ຈົດໝາຍຂ່າວ ກຸ່ມແລກປ່ຽນຂໍ້ມູນເລື່ອງທີ່ດິນ ປະຈໍາເດືອນ ກໍລະກົດ – ກັນຍາ 2020

1739

ໂດຍ ກຸ່ມແລກປ່ຽນຂໍ້ມູນເລື່ອງທີ່ດິນ

ຈົດໝາຍຂ່າວ ກຸ່ມແລກປ່ຽນຂໍ້ມູນເລື່ອງທີ່ດິນ (LIWG) ສະບັບນີ້ ເປັນສະບັບທີ8 ປະຈໍາໄຕມາດ ເດືອນ ກໍລະກົດ – ກັນຍາ 2020. ຈົດໝາຍຂ່າວຂອງພວກເຮົາແມ່ນມີຈຸດປະສົງ ເພື່ອນຳສະເໜີ ກ່ຽວກັບບັນດາກິດຈະກຳຕ່າງໆທີ່ໄດ້ຈັດຕັ້ງປະຕິບັດໂດຍ ກອງເລຂາກຸ່ມແລກປ່ຽນຂໍ້ມູນເລື່ອງທີ່ດິນ, ເຄືອຂ່າຍ, ຄູ່ຮ່ວມງານ ແລະ ໂຄງການລິເລີ່ມກ່ຽວກັບວຽກງານດ້ານທີ່ດິນ, ການປົກປັກຮັກສາຊັບພະຍາກອນທຳມະຊາດ ແລະ ການສົ່ງເສີມການເຄົາລົບສິດທິຂອງຊຸມຊົນ ຕໍ່ກັບການຄອບຄອງທີ່ດິນ ແລະ ຊັບພະຍາກອນທຳມະຊາດ. 

ເນື້ອໃນສໍາຄັນໃນຈົດໝາຍຂ່າວສະບັບນີ້ ມີຄື:

  • ກອງປະຊຸມສະມາຊິກຫຼັກ ເພື່ອນໍາສະເໜີວຽກຂອງກອງເລຂາ ແລະ ປະເດັນຕ່າງໆກ່ຽວກັບທີ່ດິນ
  • ການນໍາສະເໜີບົດສຶກສາ ແມ່ຍິງ ແລະ ສິດທິທີ່ດິນໃນປະເທດລາວ
  • ກອງປະຊຸມ ຂະແໜງການຍ່ອຍກ່ຽວກັບທີ່ດິນ
  • ຄວາມຄືບໜ້າວຽກງານການພັດທະນາປະຕິທິນກົດໝາຍສະບັບປີ 2021
  • ການຝຶກອົບຮົມແກ່ຄູ່ຮ່ວມງານຂອງໂຄງການໄລຟ໌ ກ່ຽວກັບສິດທິທີ່ດິນຕາມປະເພນີ ແລະ ການແກ້ໄຂຂໍ້ຂັດແຍ້ງ ແລະ ການເປັນຜູ້ອໍານວຍຄວາມສະດວກ
  • ໂຄງການ ສົ່ງເສີມໄວໜຸ່ມຊົນເຜົ່າໃນການເຜີຍແຜ່ຂໍ້ມູນກ່ຽວກັບການອະນຸລັກທີ່ດິນ ແລະ ຊັບພະຍາກອນທໍາມະຊາດ
  • ບົດອ່ານແນະນໍາ ແລະ ຂ່າວເດັ່ນກ່ຽວກັບປະເດັນທີ່ດິນ ແລະ ຊັບພະຍາກອນທໍາມະຊາດໃນລາວ

ດາວໂລດຈົດໝາຍຂ່າວສະບັບນີ້:
ພາສາລາວ
ພາສາອັງກິດ