜົນກະທົບຍັງບໍ່ທັນໄດ້ຄົບເທື່ອ. ເບິ່ງວີດີໂອໄດ້ທີ່ https://bit.ly/3GQvUt8.  ອົງການກວດກາແຫ່ງລັດ ໄດ້ມອບໜ້າທີ່ໃຫ້ກະຊວງ ໂຍທາທິການ ແລະ ຂົນສົ່ງ ຊີ້ນຳຄະນະບໍລິຫານງານ ສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ເພື່ອຊອກຫາວິທີແກ້ໄຂຕື່ມ ເພື່ອເຮັດໃຫ້ການເບີກຈ່າຍງົບປະມານຢ່າງມີປະສິດທິຜົນ. ລັດຖະບານລາວ ຈະໃຫ້ ເງິນຊົດເຊີຍ ແກ່ຜູ້ໄດ້ຮັບຜົນກະທົບ ຈາກໂຄງການ ທາງລົດໄຟ ລາວ-ຈີນ ຫຼາຍກວ່າ 465 ຕື້ກີບ. ເບິ່ງບົດຄວາມໄດ້ທີ່ https://bit.ly/3weym8a.   

3.ປະຊາຊົນ ແຂວງ ອຸດົມໄຊ ທີ່ໄດ້ຮັບຜົນກະທົບຈາກເສັ້ນທາງລົດໄຟ ລາວ-ຈີນ ໄດ້ຮັບການຊົດເຊີຍ

ທ່ານ ຄຳສຸກ ສີຫາລາດ, ຮັກສາການຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງ ແຂວງ ອຸດົມໄຊ,  ກ່າວວ່າເຈົ້າໜ້າທີ່ແຂວງ ອຸດົມໄຊ ໄດ້ໃຫ້ການຊົດເຊີຍແກ່ປະຊາຊົນຜູ້ທີ່ໄດ້ຮັບຜົນກະທົບຈາກໂຄງການເສັ້ນທາງລົດໄຟ, ອ່ານບົດລາຍງານຂ່າວຈາກ Lao Youth Radio. ປະມານ 72% ຂອງປະຊາຊົນ ແຂວງ ອຸດົມໄຊ ທີ່ໄດ້ຮັບຜົນກະທົບຈາກເສັ້ນທາງລົດໄຟ ລາວ-ຈີນ ໄດ້ຮັບການຊົດເຊີຍ ຢ່າງເຕັມສ່ວນ. ເສັ້ນທາງລົດ ລາວ-ຈີນ ແລ່ນຜ່ານ 3 ເມືອງ ໃນແຂວງ ອຸດົມໄຊ ເຊັ່ນ: ເມືອງ ໄຊ, ເມືອງ ງາ, ແລະ ເມືອງ ນາໝໍ້ ເຊິ່ງເຊື່ອມຕໍ່ຊາຍແດນກັບປະເທດຈີນຢູ່ເມືອງ ບໍ່ເຕັນ. ທ່ານ ຄຳສຸກ ກ່າວວ່າປະຊາຊົນຜູ້ໄດ້ຮັບຜົນກະທົບທີ່ຢູ່ໃນເມືອງດັ່ງກ່າວຂອງແຂວງ ອຸດົມໄຊ ລວມມີ 1,164 ຄົວເຮືອນ ຜ່ານ 38 ບ້ານ. ເຊິ່ງໃນນັ້ນ 72.4% ຂອງບັນດາຄົວເຮືອນໄດ້ຮັບການຊົດເຊີຍຢ່າງເຕັມສ່ວນ ລວມເປັນມູນຄ່າ 183.43 ພັນລ້ານກີບ.

4.ຊາວບ້ານທີ່ຍົກຍ້າຍຈາກພ້ື້ນທີ່ໂຄງການກໍ່ສ້າງເສັ້ນທາງລົດໄຟ ລາວ-ຈີນ ກຳລັງຈະໄດ້ຮັບບ້ານຫຼັງໃໝ່

ປະຊາຊົນລາວທີ່ຍົກຍ້າຍຈາກພ້ືນທີ່ໂຄງການກໍ່ສ້າງເສັ້ນທາງລົດໄຟ ລາວ-ຈີນ ກຳລັງຈະໄດ້ຮັບບ້ານຫຼັງໃໝ່ ໂດຍທຶນຊ່ວຍເຫຼືອຈາກ ສປ ຈີນ ເຊິ່ງຂຽນໂດຍ ສຳນັກຂ່າວ Xinhua ລົງໃນວັນທີ 24 ເມສາ 2022. ພິທີຍົກຍ້າຍຖິ່ນຖານ ແລະ ການແຂ່ງຂັນແຕ້ມຮູບໃນຫົວຂໍ້ “ເພື່ອອະນາຄົດທີ່ດີຮ່ວມກັນ” ໄດ້ຈັດຂຶ້ນໃນມື້ວັນສຸກ ທີ່ ບ້ານບວມອໍ, ເມືອງຊຽງເງິນ, ແຂວງຫຼວງພະບາງ, ຫ່າງຈາກນະຄອນຫຼວງວຽງຈັນ ປະມານ 220 ກິໂລແມັດ, ໂດຍບໍລິສັດ NORINCO ຂອງຈີນ. ບໍລິສັດຮ່ວມມືສາກົນຈຳກັດໄດ້ສ້າງບ້ານໃຫ້ແກ່ປະຊາຊົນທີ່ຍົກຍ້າຍມາຈາກພື້ນທີ່ການກໍ່ສ້າງທາງລົດໄຟ ລາວ-ຈີນ.

5.ການກໍ່ສ້າງທີ່ຢູ່ອາໄສໃຫ້ແກ່ຜູ້ໄດ້ຮັບຜົນກະທົບ ຈາກໄພພິບັດເຂື່ອນແຕກ ຢູ່ແຂວງ ອັດຕະປື ປີ 2018 ສຳເລັດ 99 ເປີເຊັນ

ໂຄງການກໍ່ສ້າງທີ່ຢູ່ອາໄສໃຫ້ແກ່ຜູ້ປະສົບໄພນໍ້າຖ້ວມ 700 ຫຼັງຄາ, ມູນຄ່າ 24,5 ລ້ານໂດລາສະຫະລັດ, ໄດ້ເລີ່ມລົງມືກໍ່ສ້າງໃນເດືອນ ມີຖຸນາ 2020 ໂດຍໄດ້ຮັບທຶນຊ່ວຍເຫຼືອຈາກຜູ້ພັດທະນາເຂື່ອນດັ່ງກ່າວ. ແຕ່ເນື່ອງຈາກຄວາມລ່າຊ້າ ແລະ ຄວາມເສຍຫາຍຕ່າງໆ ເຮັດໃຫ້ ຜູ້ໄດ້ຮັບຜົນກະທົບຈາກເຫດການດັ່ງກ່າວ ຕ້ອງລໍຖ້າທີ່ຢູ່ອາໄສໃໝ່ ເປັນເວລາ 4 ປີ ເຖິງວ່າຈະມີການສະໜອງທຶນໃຫ້ແກ່ລັດຖະບານຈາກຜູ້ປະກອບການສ້າງເຂື່ອນ ຫຼັງຈາກໄພພິບັດໄດ້ເກີດຂື້ນ.

ຂະນະດຽວກັນ, ເຂື່ອນໄຟຟ້າ ເຊປຽນ-ເຊນໍ້ານ້ອຍ ທີ່ໄດ້ຮັບຄວາມເສຍຫາຍ ໄດ້ມີການກໍ່ສ້າງ ຄືນໃໝ່ ແລະ ເສີມດ້ວຍຊີມັງທີ່ໜາແໜ້ນ. ກົດໝາຍໃໝ່ກ່ຽວກັບມາດຕະການຄວາມປອດໄພຂອງເຂື່ອນໄດ້ຮັບການຮັບຮອງຈາກສະພາແຫ່ງຊາດໃນເດືອນກໍລະກົດ ທີ່ຜ່ານມາ. ເຊິ່ງໄດ້ກໍານົດແນວທາງ ແລະ ມາດຕະການສະເພາະ ເພື່ອຄຸ້ມຄອງການກໍ່ສ້າງ ແລະ ດໍາເນີນໂຄງການເຂື່ອນໄຟຟ້າໃນ ສປປ ລາວ.

6.ປະຊາຊົນ ຢູ່ ແຂວງອັດຕະປື ຈະໄດ້ຮັບຄ່າຊົດເຊີຍສຳລັບການສູນເສຍທີ່ດິນ ໃນການກໍ່ສ້າງເຂື່ອນ

ປະຊາຊົນ ຢູ່ ເມືອງ ສະໜາມໄຊ, ແຂວງ ອັດຕະປື ຈະໄດ້ຮັບຄ່າຊົດເຊີຍ ຢ່າງໜ້ອຍ 3,8 ຕື້ກີບ ຕາມການ ລາຍງານ ຂອງ ທ່ານ ທະນູໄຊ ບັນຊາລິດ, ຮອງເຈົ້າ ແຂວງ ອັດຕະປື ໃນລະຫວ່າງ ການລົງຢ້ຽມຢາມເຂື່ອນທີ່ກໍາລັງກໍ່ສ້າງ. ເຊິ່ງຄາດຄະເນວ່າ ໃນໄລຍະການກໍ່ສ້າງໄລຍະທຳອິດ, ປະມານ 22 ຄອບຄົວຈະສູນເສຍເນື້ອທີ່ດິນ ຈຳນວນ 14 ເຮັກຕາທີ່ປະຊາຊົນຢູ່ອາໄສແບບຖາວອນ ຫຼື ສຳລັບປູກຝັງ.

ໃນໄລຍະທີ່ສອງຂອງການກໍ່ສ້າງ, ບຸກຄົນຜູ້ຖືສິດນຳໃຊ້ທີ່ດິນຖາວອນໃນເນື້ອທີ່ 6 ເຮັກຕາ ແລະ ສິດນຳໃຊ້ທີ່ດິນຊົ່ວຄາວ 18 ເຮັກຕາ, ລວມທັງຄອບຄົວທີ່ປູກພືດຜົນລະປູກໃນເນື້ອທີ່ຫຼາຍກວ່າ 11 ເຮັກຕາ ຈະໄດ້ຮັບຄ່າຊົດເຊີຍທັງໝົດ ຈຳນວນ 1,8 ຕື້ກີບ. ຊາວບ້ານທີ່ມີສິດນຳໃຊ້ທີ່ດິນຊົ່ວຄາວ 9 ເຮັກຕາ ຈະໄດ້ຮັບຄ່າຊົດເຊີຍຈາກຜູ້ພັດທະນາ 2 ຕື້ກວ່າກີບ.

ເຂື່ອນເຊກອງ A ຕັ້ງຢູ່ຫ່າງຈາກເທດສະບານແຂວງ 45 ກິໂລແມັດ ແລະ ມີກຳລັງການຜະລິດໄຟຟ້າ 86 ເມກາວັດ. ບໍລິສັດ V&H Corporation (Lao) ຈໍາກັດເປັນຜູ້ຮັບຜິດຊອບໂຄງການ ແລະ ໄດ້ເຊັນບົດບັນທຶກຄວາມເຂົ້າໃຈໃນປີ 2010 ສໍາລັບການກໍ່ສ້າງເຂື່ອນ ແລະ ຄາດຄະເນວ່າ ການກໍ່ສ້າງເຂື່ອນດັ່ງກ່າວຈະໃຊ້ງົບປະມານຢ່າງໜ້ອຍ 152 ລ້ານ USD.

7.ການປ່ຽນແປງຄັ້ງສຳຄັນໃນເຂດພື້ນທີ່ ສີພັນດອນ ຢູ່ພາກໃຕ້ ຂອງ ສປປ ລາວ

ປະຈຸບັນນີ້, ພື້ນທີ່ດັ່ງກ່າວກຳລັງໄດ້ຮັບການປັບປຸງໃຫ້ທັນສະໄໝຢ່າງວ່ອງໄວພາຍໃຕ້ໂຄງການພັດທະນາຂະໜາດໃຫຍ່ທີ່ດໍາເນີນໂດຍບໍລິສັດ Sithandone Joint Development Co Ltd (STD). ການພັດທະນາແມ່ນເອີ້ນວ່າ ເຂດເສດຖະກິດພິເສດ ສີທັນດອນ ຫຼື ເຂດສີພັນດອນໃໝ່ ແລະ ຖືກເອີ້ນອີກຊື່ໜື່ງວ່າເຂດເສດຖະກິດພິເສດ ຄອນພະເພັງ, ເຊິ່ງຕັ້ງຊື່ຕາມນ້ໍາຕົກຕາດ ຄອນພະເພັງ (ເປັນນ້ໍາຕົກທີ່ໃຫຍ່ທີ່ສຸດໃນອາຊີຕາເວັນອອກສຽງໃຕ້). ເປົ້າໝາຍຫຼັກຂອງບໍລິສັດແມ່ນເພື່ອຫັນພື້ນທີ່ ສີພັນດອນ ແລະ ນ້ຳຕົກຕາດ ເຊິ່ງເປັນສ່ວນໜຶ່ງຂອງແມ່ນ້ຳຂອງ ໃຫ້ເປັນຈຸດໝາຍປາຍທາງຂອງນັກທ່ອງທ່ຽວຕ່າງປະເທດ.

8.ໂຄງການສຶກສາຄວາມເປັນໄປໄດ້ໃນການສ້າງທາງດ່ວນ ວຽງຈັນ ຫາ ຫົວພັນ

ພິທີ​ລົງ​ນາມ​ໄດ້​ຈັດ​ຂຶ້ນ​ຢູ່​ນະຄອນຫຼວງ​ວຽງ​ຈັນ ​ເພື່ອ​ສຶກສາ​ຄວາມ​ເປັນ​ໄປ​ໄດ້​ລະຫວ່າງ​ລັດຖະບານ​ລາວ, ບໍລິສັດ ນາ​ຊິນ​ໂຊ​ເລ ຈຳກັດ ​ແລະ ບໍລິສັດ Big Brother 456. ເສັ້ນທາງດ່ວນ ທີ່ເຊື່ອມຕໍ່ ນະຄອນຫຼວງວຽງຈັນ ກັບ ແຂວງຫົວພັນ ໃກ້ເຂົ້າສູ່ຄວາມເປັນຈິງແລ້ວ, ຫຼັງຈາກໄດ້ມີການປະກາດ ການສຶກສາຄວາມເປັນໄປໄດ້ຂອງໂຄງການໃນຕົ້ນປີ 2022. ການ​ສຶກສາ​ດັ່ງກ່າວ​ຈະ​ຄົ້ນຄວ້າ​ຄວາມ​ເປັນ​ໄປ​ໄດ້​ຂອງ​ການ​ສຳ​ຫຼວດ, ອອກ​ແບບ, ກໍ່ສ້າງ​ທາງ​ດ່ວນ​ໃໝ່​ທີ່​ເຊື່ອມ​ຕໍ່​ສອງ​ແຂວງ. ເສັ້ນທາງດ່ວນ ວຽງຈັນ-ຫົວພັນ ຈະດໍາເນີນເປັນ 3 ໄລຍະ, ໂດຍໄລຍະທີ 1 ຈະເຊື່ອມຕໍ່ ເມືອງໄຊທານີ ນະຄອນຫຼວງວຽງຈັນ ຫາ ເມືອງອານຸວົງ ແຂວງໄຊສົມບູນ. ​ໄລຍະ​ທີ 2 ຈະ​ເຊື່ອມ​ຕໍ່​ຈາກ ​ແຂວງ​ໄຊ​ສົມບູນ​  ໄປ​ຫາ​ເມືອງ​ແປກ ແຂວງ​ຊຽງ​ຂວາງ, ​ໄລຍະ​ທີ 3 ຈະ​ເຊື່ອມ​ຕໍ່​ ແຂວງ​ຊຽງ​ຂວາງ​ ຫາ​ ແຂວງ​ຫົວພັນ. ໂຄງການດັ່ງກ່າວ ແມ່ນໄດ້ສົ່ງໃຫ້ ລັດຖະບານເພື່ອຂໍການອະນຸມັດ ໃນທ້າຍປີທີ່ຜ່ານມາ.

9.ສຳເລັດການສຶກສາຄວາມເປັນໄປໄດ້ທາງດ່ວນ ວຽງຈັນ ຫາ ປາກເຊ

ເສັ້ນທາງດ່ວນໃໝ່ທີ່ເຊື່ອມຕໍ່ຈາກນະຄອນຫຼວງວຽງຈັນ ກັບ ແຂວງຈຳປາສັກ ໃກ້ເຂົ້າສູ່ຄວາມເປັນຈິງແລ້ວ ຫຼັງຈາກການສຶກສາຄວາມເປັນໄປໄດ້ຂອງໂຄງການສຳເລັດແລ້ວ. ການສຶກສາ ແລະ ອອກແບບເສັ້ນທາງດ່ວນ ຈາກວຽງຈັນ ຫາ ປາກເຊ ແມ່ນດໍາເນີນໂດຍ ກຸ່ມບໍລິສັດ ດວງຈະເລີນ ກໍ່ສ້າງ. ເມື່ອ​ສ້າງ​ສຳ​ເລັດ​ແລ້ວ, ທາງ​ດ່ວນ​ດັ່ງກ່າວ​ຈະ​ເຊື່ອມ​ຕໍ່​ນະຄອນຫຼວງວຽງຈັນ ​ກັບ ​ນະຄອນ​ປາກເຊ, ​ແຂວງ​ຈຳປາ​ສັກ, ​ໂດຍ​ຈະ​ໃຊ້​ເວລາ​ການ​ເດີນ​ທາງ​ດຽວ​ຄາດ​ວ່າ​ຈະ​ໃຊ້​ເວລາ​ປະມານ 5 ຊົ່ວ​ໂມງ. ເສັ້ນທາງດ່ວນດັ່ງກ່າວຈະເລີ່ມຈາກນະຄອນຫຼວງວຽງຈັນ ອອກຈາກຖະໜົນ 450 ປີ, ໄປຕາມເສັ້ນທາງ 13 ໃຕ້ ປະມານ 617 ກິໂລແມັດ.

10.ລັດຖະບານລາວ ອອກນິຕິກຳໃໝ່ ອະນຸຍາດ ໃຫ້ສົ່ງອອກ ຜະລິດຕະພັນໄມ້ທຳມະຊາດ

ລັດຖະບານລາວໄດ້ອອກນິຕິກຳໃໝ່ໃຫ້ສົ່ງອອກໄມ້ຜະລິດຕະພັນໄມ້ທຳມະຊາດ. ກົດລະບຽບດັ່ງກ່າວແມ່ນ ເພື່ອສົ່ງເສີມການຜະລິດ ແລະ ການປຸງແຕ່ງໄມ້ໃຫ້ການເປັນສິນຄ້າ, ພ້ອມທັງສ້າງເງື່ອນໄຂຂໍ້ສະດວກໃຫ້ແກ່ການຂົນສົ່ງໄມ້ທຳມະຊາດໄປຕ່າງປະເທດ. ລັດຖະບານ​ກ່າວ​ວ່າ ກົດໝາຍ​ສະບັບ​ໃໝ່​ນີ້​ຄາດ​ວ່າ​ຈະ​ຊ່ວຍ ​ໃນ​ການ​ຕິດຕາມ​ກວດກາ​ ແລະ ​ຕິດຕາມ​ແຫຼ່ງ​ໄມ້​ເພື່ອ​ຮັບປະກັນ​ວ່າ​ມີ​ແຫຼ່ງທີ່​ຖືກຕ້ອງ​ຕາມ​ກົດໝາຍ.

11.ດຳລັດ ວ່າດ້ວຍມາດຕະຖານພົ້ນທຸກ ແລະ ມາດຕະຖານພັດທະນາ, ເລກທີ 348/ລບ, ນວ, ວັນທີ 16/11/2017

ດຳລັດສະບັບນີ້ ແມ່ນເພື່ອກຳນົດມາດຕະຖານພົ້ນທຸກ ແລະ ມາດຕະຖານພັດທະນາເພື່ອເປັນພື້ນຖານ ໃຫ້ແກ່ການກຳນົດເປົ້າໝາຍແກ້ໄຂຄວາມທຸກຍາກ, ແນໃສ່ສ້າງຄອບຄົວ, ບ້ານພັດທະນາ, ບ້ານໃຫຍ່ເປັນຕົວເມືອງໃນຊົນນະບົດ ແລະ ເມືອງເຂັ້ມແຂງຮອບດ້ານ ຕາມມະຕິກອງປະຊຸມໃຫຍ່ຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດໃນໄລຍະ ໃຫ້ປະກົດຜົນເປັນຈິງ.

12.ຂໍ້ຕົກລົງ ວ່າດ້ວຍທຸລະກິດກ່ຽວກັບທີ່ດິນ, ສະບັບເລກທີ 4392/ກຊສ.ນວ ລົງວັນທີ 25 ສິງຫາ 2022

ດໍາລັດສະບັບນີ້  ກໍານົດຫຼັກການ, ລະບຽບການ  ແລະ  ມາດຕະການ  ກ່ຽວກັບການຄຸຸ້ມຄອງ  ແລະ ຕິດຕາມກວດກາວຽກງານປະເມີນຜົນກະທົບຕໍ່ສິ່ງແວດລ້ອມ ເພື່ອໃຫ້ວຽກງານດັ່ງກ່າວ ດໍາເນີນຢ່າງຖືກຕ້ອງ, ໂປ່ງໃສ ແລະ ເອກະພາບ ແນໃສ່ປ້ອງກັນ, ຫຼຸດຜ່ອນ, ແກຸ້ໄຂຜົນກະທົບທາງລົບຕໍ່ສິ່ງແວດລ້ອມ, ຮັບປະກັນການທົດແທນຄ່າເສຍຫາຍຢ່າງສົມເຫດສົມຜົນ, ການຈັດສັນພູມລໍາເນົາ  ແລະ  ອາຊີບ  ແລະ  ຟື້ນຟູຊີວິດການເປັນຢູ່ ຂອງຜູ້ໄດ້ຮັບຜົນກະທົບໃຫ້ດີຂື້ນກວ່າເກົ່າ, ເຮັດໃຫ້ການຄຸຸ້ມຄອງ ແລະ ນໍາໃຊ້ຊັບພະຍາກອນທໍາມະຊາດ ມີປະສິດທິຜົນສູງສຸດ, ຮັບປະກັນສິດ ແລະ ຜົນປະໂຫຍດຂອງຊາດ ແລະ ປະຊາຊົນ ປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຕາມທິດສີຂຽວ ແລະ ຍືນຍົງ.

13.ຫຼາຍສາເຫດ ທີ່ເຮັດໃຫ້ການອອກໃບຕາດິນຊັກຊ້າ

ວຽກງານຂົງເຂດທີ່ດິນ ຊັບພະຍາກອນກ່ຽວກັບການອອກໃບຕາດິນ ເປັນບັນຫາລວມທີ່ຊຳເຮື້ອມາຫຼາຍປີຈາກການເຊື່ອມໂຍງໃນໄລຍະຂ້າມຜ່ານ ແລະ ການນຳໃຊ້ລະບົບອານາລັອກ (ລະບົບເຈ້ຍ) ທີ່ຍັງບໍ່ທັນໄດ້ຮັບການປັບປຸງ ໄປສູ່ລະບົບທີ່ທັນສະໄໝ ເຮັດໃຫ້ພົບພໍ້ຫຼາຍບັນຫາ ເຊິ່ງການອອກໃບຕາດິນໃນໄລຍະຜ່ານມາ ແຕ່ປີ 2021 ສາມາດເຊັນໃບຕາດິນໄດ້ທັງໝົດ 34.465 ຕອນ. ຖ້າຫາກເອກະສານຕອນດິນທຸກຕອນຜ່ານລະບົບປະຕູດຽວ ຜ່ານຂັ້ນຕອນໃນລະບົບຂອງພະແນກ ຊສ ນວ ແມ່ນບໍ່ໄດ້ມີການຊັກຊ້າ.

ທ່ານ ບຸນຊຸມ ຊົງວິໄຊ, ຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ໄດ້ລາຍງານກ່ຽວກັບບັນຫາການແກ້ໄຂການອອກໃບຕາດິນຊັກຊ້າ ຕາມຫາງສຽງຂອງປະຊາຊົນ ໃນວາລະກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາປະຊາຊົນນະຄອນຫຼວງວຽງຈັນ ຊຸດທີ 2 ໃນວັນທີ 22 ກຳລະກົດ ທີ່ຜ່ານມາ. ເຊິ່ງສາເຫດຫຼັກແມ່ນມາຈາກສະພາບໂປຣແກຣມຖານຂໍ້ມູນທີ່ດິນທີ່ບໍ່ສົມບູນ ເຊິ່ງເຮັດໃຫ້ຂໍ້ມູນໄດ້ຮັບຄວາມເສຍຫາຍ, ຕິດຂັດ ແລະ ຍາກເວລາຖ່າຍໂອນຂໍ້ມູນ. ນອກຈາກນີ້ ເຈົ້າຂອງສິດນຳໃຊ້ທີ່ດິນ ບຸກຄົນ ແລະ ນິຕິບຸກຄົນ ຍັງມີການວ່າຈ້າງນາຍໜ້າ ໃນການແລ່ນນອກລະບົບ ເຊິ່ງເປັນການຖ່ວງດຶງເອກະສານ ແລະ ເປັນຜົນສະທ້ອນເຖິງພາບພົດຂອງພະນັກງານລັດ. ສະນັ້ນ ຈື່ງເກີດໃຫ້ມີຄວາມຊັກຊ້າ ແລະ ຫາງສຽງຈາກປະຊາຊົນຕາມມາ.

14.ລາວຈະເຂັ້ມງວດການພັດທະນາພື້ນທີ່ດິນກະສິກຳ

ທ່ານ ເພັດ ພົມພິພັກ, ລັດຖະມົນຕີວ່າການກະຊວງກະສິກຳ ແລະ ປ່າໄມ້ ກ່າວໃນກອງປະຊຸມສະໄໝສາມັນເທື່ອນີ້ວ່າ: ກະຊວງຈະຮັບປະກັນໃຫ້ປະເທດສາມາດຮັກສາເນື້ອທີ່ປ່າໄມ້ໄດ້ 70%, ລວມທັງດິນແຄມແມ່ນ້ຳ. ປະຈຸບັນປະເທດລາວມີເນື້ອທີ່ກະສິກຳ 4,5 ລ້ານເຮັກຕາ, ເນື້ອທີ່ປູກຝັງ 2 ລ້ານເຮັກຕາ, ສ່ວນທີ່ເຫຼືອແມ່ນປູກພືດ ແລະ ລ້ຽງສັດ. ກະຊວງ​ ພວມ​ຜັນ​ຂະຫຍາຍ​ໂຄງການ​ຈັດ​ສັນ​ທີ່​ດິນ ​ແລະ ​ແບ່ງ​ເຂດ​ປ່າ​ສະຫງວນ ​ເພື່ອ​ຕອບ​ສະໜອງ​ການ​ລົງທຶນ​ຂະໜາດ​ນ້ອຍ, ກາງ, ຂະໜາດ​ໃຫຍ່ ​ເພື່ອ​ໃຫ້​ບຸລິມະສິດ​ໃນ​ການ​ຜະລິດ​ພືດ​ທີ່​ມີ​ຄວາມ​ຕ້ອງການ​ຕາມ​ທ້ອງ​ຕະຫຼາດ.

ກະຊວງ​ຍັງ​ຈະ​ປັບປຸງ​ຄຸນ​ນະພາ​ບຂອງ​ດິນ​ດ້ວຍ​ການ​ນຳ​ໃຊ້ ຝຸ່ນ​ຊີວະ​ພາບ ແລະ ຝຸ່ນ​ເຄມີ​ໃນ​ທົ່ວ 10 ​ແຂວງ​ເປົ້າ​ໝາຍ​ເປັນ​ສ່ວນ​ໜຶ່ງ​ຂອງ​ຂໍ້​ລິ​ເລີ່ມ​ຄ້ຳປະກັນ​ສະບຽງ​ອາຫານ. ເຖິງວ່າມີເນື້ອທີ່ກະສິກຳກວ້າງໃຫຍ່ກໍຕາມ, ແຕ່ຊາວກະສິກອນໃນລາວຍັງປະສົບກັບການຂາດແຄນນໍ້າມັນເຊື້ອໄຟ ແລະ ລາຄາຝຸ່ນທີ່ເພີ່ມຂຶ້ນ.

15.ລັດຖະບານ ອອກດຳລັດ ວ່າດ້ວຍການການປະເມີນຜົນກະທົບຕໍ່ສິ່ງແວດລ້ອມ, ເລກທີ 389/ລບ, ນະຄອນຫຼວງວຽງຈັນ ລົງວັນທີ 20 ຕຸລາ 2022

ດໍາລັດສະບັບນີ້  ກໍານົດຫຼັກການ, ລະບຽບການ  ແລະ  ມາດຕະການ  ກ່ຽວກັບການຄຸຸ້ມຄອງ  ແລະ ຕິດຕາມກວດກາວຽກງານປະເມີນຜົນກະທົບຕໍ່ສິ່ງແວດລ້ອມ ເພື່ອໃຫ້ວຽກງານດັ່ງກ່າວ ດໍາເນີນຢ່າງຖືກຕ້ອງ, ໂປ່ງໃສ ແລະ ເອກະພາບ ແນໃສ່ປ້ອງກັນ, ຫຼຸດຜ່ອນ, ແກຸ້ໄຂຜົນກະທົບທາງລົບຕໍ່ສິ່ງແວດລ້ອມ, ຮັບປະກັນການທົດແທນຄ່າເສຍຫາຍຢ່າງສົມເຫດສົມຜົນ, ການຈັດສັນພູມລໍາເນົາ  ແລະ  ອາຊີບ  ແລະ  ຟື້ນຟູຊີວິດການເປັນຢູ່ ຂອງຜູ້ໄດ້ຮັບຜົນກະທົບໃຫ້ດີຂື້ນກວ່າເກົ່າ, ເຮັດໃຫ້ການຄຸຸ້ມຄອງ ແລະ ນໍາໃຊ້ຊັບພະຍາກອນທໍາມະຊາດ ມີປະສິດທິຜົນສູງສຸດ, ຮັບປະກັນສິດ ແລະ ຜົນປະໂຫຍດຂອງຊາດ ແລະ ປະຊາຊົນ ປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຕາມທິດສີຂຽວ ແລະ ຍືນຍົງ.