ວິດີໂອ: ການຝຶກອົບຮົມ ການນໍາໃຊ້ປະຕິທິນກົດໝາຍ ເພື່ອເຜີຍແຜ່ຂໍ້ມູນກ່ຽວກັບທີ່ດິນ ແລະ ຊັບພະຍາກອນທໍາມະຊາດ

2191

ໂດຍ: LIWG

ໃນລະຫວ່າງວັນທີ 30 ພະຈິກ – 1 ທັນວາ 2020 ທາງທີມງານໂຄງການໄລຟ໌ (LIFE) ແລະ ກອງເລຂາ ກຸ່ມແລກ ປ່ຽນຂໍ້ມູນເລື່ອງທີ່ດິນ (LIWG) ໄດ້ມີການຈັດການຝຶກອົບຮົມ ການເປັນຄູຝຶກ ໃນການເຜີຍແຜ່ປະຕິທິນກົດໝາຍໃຫ້ແກ່ບັນດາສະມາຊິກ ແລະ ຄູ່ຮ່ວມງານ ເພື່ອເປັນການເພີ່ມທັດສະການເປັນຜູ້ເຜີຍແຜ່ປະຕິທິນກົດໝາຍໃນຂັ້ນຊຸມຊົນ ກ່ຽວກັບທີ່ດິນ ແລະ ຊັບພະຍາກອນທໍາມະຊາດ.

“ການຝຶກອົບຮົມຄັ້ງນີ້ເຮົາໄດ້ຮຽນຮູ້ຫຼາກຫຼາຍວິທີໃນການເຜີຍແຜ່ຂໍ້ມູນໃນປະຕິທິນກົດ ໝາຍ ແລະ ມັນໄດ້ຊ່ວຍໃຫ້ພວກເຮົາມີແຜນຊັດເຈນຂື້ນ ໃນການເຜີຍແຜ່ປະຕິທິນໃນຊຸມຊົນ”, ໜຶ່ງໃນຜູ້ເຂົ້າຮ່ວມຝຶກອົບຮົມກ່າວ.

ວິດີໂອນີ້ແມ່ນລວບລວມຄໍາຄິດເຫັນຂອງຜູ້ເຂົ້າຮ່ວມ ແລະ ຄູຝຶກກ່ຽວກັບຜົນໄດ້ຮັບຈາກການຝຶກອົບຮົມຄັ້ງນີ້.


ດາວໂລດເອກະສານທີ່ກ່ຽວຂ້ອງ:

  • ປຶ້ມຄູ່ມື ແນະນໍາການນໍາໃຊ້ປະຕິທິນກົດໝາຍເຂົ້າໃນການຝຶກອົບຮົມ ທີ່: https://bit.ly/3ttApT1
  • ປະຕິທິນກົດໝາຍປີ 2021 ທີ່: https://bit.ly/392UOoA