Home Agribusiness ການປ່ຽນແປງ ລະບົບການຄອບຄອງທີ່ດິນ ໃນປະເທດ ຮົງກາລີ

ການປ່ຽນແປງ ລະບົບການຄອບຄອງທີ່ດິນ ໃນປະເທດ ຮົງກາລີ

Date

Category

ສະຫຼຸບຂໍ້ມູນໂດຍ LIWG

ວ່າງຕົ້ນປີນີ້ ທາງ ຄະນະຜູ້ແທນສະພາແຫ່ງຊາດ ສ.ຮົງກາລີ ໄດ້ມາ ຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ລະຫວ່າງວັນທີ 20-23 ມັງກອນ 2019

ເຊິ່ງໃນວັນທີ 22 ມັງກອນ 2019 ທ່ານ ອິສທວານ ຈໍກອບ (Istvan Jakab) ຮອງປະທານສະພາແຫ່ງຊາດ ແຫ່ງ ສ.ຮົງກາລີ ໄດ້ປາຖະກະຖາໃນຫົວຂໍ້ “ນະໂຍບາຍທີ່ດິນ ແລະ ນະໂຍບາຍການສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ ໃນຂົງເຂດກະສິກໍາ” ເຊິ່ງໃນນັ້ນ ທ່ານ ບຸນປອນ ບຸດຕະນະວົງ ກໍາມະການສູນກາງພັກ ຮອງປະທານສະພາແຫ່ງຊາດ ພ້ອມດ້ວຍຄະນະທັງສອງຝ່າຍເຂົ້າຮ່ວມດ້ວຍ.

ທ່ານ ອິສທວານ ຈໍກອບ (Istvan Jakab) ຮອງປະທານສະພາແຫ່ງຊາດ ແຫ່ງ ສ.ຮົງກາລີ (ດ້ານຊ້າຍ). ພາບໂດຍ ສະພາແຫ່ງຊາດລາວ

ໃນການປາຖະກະຖາຂອງທ່ານ ອິສທວານ ຈໍກອບ ມີບາງຕອນວ່າ:

ໃນປະເທດຮົງກາລີ, ບັນດາບໍລິສັດ ແລະ ນິຕິບຸກຄົນ ບໍ່ສາມາດຊື້ທີ່ດິນເປັນກໍາມະສິດໄດ້,  ດິນກະສິກໍາບໍ່ສາມາດຂາຍໄດ້, ນອກຈາກໃນທ້ອງຖິ່ນ. ໄດ້ມີຂະບວນການຈົດທະ ບຽນທີ່ດິນ ໃນກອງທຶນການຄຸ້ມຄອງທີ່ດິນ ເຊິ່ງມີການປະກອບເອກະສານຕ່າງໆ ທີ່ສາມາດຄຸ້ມຄອງທີ່ດິນ. ຢ່າງໜ້ອຍຊາວກະສິກອນຕ້ອງໄດ້ນໍາໃຊ້ທີ່ດິນເຂົ້າໃນການຜະລິດກະສິກໍາປູກຝັງ ຫລື ລ້ຽງສັດ ແລະ ເສຍອາກອນຢ່າງໜ້ອຍ 3 ປີ ຈຶ່ງສາມາດຊື້ທີ່ດິນໄດ້ ເຊິ່ງການຊື້ດິນຕ້ອງຜ່ານທະນາຍຄວາມ ຫລື ຂະບວນການຂອງກົດໝາຍ.  ການຊື້-ຂາຍທີ່ດິນຢູ່ປະເທດຮົງກາລີ, ບັນດາກະຊິກອນແບບອິນຊີ ຈະໄດ້ບຸລິມະສິດ ເພາະວ່າເຂົາເຈົ້າໄດ້ເຂົ້າຮ່ວມໃນການຜະລິດອາຫານທີ່ປອດໄພ ເຊິ່ງໄດ້ມີການຄຸ້ມຄອງ ຕິດຕາມ ກ່ຽວກັບການນໍຳໃຊ້ຜະລິດຕະພັນອິນຊີ ຢ່າງຈິງຈັງ. ພວກເຮົາສ້າງກົດໝາຍເພື່ອປົກປ້ອງທີ່ດິນ ເພື່ອສະຫງວນໄວ້ໃຫ້ແກ່ວຽກງານກະສິກໍາ.

ປະເທດຮົງກາລີ ໃນນາມສະມາຊິກສະຫະພາບເອລົບ ໄດ້ມີການສົ່ງອອກດ້ານຜະລິດຕະພັນສະບຽງອາຫານ ມູນຄ່າ 9 ຕື້ ແລະ ນໍາເຂົ້າ 5 ຕື້ໂລດາສະຫະລັດ ຕໍ່ປີ.

ໃນ ສ.ຮົງກາລີ, 98% ຂອງດິນກະສິກໍາແມ່ນຢູ່ໃນວິສາຫະກິດຂະໜາດນ້ອຍ ແລະ ກາງ, 68% ແມ່ນປະຊາຊົນທີ່ເຮັດວຽກກະສິກໍາ.

ໃນໄລຍະທີ່ຜ່ານມາ ໄດ້ມີງານສຶກສາ ຂອງອົງການ FAO ຕໍ່ກັບກັບການຄອບຄອງທີ່ດິນໃນປະເທດ ຮົງກາລີ ທີ່ໄດ້ສະເໜີບາງປະເດັນທີ່ນ່າສົນໃຈ ກ່າວຄື ປະເທດຮົງກາລີ ມີທີ່ຕັ້ງທີ່ເອື້ອອໍານວຍຕໍ່ການກະສິກໍາ ເພາະຕັ້ງຢູ່ເຂດພື້ນທີ່ ຄາຣພາທຽນ. ການເຮັດກະສິກໍາຢູ່ປະເທດນີ້ ແມ່ນມີສະພາບການເຕີບໂຕທີ່ດີ ເພາະມີການຮັກສາຄຸນນະພາບດິນໃຫ້ດີຢູ່ສະເໝີ, ມີສະພາບອາກາດທີ່ເອື້ອອໍານວຍ ແລະ ພູມິປະເທດທີ່ເໝາະສົມ. ການກະສິກໍາຢູ່ປະເທດ ຮົງກາຣີ ແມ່ນມີຈຸດໃຈກາງຢູ່ທີ່ສະພາບທາງດ້ານການເມືອງ ໂດຍສະເພາະ ການເປັນເຈົ້າຂອງທີ່ດິນ ແລະ ໂຄງການຂອງການເຮັດກະສິກໍາ.

ລັກສະນະພູມສັນຖານຂອງເມືອງ Balaton  ໃນປະເທດ ຮົງກາລີ. ຮູບພາບຈາກ: https://en.wikipedia.org/wiki/File:Balaton_Hungary_Landscape.jpg

ປະເດັນທີ່ດິນໃນປະເທດ ຮົງກາລີນັ້ນ ແມ່ນມີບົດບາດສໍາຄັນຕະຫຼອດມາໃນປະຫວັດສາດຂອງປະເທດ ເຊິ່ງແມ່ນພຽງແຕ່ດ້ານເສດຖະກິດເທົ່ານັ້ນ ແມ່ນຍັງມີຜົນຕໍ່ກັບຄວາມຮູ້ສຶກຂອງຄົນ ຮົງກາລີ ດ້ວຍ.

ຫຼັງຈາກສົງຄາມໂລກຄັ້ງທີສອງ ດິນກະສິກໍາ ແລະ ຊັບສິນ ສ່ວນໃຫຍ່ ໄດ້ຖືກຈັດສັນໂດຍສ່ວນກາງ ແລະ ໃນຊ່ວງປີ 1950 -​1990 ເອງ ເຊິ່ງເປັນໄລຍະທີ່ປະເທດຢູ່ໃນລະບົບການປົກຄອງຂອງຄອມມູນິດ ເຊິ່ງລັດປັນຜູ້ທີ່ມີອໍານາດສູງສຸດໃນການຄຸ້ມຄອງປະເທດ. ກ່ຽວກັບທີ່ດິນກະສິກໍາ ລັດຖະບານໃນຊ່ວງນັ້ນ ໄດ້ບັງຄັບໃຫ້ ຊາວກະສິກກອນລາຍຍ່ອຍ ຈັດຕັ້ງ ເປັນສະຫະກອນກະສິກໍາຂະໜ!ດໃຫຍ່ ແລະ ຍັງມີການຈັດຕັ້ງ ສວນປູກຂະໜາດໃຫຍ່ ທີ່ມີພາກລັດເປັນເຈົ້າຂອງ.

ໃນຊ່ວງຕົ້ນຊຸມປີ 1990 ຫຼັງຈາກທີ່ມີການປ່ຽນແປງທາງດ້ານການເມືອງ ການປ່ຽນແປງທາງດ້ານກໍາມະສິດທີ່ສ່ວນບຸກຄົນໄດ້ມີການຂະຫຍາຍຕົວຢ່າງກວ້າງຂວາງ ແລະ ເປັນຜົນສໍາລັດອັນຍິ່ງໃຫຍ່ຂອງລັດຖະບານ. ຈາກເຫດການດັ່ງກ່າວໄດ້ເຮັດໃຫ້ທີ່ດິນກະສິກໍາ ກວ່າ 77% ໄດ້ກາຍເປັນທີ່ດິນທີ່ມີການຄອບຄອງແບບ ສ່ວນບຸກຄົນ ແຕ່ 23% ແມ່ນຍັງເປັນທີ່ຊັບສິນທີ່ດິນຂອງລັດຢູ່.

ການປ່ຽນແປງດັັ່ງກ່າວແມ່ນເຮັດໃຫ້ເກີດມີບັນດານິຕິກໍາໃໝ່ ທີ່ກ່ຽວກັບການຄອບຄອງທີ່ດິນເກີດຂື້ນເຊັ່ນກັນ ໂດຍສະເພາະ ການເກີດມີ ກົດໝາຍການຊົດເຊີຍ ໃນປີ 1992 (ການອອກກົດໝາຍນີ້ ແມ່ນມີຈຸປະສົ່ງເພື່ອຈະຊົດເຊີຍແກ່ຄວາມເສຍຫາຍທີ່ເກີດຂື້ນຕໍ່ກັບທີ່ດິນກະສິກໍາ)  ໄດ້ສົ່ງຜົນໃຫ້ ເນື້ອທີ່ 50% ຂອງປະເທດ ຕ້ອງເຂົ້າສູ່ຂະບວນການ “ຊົດເຊີຍ” ທີ່ເກີດຈາກການປ່ຽນແປງຮູບແບບການຄອບຄອງທີ່ດິນ ໄປເປັນໃນຮູບແບບ ດິນສ່ວນບຸກຄົນ, ສະຫະກອນກະສິກໍາ ແລະ ໂຄງສ້າງການກະສິກໍາຂະໃຫຍ່ຂອງປະເທດ. ຈາກການເຮັດໃຫ້ດິນກາຍເປັນສ່ວນບຸກຄົນ ແລະ ການຊົດເຊີຍທີ່ດິນ ແມ່ນສົ່ງຜົນເຮັດໃຫ້ ໂຄງສ້າງ ການຖືຄອງສິດທີ່ດິນ ແລະ ນໍາໃຊ້ທີ່ດິນ ແມ່ນຂະບວນການປ່ຽນແປງ ທີ່ບໍ່ແທດເໝາະ ກັບສິ່ງທີ່ເກີດຂື້ນ.

ການຮັດໃຫ້ການຖືຄອງສິດກາຍເປັນສ່ວນບຸກຄົນ ໃນຂະແໜງການກະສິກໍານັ້ນ ມັນໄດ້ສ້າງຄວາມຫຼາກຫຼາຍຕໍ່ກັບສະຖານະທາງດ້ານກົດໝາຍ, ຂະໜາດ ແລະ ກໍາມະສິດໃນການຜະລິດກະສິກໍາ ເຊິ່ງໃນນັ້ນ ມີເຖິງກວ່າ ໜຶ່ງລ້ານຄົນ ສາມາດມີກໍາມະສິດຖືຄອງ ທີ່ດິນໃນຂະໜາດ ສະເລ່ຍລະ 4.5 ເຮັກຕາ. ກຸ່ມຜູ້ຖືຄອງລາຍຍ່ອຍ ແລະ ກຸ່ມ ກະສິກໍາພາກເອກະຊົນ ໄດ້ມີການດໍາການຜະລິດກວມເອົາເນື້ອ 47% ຂອງພື້ນທີ່ທາງການກະສິກໍາທັງໝົດຂອງປະເທດ ໂດຍປະ ກອບມີ ກຸ່ມກະສິກໍາພາກເອກະຊົນຂະໜາດກາງ ແລະ ໃຫຍ່ (ໝາຍຄວາມວ່າ ບັນດາບໍລິສັດເອກະຊົນ ແລະ ກຸ່ມສະຫະກອນກະສິກໍາ ໄດ້ມີກນຜະລິດກວມເອົາເຖິງ 40% ຂອງການຜະລິດທັງໝົດ).

ກຸ່ມຊາວກະສິກອນແມ່ຍິງ ກໍາລັງເກັບໝາກພັດໃນສວນແຫ່ງໜຶ່ງໃນເມືອງ Batya ຂອງປະເທດ ຮົງກາລີ. ພາບຈາກ Business Insider: http://bit.ly/2QzvoHw

ການກະຈາຍກໍາມະສິດການນໍາໃຊ້ທີ່ດິນທີ່ບໍ່ທົ່ວເຖິງ ໂດຍຮູບແບບການຖືຄອງກໍາມະສິດທາງດ້ານການຜະລິດກະສໍາກໍາ ດັ່ງກ່າວນັ້ນ ໄດ້ເຮັດໃຫ້ ຊາວກະສິກອນຂະໜາດນ້ອຍຈໍານວນຫຼາຍ ບໍ່ສາມາດເຂົ້າເຖິງທີ່ດິນ ເພື່ອທີ່ຈະທໍາການລ້ຽງຊີບຢ່າງພຽງພໍ ເພື່ອການສ້າງລະບົບການກະສິກໍາທີ່ມີີຄວາມຢັ້ງຢືນໄດ້.

ດັ່ງນັ້ນ ຈຶ່ງເຮັດໃຫ້ ຜູ້ທີ່ມີທີ່ດິນຈໍານວນໜ້ອຍ ຕ້ອງໄດ້ຈໍາໃຈ ໃຫ້ຫົວໜ່ວຍທຸລະກິດຕ່າງໆ ເຂົ້າມາເຊົ່າ ຫຼື ນໍາເອົາດິນຂອງຕົນໄປສະເໜີຂາຍທີ່ ໃນຕະຫຼາດທີ່ດິນ ຫຼື ນໍາໄປຂາຍໂດຍກົງໃຫ້ ກອງທຶນທີ່ດິນແຫ່ງຊາດ (NLF) ຂອງລັດຖະບານຮົງກາລີ ໃນທີ່ສຸດ ເຊິ່ງກອງທຶນດັ່ງກ່າວນີ້ ແມ່ນມີອິດທິພົນຫຼາຍຕໍ່ກັບ ລາຄາທີ່ດິນ ແລະ ຄ່າເຊົ່າທີ່ດິນ ໃນປະເທດ ຮົງກາລີ.

ກອງທຶນທີ່ດິນແຫ່ງຊາດ ເປັນອົງກອນທີ່ສ້າງຕັ້ງຂື້ນມາໂດຍ ລັດຖະບານ ເຊິ່ງໄດ້ສ້າງຂື້ນໃນປີ 2002 ໂດຍມີຈຸດປະສົງ ເພື່ອ ຈັດການ ແລະ ນໍາໃຊ້ທີ່ດິນ ເພື່ອການກະສິກໍາ ໃຫ້ເປັນໄປຕາມນະໂຍບາຍທີ່ດິນຂອງປະເທດ.

ການດໍາເນີນງານ ຂອງ ກອງທຶນທີ່ດິນແຫ່ງຊາດນີ້ ແມ່ນດໍາເນີນໂດຍອີງໃສ່ ກົດໝາຍວ່າດ້ວຍ ກອງທຶນທີ່ດິນແຫ່ງຊາດ ແລະ ບັນດາດໍາລັດອື່ນໆຂອງລັດຖະບານ. ເຖິງແມ່ນວ່າ ມີບາງ ສະຖາບັນ ແລະ ກົດໝາຍ ທີ່ມີການປ່ຽນແປງໃນຊ່ວງ 10 ປີ ທີ່ຜ່ານມາ ແຕ່ ບົດບາດ ແລະ ວຽກງານຕ່າງໆຂອງກອງທຶນນີ້ແມ່ນ ບໍ່ມີການປ່ຽນແປງ. ໂດຍວຽກງານຫຼັກໆຂອງ ກອງທຶນນີ້ຄື ການສະໜອງທີ່ດິນແກ່ບັນດາຄອບຄົວທີ່ມີການເຮັດກະສິກໍາ, ປັບປຸງລະບົບການເຊົ່າທີ່ດິນ, ດໍາເນີນງານເພື່ອໃຫ້ມີຕະຫຼາດທີ່ດິນ, ການຄຸ້ມຄອງທີ່ດິນກະສິກໍາ, ການໂຮມທີ່ດິນ ແລະ ທະນາຄານທີ່ດິນ.


ແຫຼ່ງອ້າງອີງຂໍ້ມູນ:
1. ສະພາແຫ່ງຊາດລາວ: ປາຖະກະຖາ ກ່ຽວກັບ ນະໂຍບາຍທີ່ດິນ ແລະ ການສົ່ງເສີມ SME ຂອງ ສ. ຮົງກາລີ: http://bit.ly/2OtSCwb
2. FAO: Land Banking / Land Funds as an Instruments for Improved Land Management CEEC and CIS: http://bit.ly/2CZJUAg
3. OICRF: Public and state land management in Hungary: https://www.oicrf.org/-/public-and-state-land-management-in-hungary

Recent posts

ປະຕິທິນກົດໝາຍປະຈໍາເດືອນ ພະຈິກ – ທັນວາ 2019: ການແກ້ໄຂຂໍ້ຂັດແຍ່ງກ່ຽວກັບທີ່ດິນ ແລະ ຊ່ອງທາງເຂົ້າເຖິງການຊ່ວຍເຫລືອທາງດ້ານກົດໝາຍ

ໃນຫົວຂໍ້ນີ້ ໄດ້ແນະນໍາ ເຖິງຂະບວນການ ແລະ ໜ່ວຍງານການແກ້ໄຂຂໍ້ຂັດແຍ້ງກ່ຽວ ກັບທີ່ດິນໃນແຕ່ລະຂັ້ນ ເພື່ອຄົ້ນຄວ້າຫາຂໍ້ມູນພິສູດ ເອກະສານ ພ້ອມທັງເຈລະນາຕໍ່ລອງໃນລັກສະນະທາງແພ່ງ ກໍລະນີຫາກມີຄວາມເສຍຫາຍ ເກີດຂື້ນກັບຝ່າຍໃດຝ່າຍໜຶ່ງ.

ບໍລິສັດປະກັນໄພ ແລະ ລັດຖະບານລາວໄດ້ຕົກລົງຄ່າຊົດເຊີຍ ແກ່ປະຊາຊົນທີ່ໄດ້ຜົນກະທົບຈາກເຂື່ອນເຊປ່ຽນ-ເຊນໍ້ານ້ອຍແຕກ ໃນຈໍານວນ 54 ລ້ານໂດລາສະຫະລັດ

ຜົນການເຈລະຈາຄ່າຊົດເຊີຍໄດ້ຕົກລົົງກັນໃນມູນຄ່າ 54 ລ້ານໂດລາສະຫະລັດ ຈາກມູນຄ່າເບື້່ອງຕົ້ນທີ່ໄດ້ສະເໜີໃນມູນຄ່າ 273 ລ້ານໂດລາສະຫະລັດ ເຊິ່ງປັດຈຸບັນ ບໍລິສັດປະກັນໄພ ໄດ້ໂອນເງິນເຂົ້າບັນຊີທະນາຄານແລ້ວຈໍານວນ 49,9 ລ້ານໂດລາສະຫະລັດ.

ລັດຖະບານລາວໄດ້ອະນຸຍາດໃຫ້ນັກລົງທຶນ ສໍາປະທານທີ່ດິນລັດແລ້ວ ຈໍານວນ 1,758 ໂຄງການ

ໃນນັ້ນເປັນໂຄງການເຊົ່າທີ່ດິນ 173 ໂຄງການ, ສໍາປະທານທີ່ດິນ 1,569 ໂຄງການ ແລະ ສັນຍາຜະລິດຮ່ວມກັບປະຊາຊົນ 16 ໂຄງການ (ກວມເອົາທັງໝົດ ກວມເອົາເນື້ອທີ່ 11,754,417 ເຮັກຕາ).
loລາວ
en_USEnglish loລາວ