ແຂວງໄຊຍະບູລີ ພົບ 71 ໂຄງການ ທີ່ມີການໃຫ້ເຊົ່າ-ສໍາປະທານແລ້ວ ແຕ່ບໍ່ມີການເຄື່ອນໄຫວ

1666

ວັນທີ 23 ມິຖຸນາ 2019

ທ່ານ ສົມມຈິດ ຈັນທະວົງ ຫົວໜ້າພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງໄຊຍະບູລີໃຫ້ຮູ້ວ່າ: ໃນໄລຍະຜ່ານມາ ແມ່ນສຸມໃສ່ການຈັດຕັ້ງປະຕິບັດຕາມທົດແທນການພັດທະນາທີ່ດິນ ເຊິ່ງມີຜົນສໍາເລັດໃນແຕ່ລະໜ້າວຽກເປັນຕົ້ນແມ່ນ ການສໍາຫຼວດຈັດສັນທີ່ດິນ, ຕິດພັນກັບການກວດກາດິນ 8 ະເພດຢູ່ຂັ້ນເມືອງ ແລະ ຍັງໄດຈັດສັນທີ່ດິນຕາມໂຄງການພັດທະນນາຕ່າງໆເຊັ່ນ: ໂຄງການຂະໜາດຕົວເມືອງ, ໂຄງການອະນຸລັກຊ້າງ, ໂຄງການສ້າງແຫຼ່ງທ່ອງທ່ຽວ, ໂຄງການພັດທະນາວຽກງານປ້ອງກັນຊາດ,​ໂຄງການລົງທຶນດ້ານກະສິກໍາ ແລະ ອື່ນໆ.

ໃນປັດຈຸບັນ ການເຊົ່າ-ສໍາປະທານທີ່ດິນຂອງລັດໃນແຂວງໄຊຍະບູລີ ມີທັງໝົດ 280 ໂຄງການ ກວມເອົາເນື້ອທີ່ 185,000 ເຮັກຕາ ເຊິ່ງພົບວ່າ ມີ 71 ໂຄງການ ກວມເອົາເນື້ອທີ່ 568.50 ເຮັກຕາ ທີ່ມີການໃຫ້ເຊົ່າ-ສໍາປະທານແລ້ວ ແຕ່ບໍ່ມີການເຄື່ອນໄຫວ.

ຕໍ່ກັບບັນຫາດັ່ງກ່າວ ແມ່ນທາງແຂວງຈະສືບຕໍ່ກວດກາ, ວິເຄາະໄຈຄືນ ກ່ຽວກັບສາເຫດຂອງໂຄງການທີ່ຢຸດເຊົາ ແລະ ໂງການໃດທີ່ສືບຕໍ່ ເພື່ອຫັນການຄຸ້ມຄອງເຂົ້າສູ່ລະບຽບກົດໝາຍ.

ແຫຼ່ງຂ່າວອ້າງອີງຈາກ ເສດຖະກິດ-ສັງຄົມ: http://sethakit-psx.la/detail1923.html