ສະພາແຫ່ງຊາດລົງມະຕິຮັບຮອງ​ເອົາຮ່າງ​ກົດໝາຍວ່າດ້ວຍ​ທີ່ດິນ (ສະບັບປັບປຸງ) ແລ້ວ ເຊິ່ງປະກອບມີ 15 ພາກ, 29 ໝວດ ແລະ 190 ມາດຕາ

2388

ວັນທີ 24 ມິຖຸນາ 2019

ໃນຕອນເຊົ້າວັນທີ 21 ມິຖຸນາ 2019, ກອງປະຊຸມສະໄໝສາມັນເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ VIII ບັນດາສະມາຊິກສະພາແຫ່ງຊາດ ໄດ້ພ້ອມກັນຄົ້ນຄ້ວາພິຈາລະນາເພື່ອຮັບຮອງເອົາຮ່າງກົດໝາຍວ່າດ້ວຍທີ່ດິນ ສະບັບປັບປຸງ ສະເໜີໂດຍ ທ່ານ ສົມມາດ ພົນເສນາ, ລັດຖະມົນຕີກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ຊຶ່ງເປັນຮ່າງກົດໝາຍທີ່ຜ່ານການທາບທາມໃນກອງປະຊຸມສະໄໝສາມັນເທື່ອທີ 6 ຂອງສະພາແຫ່ງຊາດຊຸດທີ 8 ມາແລ້ວ.

ບັນດາຫົວຂໍ້ທີ່ມີການໂອ້ລົມເຈາະຈີ້ນຫຼາຍແມ່ນ:

• ມາດຕາ 30 ວ່າດ້ວຍ ການຄຸ້ມຄອງ ແລະ ການນໍາໃຊ້ທີ່ດິນແຕ່ລະປະເພດ

• ມາດຕາ 37 ວ່າດ້ວຍການກໍານົດເນື້ອທີ່ການນໍາໃຊ້ດິນເພື່ອຜະລິດກະສິກໍາ

• ມາດຕາ 77 ວ່າດ້ວຍການກໍານົດຂອບເຂດສິດນໍາໃຊ້ດິນປຸກສ້າງ (ເພື່ອເປັນການຮັບ ຮອງການຂະຫຍາຍຕົວຂອງພົນລະເມືອງ)

• ມາດຕາ 83 ວ່າດ້ວຍການຈັດສັນທີ່ດິນຂອງລັດ (ເພື່ອເປັນທີ່ຢູ່ອາໄສໃຫ້ພະນັກງານ)

• ມາດຕາ 101 ວ່າດ້ວຍຂັ້ນຕອນການຂຶ້ນທະບຽນໃບຕາດິນ

• ມາດຕາ 109 ວ່າດ້ວຍການປະເມີນທີ່ດິນ

• ມາດຕາ 123 ວ່າດ້ວຍການຊື້-ຂາຍສິດນໍາໃຊ້ທີ່ດິນຂອງລັດ

ນອກນັ້ນ ສະມາຊິກສະພາແຫ່ງຊາດກໍ່ໄດ້ໄດ້ມີການເຈາະຈີ້ມ ກ່ຽວກັບປະເດັນ ການເສຍສິດນໍາໃຊ້ທີ່ດິນ ອີກດ້ວຍ.

ຮ່າງກົດຫມາຍສະບັບປັບປຸງນີ້ ແມ່ນປະກອບດ້ວຍ 15 ພາກ 29 ໝວດ 190 ມາດຕາ. ຖ້າທຽບໃສ່ສະບັບທີ່ໄດ້ທາບທາມມາໃນຄັ້ງກ່ອນ (ທີ່ຜ່ານການທາບທາມໃນກອງປະຊຸມສະໄໝສາມັນເທື່ອທີ 6 ຂອງສະພາແຫ່ງຊາດຊຸດທີ 8 ມາແລ້ວ, ປະກອບມີ 15 ພາກ 29 ໝວດ 160 ມາດຕາ) ແມ່ນໄດ້ເພີ່ມຂຶ້ນ 36 ມາດຕາ, ປັບປຸງເນື້ອໃນຄືນໃໝ່ 47 ມາດຕາ ແລະ ຕັດອອກ 5 ມາດຕາ.

ແຫຼ່ງຂ່າວອ້າງອີງ Lao National Radio: http://bit.ly/2IBZfe3