ແຂວງຄໍາມ່ວນ ອອກຂໍ້ຕົກລົງການຄຸ້ມຄອງນໍາໃຊ້ທີ່ດິນກະສິກໍາ ເພື່ອຄວາມຍືນຍົງ

3877
ທິດທັດການເຮັດກະສິກໍາ ໃນແຂວງຄໍາມຸ່ວນ. ຮູບພາບໂດຍ Vientiane Times.

ແຫຼ່ງຂ່າວຈາກ Vientiane Times*

ສໍານັກງານ ແຂວງຄໍາມ່ວນ ໄດ້ອອກຂໍ້ຕົກລົງ ເພື່ອແນໃສ່ຮັບປະກັນ ການຄຸ້ມຄອງທີ່ດິນກະສິກໍາໃຫ້ມີປະສິດທິພາບ ໃນສະຖານະການທີ່ເຕັມໄປດ້ວຍຄວາມທ້າທາຍຕ່າງໆ ທີ່ເກີດຂື້ນຈາກການພັດທະນານາທີ່ເກີດຂື້ນຢ່າງໄວວາ ພາຍໃນແຂວງ.

ໃນອາທິດແລ້ວນີ້ ເວັບໄຊທ໌ ຈົດໝາຍເຫດທາງລັດຖະການ ຂອງກະຊວງຍຸຕິທໍາ ໄດ້ເຜີຍແຜ່ ຂໍ້ຕົກລົງຂອງເຈົ້າແຂວງ ແຂວງຄໍາມ່ວນ ວ່າດ້ວຍ ການຄຸ້ມຄອງນໍາໃຊ້ ທີ່ດິນກະສິກໍາ ຢູ່ແຂວງຄໍາມ່ວນ.

ທ່ານ ໂອໄດ ສຸດາພອນ, ເຂົ້າແຂວງໆ ຄໍາມ່ວນ ກ່າວວ່າ ຈຸດປະສົງຂອງການອອກຂໍ້ຕົກລົງນີ້ ແມ່ນເພື່ອຮັບປະກັນການນໍາໃຊ້ທີ່ດິນກະສິກໍາ ໃຫ້ສອດຄ່ອງກັບທິດທາງການພັດທະນາສີຂຽວຂອງລັດຖະບານ.

ເອກະສານຂໍ້ຕົກລົງສະບັບນີ້ ຍັງໄດ້ກໍານົດ ແນວທາງໃນການພັດທະນາທີ່ດິນກະສິກໍາ ພ້ອມທັງການຫັນປ່ຽນທີ່ດິນ ເພື່ອການພັດທະນາອື່ນໆ ແນໃສ່ຮັບໃຫ້ໜ່ວຍງານທີ່ກ່ຽວຂ້ອງຮັບຜິດຊອບຕໍ່ໜ້າທີ່ ໃນການຄຸ້ມຄອງນໍາໃຊ້ຢ່າງລະອຽດ ແລະ ມີປະສິດທິພາບ.

ແຂວງຄໍາມ່ວນມີທ່າແຮງໃນການພັດທະນາການກະສິກໍາ ເຊິ່ງໃນທົ່ວແຂວງ ມີເນື້ອທີ່ດິນກະສິກໍາ ກວ່າ 132,000 ເຮັກຕາ ໃນນັ້ນ 87,000 ເຮັກຕາແມ່ນຂອບເຂດເນື້ອທີ່ດິນກະສິກໍາທີ່ສະຫງວນໄວ້ເພື່ອການຜະລິດສະບຽງອາຫານ; ສ່ວນຈໍານວນເນື້ອທີ່ 44,000 ເຮັກຕາ ແມ່ນຂອບເຂດເນື້ອທີ່ດິນກະສິກໍາທີ່ສະຫງວນໄວ້ ເພື່ອການຜະລິດເປັນສິນຄ້າ.  

ຂໍ້ຕົກລົງເຈົ້າແຂວງຄໍາມ່ວນສະບັບນີ້ ແມ່ນບໍ່ແນະນໍາໃຫ້ມີ ການຫັນປ່ຽນທີ່ດິນກະສິກໍາ ເພື່ອໄປເປັນໄປເປປັນທີ່ດິນປະເພດອື່ນ ເຊິ່ງຈະສາມາດດໍາເນີນໄດ້ກໍ່ຕໍ່ເມືອ ຫາກເຫັນວ່າມີຄວາມຈໍາເປັນນໍາໃຊ້ເຂົ້າໃນເປົ້າໝາຍອື່ນ ແລະ ການດໍາເນີນການ ເຈົ້າຂອງທີ່ດິນຈະຕ້ອງໄດ້ຮັບອະນຸຍາດຈາກແຂວງກ່ອນ.  ນອກຈາກນັ້ນ ການຫັນທີ່ດິນກະສິກໍາຄືນໃໝ່ ເພື່ອນໍາໃຊ້ໃນເປົ້າໝາຍອື່ນນັ້ນ ຕ້ອງຮັບໃຊ້ຜົນປະໂຫຍດສູງສຸດຂອງຊາດ ແລະ ຊີວິດການເປັນຢູ່ຂອງປະຊາຊົນ ໂດຍສອດຄ່ອງກັບ ແຜນແມ່ບົດຈັດສັນທີ່ດິນ, ແຜນ ການນໍາໃຊ້ທີ່ດິນຂອງຂະແໜງການ ແລະ ທ້ອງຖິ່ນ ເຊິ່ງເປັນສ່ວນໜຶ່ງຂອງ ແຜນພັດທະນາເສດຖະກິດ-ສັງຄົມ ແລະ ໃຫ້ມີຜົນກະທົບທາງລົບໜ້ອຍທີ່ສຸດຕໍ່ສິ່ງແວດລ້ອມ, ສັງຄົມ ແລະ ທໍາມະຊາດ.  

ພະແນກກະສິກໍາ ແລະ ປ່າໄມ້ແຂວງ ເປັນຜູ້ຮັບຜິດຊອບໂດຍກົງ ໃນການຕິດຕາມກວດກາການພັດທະນາ ແລະ ການຫັນປ່ຽນ ປະເພດທີ່ດິນກະສິກໍາ ໄປເປັນປະເພດອື່ນ. ນອກນັ້ນຍັງຮັບຜິດຊອບໃນການສົບທົບກັບໜ່ວຍງານທີ່ກ່ຽວຂ້ອງໃນການຮ່າງແຜນພັດທະນາ ແລະ ການຫັນປ່ຽນປະເພດທີ່ດິນກະສິກໍາ ເພື່ອນໍາສະເໜີຕໍ່ ສະພາປະຊາຊົນ ແຂວງຄໍາມ່ວນ ໃນການພິຈາລະນາ ຕົກລົງການອະນຸຍາດການຫັນປ່ຽນ ເປັນແຕ່ລະໄລຍະ.

ເຂົ້າຂອງທີ່ດິນ (ບຸກຄົນ, ນິຕິບຸກຄົນ, ການຈັດຕັ້ງ ແລະ ບັນດາຫົວໜ່ວຍທຸລະກິດຕ່າງໆ) ທີ່ມີຈຸດປະສົງ ໃນການຫັນປ່ຽນປະເພດທີ່ດິນກະສິກໍາ ໄປເປັນປະເພດທີ່ດິນອື່ນ ຈະຕ້ອງມີການຈ່າຍຄ່າທໍານຽມ ແລະ ຍື່ນຄໍາຮ້ອງຂໍຕາມຂັ້ນຕອນໃນການສະເໜີຂໍອະນຸມັດ ຕໍ່ ພະແນກກະສິກໍາ ແລະ ປ່າໄມ້ ແຂວງ ເພື່ອພິຈາລະນາ ແລະ ອະນຸຍາດໃຫ້ດໍາເນີນການ ໂດຍອີງຕາມ ຂໍ້ຕົກລົງຂອງເຈົ້າແຂວງ.

ໃນການຫັນປ່ຽນປະເພດທີ່ດິນກະສິກໍາ ໄປເປັນດິນປຸກສ້າງເພື່ອການຄ້າ ຫຼື ທຸລະກິດ, ເຈົ້າຂອງທີ່ດິນຕ້ອງໄດ້ຈ່າຍຄ່າບໍລິການແກ່ໜ່ວຍງານທີ່ກ່ຽວຂ້ອງ ຈໍານວນ  2,000 ກີບ ຕໍ່ຕາແມັດ  ແລະ ໃນກໍລະນີຫັນປ່ຽນທີ່ດິນກະສິກໍາ ໄປເປັນດິນປຸກສ້າງບ່ອນທີ່ຢູ່ອາໄສ (ສໍາລັບຄອບຄົວ) ແມ່ນຈ່າຍຄ່າບໍລິການ ຈໍານວນ 200 ກີບ ຕໍ່ຕາແມັດ.

ຂໍ້ຕົກລົງຂອງເຈົ້າແຂວງໆຄໍາມ່ວນສະບັບນີ້ ຍັງໄດ້ຫ້າມ ບຸກຄົນ, ນິຕິບຸກຄົນ ແລະ ບັນດາຫົວໜ່ວຍທຸລະກິດຕ່າງໆ ບໍ່ໃຫ້ມີການນໍາໃຊ້ທີ່ດິນກະສິກໍາຂອງຕົນ ເຂົ້າໃນເປົ້າໝາຍອື່ນ ເຊັ່ນ: ຫັກນປ່ຽນເປັນທີ່ດິນປຸກສ້າງ, ດິນອຸດສາຫະກໍາ ຫຼື ນໍາໃຊ້ເຂົ້າເພື່ອດໍາເນີນ ທຸລະກິດດ້ານອື່ນໆ ໂດຍບໍ່ໄດ້ຮັບອະນຸຍາດ ຈາກຂະແໜງການກະສິກໍາ ແລະ ປ່າໄມ້.


ເພີ່ມເຕີມ: ຂໍ້ຕົກລົງສະບັບດັ່ງກ່າວນີ້ ແມ່ນຮັບຮອງເອົາໂດຍເຈົ້າແຂວງໆ ຄໍາມ່ວນ ໃນວັນທີ 3 ມີນາ 2020  ແລະ ໄດ້ເຜີຍແຜ່ລົງໃນເວັບໄຊທ໌ ຈົດໝາຍເຫດທາງລັດຖະການຂອງກະຊວງຍຸຕິທໍາ ໃນວັນທີ 4 ພຶດສະພາ 2020. ສາມາດດາວໂລດເອກະສານສະບັບນີ້ ຈາກເວັບໄຊທ໌ ດັ່ງກ່າວໄດ້ທີ່: https://bit.ly/3697XLb  

——————————
*ແປຈາກຂ່າວຕົ້ນສະບັບຈາກ Vientiane Times ວັນທີ 8 ພຶດສະພາ 2020:​ https://bit.ly/3dr5nT4