ຈົດໝາຍຂ່າວ ກຸ່ມແລກປ່ຽນຂໍ້ມູນເລື່ອງທີ່ດິນ ສະບັບທີ 1

1665

ຈົດໝາຍຂ່າວສະບັບນີ້ ແມ່ນ ສະບັບທີ 1 ຂອງ ກຸ່ມແລກປ່ຽນຂໍ້ມູນເລື່ອງທີ່ດິນ (LIWG) ປະຈໍາໄຕມາດ ເດືອນ ພຶດສະພາ-ກັນຍາ 2017. ຈົດໝາຍຂ່າວຂອງພວກເຮົາແມ່ນມີຈຸດປະສົງ ເພື່ອນຳສະເໜີ ກ່ຽວກັບບັນດາກິດຈະກຳຕ່າງ ໆທີ່ໄດ້ຈັດຕັ້ງປະຕິບັດໂດຍ ກອງເລຂາກຸ່ມແລກ ປ່ຽນຂໍ້ມູນເລື່ອງທີ່ດິນ, ເຄືອຂ່າຍ, ຄູ່ຮ່ວມງານ ແລະ ໂຄງການລິເລີ່ມກ່ຽວກັບວຽກງານດ້ານທີ່ດິນ, ການປົກປັກຮັກສາຊັບພະຍາກອນທຳມະຊາດ ແລະ ການສົ່ງເສີມການເຄົາລົບສິດທິຂອງຊຸມຊົນ ຕໍ່ກັບການຄອບຄອງທີ່ດິນ ແລະ ຊັບພະຍາກອນທຳມະຊາດ. 

ເນື້ອໃນເດັ່ນໃນຈົດໝາຍຂ່າວສະບັບນີ້ ແມ່ນ:

  • ສຳມະນາເລືອງ ການປ່ຽນແປງຂອງສະພາບດິນຟ້າອາກາດ
  • ກອງປະຊຸມ ການພັດທະນາປະຕິທິນກົດໝາຍ ປີ 2018
  • ກອງປະຊຸມສຳມະນາກ່ຽວກັບທີ່ດິນ ແກ່ສະມາຊິກສະພາແຫ່ງຊາດ
  • ກໍລະນີສຶກສາ ການພັດທະນາວຽກງານແຜນນຳໃຊ້ທີ່ດິນ  
  • ການວິເຄາະ ດຳລັບເລກທີ 84 ແລະ ຮ່າງກົດໝາຍ ການສົ່ງເສີມການລົງທຶນ (ສະບັບປັບປຸງ)
  • ກໍລະນີສຶກສາ ການມີສ່ວນຮ່ວມຂອງຊຸມຊົນໃນ ການຄຸ້ມຄອງ ແລະ ນໍາໃຊ້ທີ່ດິນໃນ ສປປ. ລາວ
  • ກໍລະນີສຶກສາ ການປູກພືດເປັນສິນຄ້າ: ປະຊາຊົນເປັນຜູ້ຈັດຕັ້ງປະຕິບັດ-ລັດຮັບຜິດຊອບ
  • ຍຸດທະສາດ ການສື່ສານ-ແລກປ່ຽນຂໍ້ມູນ ຂອງ LIWG

ດາວໂລດຈົດໝາຍຂ່າວສະບັບນີ້: ສະບັບພາສາລາວ   ສະບັບພາສາອັງກິດ