ງານຝຶກອົບຮົມສຳລັບຄູຝຶກ ຄັ້ງທີ 6 ຂອງໂຄງການ PIASVC  ຫົວຂໍ້ “ສິດຂອງປະຊາຊົນລາວ ໃນການນຳໃຊ້ທີ່ດິນ ແລະ ຊັບພະຍາກອນທຳມະຊາດຕາມປະເພນີ ແລະ ການແກ້ໄຂຂໍ້ຂັດແຍ່ງ”

886

ໂດຍ LIWG

ໃນລະຫວ່າງວັນທີ 17-21 ຕຸລາ 2022 ທີ່ຜ່ານມາ, ກຸ່ມແລກປ່ຽນຂໍ້ມູນເລື່ອງທີ່ດິນ (LIWG) ຮ່ວມກັບ ອົງການ ເຮວວີຕັດ ລາວ (Helvetas Laos) ໄດ້ຈັດການຝຶກອົບຮົມເປັນຄູຝຶກ ກ່ຽວກັບ “ສິດຂອງປະຊາຊົນລາວ ໃນການນຳໃຊ້ທີ່ດິນ ແລະ ຊັບພະຍາກອນທຳມະຊາດຕາມປະເພນີ ແລະ ການແກ້ໄຂຂໍ້ຂັດແຍ່ງ” ໃຫ້ແກ່ ໂຄງການ PIASVC ເຊິ່ງນຳພາການຝຶກອົບຮົມ ໂດຍທີມງານຄູຝຶກຫຼັກ ຈາກໂຄງການ ໄລຟ໌ (LIFE project) ແລະ ເຂົ້າຮ່ວມໂດຍ ບັນດາອົງກອນສະມາຊິກຂອງ ກຸ່ມແລກປ່ຽນຂໍ້ມູນເລື່ອງທີ່ດິນ ທີ່ຖືກຄັດເລືອກໃຫ້ຮັບທຶນຍ່ອຍເພື່ອຈັດຕັ້ງປະຕິບັດໂຄງການໃນພື້ນທີ່ເປົ້າໝາຍ ທົ່ວ ສປປ ລາວ.

ການຝຶກອົບຮົມຄັ້ງນີ້ແມ່ນ ເນັ້ນໃຫ້ຜູ້ເຂົ້າຮ່ວມເຂົ້າໃຈກ່ຽວກັບສິດທີ່ດິນຕາມປະເພນີ, ເຊິ່ງເນື້ອຫາຂອງການຝຶກອົບຮົມແມ່ນແນໃສ່ ສິດຂອງປະຊາຊົນລາວ ຕໍ່ກັບການນຳໃຊ້ທີ່ດິນ ແລະ ຊັບພະຍາກອນທຳມະຊາດ, ພັນທະຂອງຜູ້ໄດ້ຮັບສິດນຳໃຊ້ທີ່ດິນ, ການເສຍສິດນຳໃຊ້ທີ່ດິນ, ການປົກປ້ອງສິດນໍາໃຊ້ທີ່ດິນ,   ແລະ ການມີສ່ວນຮ່ວມຂອງຍິງ-ຊາຍ ຕໍ່ກັບທີ່ດິນ. ນອກຈາກນີ້ ຍັງໄດ້ແນໃສ່ການແກ້ໄຂຂໍ້ຂັດແຍ່ງ, ສິດຂອງຜູ້ຮ້ອງທຸກໃນການເຂົ້າເຖິງຄວາມຍຸຕິທຳ, ແລະ ຂັ້ນຕອນການແກ້ໄຂບັນຫາ ແລະ ຂໍ້ຂັດແຍ່ງກ່ຽວກັບທີ່ດິນ. ທັ້ງນີ້ ຄູຝຶກຍັງໄດ້ນຳສະເໜີການວາງແຜນແບບ SMART ແລະ ນຳພາຜູ້ເຂົ້າຮ່ວມຂຽນແຜນລົງເຜີຍແຜ່ຂໍ້ມູນໃນຂັ້ນທ້ອງຖິ່ນ.

ຈຸດພິເສດຂອງການຝຶກອົບຮົມໃນຄັ້ງນີ້ແມ່ນການລົງຢ້ຽມຢາມບ້ານເປົ້າໝາຍ  ຂອງສະມາຄົມເພື່ອພັດທະນາແມ່ຍິງ ແລະ ການສຶກສາກົດໝາຍ (ສພມສກ-ADWLE) ເຊັ່ນ ບ້ານ ປາກຊາບເກົ່າ ແລະ ບ້ານ ໂນນແຕ້, ເມືອງ ໄຊທານີ, ນະຄອນຫຼວງວຽງຈັນ ໂດຍສົມທົບກັບປະປາຊົນຈາກບັນດາບ້ານເປົ້າໝາຍອ້ອມຂ້າງ ເພື່ອໃຫ້ຜູ້ເຂົ້າຮ່ວມໄດ້ຮຽນຮູ້ບັນຫາ ແລະ ກໍລະນີສຶກສາຕົວຈິງຈາກຊາວບ້ານທີ່ໄດ້ຮັບຜົນກະທົບຈາກໂຄງການໃນພື້ນທີ່. ນອກຈາກນີ້, ຍັງໄດ້ແລກປ່ຽນກ່ຽວກັບວິທີການແກ້ໄຂຂໍ້ຂັດແຍ່ງ ແລະ ການໃຫ້ການຊ່ວຍເຫຼືອທາງດ້ານກົດໝາຍ ຂອງຄະນະແກ້ໄຂຂໍ້ຂັດແຍ່ງປະຈຳບ້ານ ໂດຍມີເຈົ້າໜ້າທີ່ຕາງໜ້າຈາກກົມທີ່ດິນໃນການໃຫ້ຂໍ້ມູນ ແລະ ຄວາມກະຈ່າງແຈ້ງຕໍ່ສະພາບການ ແລະ ປະເດັນກ່ຽວກັບທີ່ດິນ. ເຊິ່ງນີ້ຈະເປັນປະສົບການໃຫ້ແກ່ຜູ້ເຂົ້າຮ່ວມ ໃນການລົງປະຕິບັດກິດຈະກຳໃນພື້ນທີ່ໂຄງການຂອງພວກເຂົາ.

ເຊິ່ງການຝຶກອົບຮົມດັ່ງກ່າວແມ່ນຄັ້ງສຸດທ້າຍ ໃນຊຸດການຝຶກອົບຮົມຄັ້ງນີ້ ຂອງໂຄງການ PIASVC. ແຕ່ເຖິງຢ່າງໃດກໍ່ຕາມ, ຜູ້ເຂົ້າຮ່ວມຈາກຊຸດຝຶກອົບຮົມນີ້ ຈະສືບຕໍ່ເຂົ້າຮ່ວມການຝຶກອົບຮົມເປັນຄູຝຶກໃນການເຜີຍແຜ່ປະຕິທິກົດໝາຍ ປີ 2023 ທີ່ຈະຈັດຂື້ນໃນເດືອນ ພະຈິກ 2022 ນີ້. ເຊິ່ງຂໍ້ມູນຕ່າງໆທີ່ກ່ຽວຂ້ອງກັບການຝຶກອົບຮົມແມ່ນຈະເຜີຍແຜ່ຜ່ານຊ່ອງທາງການຕິດຕາມ ຂອງ LIWG ໃນໄວໆນີ້.

– ຂໍ້ມູນເພີ່ມເຕີມກ່ຽວກັບໂຄງການ PIASVC: https://laolandinfo.org/piasvc/