ງານຝຶກອົບຮົມສຳລັບຄູຝຶກ ຄັ້ງທີ 2 ຂອງໂຄງການ PIASVC “ການມີສ່ວນຂອງຄວາມຫຼາກຫຼາຍ ແລະເພດພາວະໃນສັງຄົມ & ການສົ່ງເສີມສິດຂອງແມ່ຍິງກ່ຽວກັບທີ່ດິນ ແລະ ຄວາມສະເໝີພາບທາງເພດໃນຊຸມຊົນ”

933

ໂດຍ LIWG

ໃນລະຫວ່າງວັນທີ 6-10 ມີຖຸນາ 2022 ທີ່ຜ່ານມາ ກຸ່ມແລກປ່ຽນຂໍ້ມູນເລື່ອງທີ່ດິນ (LIWG) ຮ່ວມກັບ ອົງການ ເຮວວີຕັດ ລາວ (Helvetas Laos) ໄດ້ຈັດການຝຶກອົບຮົມ ກ່ຽວກັບ “ການມີສ່ວນຂອງຄວາມຫຼາກຫຼາຍ ແລະເພດພາວະໃນສັງຄົມ & ການສົ່ງເສີມສິດຂອງແມ່ຍິງກ່ຽວກັບທີ່ດິນ ແລະ ຄວາມສະເໝີພາບທາງເພດໃນຊຸມຊົນ” ໃຫ້ແກ່ ໂຄງການ ການໃຫ້ຂໍ້ມູນ  ແລະ  ການປູກຈິດສຳນຶກ ໃຫ້ແກ່ຊຸມຊົນທີ່ດ້ອຍໂອກາດ ໃນ ສປປ ລາວ (PIASVC) ເຊີ່ງສະໜອງການຝຶກອົບຮົມ ໂດຍ ທ່ານ ນາງ ເພັດສາຄອນ ສົມຟອງບຸດຕະຂັນ, ທີ່ປຶກສາທາງດ້ານຄວາມສະເໝີພາບທາງເພດ, ຮ່ວມກັບ ທີມງານຊຸມແຫ່ງການຮຽນຮູ້ກ່ຽວກັບກຳມະກິດທີ່ດິນຂອງແມ່ຍິງ, ແລະ ເຂົ້າຮ່ວມໂດຍ ບັນດາອົງກອນສະມາຊິກຂອງ ກຸ່ມແລກປ່ຽນຂໍ້ມູນເລື່ອງທີ່ດິນ ທີ່ຖືກຄັດເລືອກໃຫ້ຮັບທຶນຍ່ອຍເພື່ອຈັດຕັ້ງປະຕິບັດໂຄງການໃນພື້ນທີ່ເປົ້າໝາຍ ຂອງແຕ່ລະອົງການ.

ຊຸດການຝຶກອົບຮົມຂອງໂຄງການ PIASVC ແມ່ນກ່ຽວຂ້ອງກັບຫົວຂໍ້ທີ່ຕິດພັນກັບທີ່ດິນ ແລະ ຊັບພະຍາກອນທໍາມະຊາດ, ຄວາມສະເໝີພາບທາງເພດ ແລະ ການມີສ່ວນຮ່ວມ, ການເຂົ້າເຖິງຄວາມຍຸຕິທຳ ແລະ ການໃຫ້ຄຳປຶກສາທາງດ້ານກົດໝາຍ ໃຫ້ແກ່ພະນັກງານຈາກບັນດາອົງກອນສະມາຊິກຂອງ LIWG ທີ່ໄດ້ຮັບທຶນຈາກ ໂຄງການ PIASVC. ເຊີ່ງການຝຶກອົບຮົມຄັ້ງທີ່ 2 ນີ້ແມ່ນໄດ້ເນັ້ນໃຫ້ຜູ້ເຂົ້າໄດ້ເຂົ້າໃຈເຖິງຄວາມຫຼາກຫຼາຍ, ຄວາມສະເໝີພາບທາງເພດ ແລະ ການມີສ່ວນຮ່ວມຂອງທຸກຄົນໃນສັງຄົມ ທີ່ກ່ຽວຂ້ອງກັບທີ່ດິນ.

ຈຸດພິເສດຂອງການຝຶກອົບຮົມໃນຄັ້ງນີ້ແມ່ນໄດ້ເປີດກວ້າງໂອກາດໃຫ້ແກ່ສະມາຊິກຫຼັກ ຂອງ LIWG ຈາກອົງກອນຕ່າງໆ ທີ່ມີຄວາມສົນໃຈໃນເຄື່ອງມື “ການສົ່ງເສີມສິດຂອງແມ່ຍິງກ່ຽວກັບທີ່ດິນ ແລະ ຄວາມສະເໝີພາບທາງເພດໃນຊຸມຊົນ” ໄດ້ຮຽນຮູ້ ແລະ ທຳຄວາມເຂົ້າໃຈ ຈຸດປະສົງ, ວິທີການນຳໃຊ້ ແລະ ດັດປັບໃຫ້ເໝາະສົມກັບສະພາບຕົວຈິງ. ນອກຈາກນີ້ ການຝຶກອົບຮົມດັ່ງກ່າວ ຍັງໄດ້ຄູຝຶກຈາກທີມງານ “ຊຸມຊົນແຫ່ງການຮຽນຮູ້ກ່ຽວກັບກຳມະສິດທີ່ດິນຂອງແມ່ຍິງ” ເຊີ່ງສ້າງ ແລະ ເຕົ້າໂຮມສະມາຊິກຈາກ ອົງກອນຕ່າງໆ ໂດຍ LIWG ໄດ້ມີສ່ວນຮ່ວມໃນການນຳພາ, ໃຫ້ຄວາມຮູ້ ແລະ ສາທິດການໃຊ້ເຄື່ອງມືຈາກການລົງເກັບກຳຂໍ້ມູນ ແລະ ທົດລອງຢູ່ 2 ແຂວງ: ອຸດົມໄຊ ແລະ ຈຳປາສັກ.

ການຝຶກອົບຮົມຄັ້ງນີ້ແມ່ນມີຄວາມສຳຄັນຫຼາຍໃນການສ້າງຄວາມເຂົ້າໃຈໃຫ້ແກ່ຜູ້ເຂົ້າຮ່ວມ ທີ່ເຮັດວຽກໃນຫຼາກຫຼາຍຂະແໜງໄດ້ທຳຄວາມເຂົ້າໃຈ ແລະ ແລກປ່ຽນບົດຮຽນ ພ້ອມປະສົບການ ທີ່ກ່ຽວຂ້ອງກັບຄວາມຫຼາກຫຼາຍ, ຄວາມສະເໝີພາບທາງເພດ ແລະ ການມີສ່ວນຮ່ວມສັງຄົມ ກ່ຽວກັບທີ່ດິນ ຈາກແຕ່ລະອົງກອນ ເພື່ອນຳເອົາ ແລະ ໃຊ້ເຄື່ອງມືດັ່ງກ່າວໃຫ້ແທດເໝາະກັບພື້ນທີ່ໂຄງການຂອງແຕ່ລະອົງກອນ.

– ຂໍ້ມູນເພີ່ມເຕີມກ່ຽວກັບໂຄງການ PIASVC: https://laolandinfo.org/en/category/blog/news-update/