ຄ່າຂອງດິນ: ດິນສວນທີ່ພໍ່ແມ່ປະໄວ້ໃຫ້ມີລາຄາພຽງສິບລ້ານເທົ່ານີ້ບໍ?

992

ບົດເລື່ອງໂດຍ: ສີລິຄານ ແກ້ວພູງທອງ

ຢູ່ໃນສວນຂອງສົມພອນ ບັນຍາກາດເຢັນສະບາຍ ອາກາດປອດໂປ່ງ, ມີກິ່ນອາຍທໍາມະຊາດ. ສວນນີ້ມີຄວາມສໍາຄັນຫຼາຍ ເພາະເປັນແຫຼ່ງສ້າງລາຍຮັບສຳຄັນໃຫ້ແກ່ຄອບຄົວ. ສົມພອນກັບເມຍ ແລະ ລູກສາວອາຍຸສິບແປດປີ ໄດ້ປູກຜັກຊູໃສ່ສວນຕອນນີ້ ແລະ ເອົາໃຈໃສ່ເບິ່ງແຍງເສຍຫຍ້າ, ຫົດນໍ້າ ແລະ ປ້ອງກັນບໍ່ໃຫ້ສັດຕູພືດມາລົົບກວນ. ດ້ວຍຄວາມອຸດສາຫະ ແລະ ນໍ້າພັກນໍ້າແຮງ ອົດທົນສູ້ ຄອບຄົວຂອງສົມພອນ ຈຶ່ງໄດ້ຂາຍຜົນຜະລິດຂອງຕົນ ແລະ ໄດ້ເງິນເປັນກອບເປັນກໍາທຸກໆປີ. ແຕ່ລາຍຮັບທີ່ໄດ້ມານັ້ນ ກໍ່ຍັງບໍ່ພຽງພໍຈະເອົາໃຊ້ຈ່າຍ ເພື່ອປຸກເຮືອນກໍ່ສອງຊັ້ນໃຫ້ແລ້ວ.  ດັ່ງນັ້ນ ສົມພອນ ຈຶ່ງໄດ້ຕັດສິນໃຈໄປສະໝັກເຮັດວຽກກັບອົງການພັດທະນາຊົນນະບົດ. ສ່ວນວຽກຢູ່ໃນສວນຜັກຊູນັ້ນ ມອບໃຫ້ເປັນໜ້າທີ່ລູກສາວແລະເມຍ. ວັນເສົາ ແລະ ວັນອາທິດ ສົມພອນ ຈຶ່ງມີເວລາອອກໄປຊ່ວຍສອງແມ່ລູກ ລ້ອມຮົ້ວ ເສຍຫຍ້າ ຫຼື ເອົາຜັກຊູໄປຂາຍ. ຖ້າຍາມໃດ ໂຄງການໃຫ້ລາວອອກໄປວຽກຢູ່ບ້ານເປົ້າໝາຍ ກໍ່ຖືວ່າບໍ່ໄດ້ໄປຊ່ວຍພວກເຂົາ ເຈົ້າ.

“ຖ້າລູກໃຫຍ່ມີຄອບມີຄົວແລ້ວ ຂ້ອຍຊິໃຫ້ລູກເບິ່ງແຍງສວນນີ້ແທນພວກເຮົາ” ສົມພອນເວົ້າກັບເມຍ.
“ຢ່າຟ້າວເວົ້າໄປໄກເທື່ອ! ຫາເງິນມາປຸກເຮືອນໃຫ້ແລ້ວກ່ອນເທາະ” ເມຍເວົ້າ.
“ຂ້ອຍກໍາລັງຫາຢູ່ນີ້ແຫຼະ ບໍ່ຮູ້ຈະໄປຫາໃສຕື່ມ”
ຕໍ່ມາມີແມ່ຄ້າຜັກຊູລາຍໃຫຍ່ຄົນໜຶ່ງຍ່າງເຂົ້າມາໃນສວນຂອງພວກເຂົາເຈົ້າ.
“ໂອ້! ສວນຜັກຊູເຈົ້າງາມຫຼາຍເນາະ! ພວກເຈົ້າໃຊ້ປຸ໋ຍເຄມີບໍ?” ແມ່ຄ້າຖາມ
“ບໍ່..ພວກເຮົາປູກແບບທໍາມະຊາດ.ພວກເຮົາໃຊ້ປຸຍຊີວະພາບ” ເມຍສົມພອນຕອບພ້ອມເອົາມືເຊັດເຫື່ອອອກຈາກແກ້ມ.
“ຂ້ອຍມາແຕ່ໃນເມືອງ ຢາກມາຊື້ຜັກຊູໄປຂາຍຢູ່ຕໍ່ເຂດ” ແມ່ຄ້າບອກຈຸດປະສົງ.
“ພໍດີແລ້ວເດ້ ພວກເຮົາກຳລັງຈະຕັດຈໍານວນໜຶ່ງໄປຂາຍພໍດີ” ລູກສາວເວົ້າດ້ວຍສີໜ້າດີໃຈ.
“ຂ້ອຍຈະຊື້ຫຼາຍໃດ໋! ພວກເຈົ້າຕ້ອງຫຼຸດລາຄາໃຫ້ຂ້ອຍແດ່”
“ຄັນຊັ້ນ ຈະເອົາຈັກໂລ?” ເມຍສົມພອນຖາມ.
“ເອີ້! ຖ້າຖ້າຕົກລົງລາຄາກັນໄດ້ ຂ້ອຍຈະຊື້ເອົາໝົດຢູ່ໃນສວນນີ້ແຫຼະ”

ສອງແມ່ລູກເບິ່ງໜ້າກັນ ບໍ່ນຶກບໍ່ຝັນວ່າຈະມີຄົນມາຊື້ຜັກຊູໝົດສວນແນວນີ້. ສອງແມ່ລູກເວົ້າຊຸບຊິບກັນຢູ່ດົນເຕີບ ຈຶ່ງເຮັດໃຫ້ແມ່ຄ້າລໍາຄານໃຈ.

“ເອົາຈັ່ງຊີ້ ບໍ່ເວົ້າຍາກ! ເອົາໝົດນີ້ ຂ້ອຍຈ່າຍ ຫົກລ້ານ” ແມ່ຄ້າເວົ້າສຽງດັງ.
“ແມ່…ເຈົ້າຊິເອົາບໍ ຫົກລ້ານກີບນ່ະ?” ລູກສາວຫງວກໜ້າມາເວົ້າກັບແມ່.
“ບໍ່ຮູ້ວ່າໄດ໋ ໂທໄປຖາມພໍ່ໂຕເບິ່ງດູ໋”
ລູກສາວຈົກໂທລະສັບມືຖືອອກມາຈາກຖົງເສືອ ແລ້ວໂທຫາພໍ່…
“ແມ່! ອີ່ພໍ່ວ່າສິບລ້ານວ່າຊັ້ນ!” ລູກສາວບອກແມ່ທີ່ຢືນລົມກັບແມ່ຄ້າຢູ່.
“ໂອ້ຍ! ໂພດຕິສິບລ້ານ…ເອົາເຈັດລ້ານສາ!” ແມ່ຄ້າຕໍ່ລອງ.
“ອີ່ນາງ…ໂທຖາມພໍ່ໂຕຕື່ມອີກເບິ່ງດູ້” ແມ່ບອກລູກສາວ.
ອີ່ນາງປະຕິບັດຕາມແມ່ບອກ.
“ອີ່ພໍ່ວ່າແປດລ້ານ! ຖ້າບໍ່ໄດ້ແປດລ້ານ ບໍ່ຂາຍວ່າຊັ້ນ!” ລູກສາວບອກແມ່ຍິງທັງສອງທີ່ລໍຟັງຄໍາຕອບຢູ່.
ແມ່ຄ້າພະຍາຍາມຕໍ່ລາຄາລົງເປັນເຈັດລ້ານຫ້າ ແຕ່ເມຍສົມພອນບໍ່ຍອມ. ໃນທີ່ສຸດ ແມ່ຄ້າຄົນນັ້ນກໍ່ຕົກລົງຊື້ເອົາຜັກຊູທັງໝົດໃນລາຄາແປດລ້ານ ເພາະໄດ້ລາຄາດີແລ້ວ.

ຫຼັງຈາກຂາຍຜັກຊູອອກໝົດແລ້ວ ສົມພອນກໍ່ມາຊ່ວຍເມຍກັບລູກຂຸດດິນຢູ່ສວນ ເພື່ອກຽມປູກຜັກຊູຄັ້ງຕໍ່ໄປ. ຕໍ່ຈາກນັ້ນ ສົມພອນກໍ່ພາລູກ ແລະ ເມຍຂື້ນໄປຢາມພໍ່ປູ່ແມ່ຍ່າຢູ່ສະຫວັນນະເຂດເປັນເວລາໜຶ່ງອາທິດ ເພາະບໍ່ໄດ້ຂື້ນໄປຢາມເພິ່ນສາມປີແລ້ວ. ຄາວນີ້ຂາຍຜັກຊູໄດ້ເງິນເປັນກ້ອນ ເອົາຈ່າຍໃຫ້ກໍາມະກອນເຮັດເຮືອນ ແລະ ຊື້ເຄື່ອງກໍ່ສ້າງຈໍານວນໜຶ່ງເປັນເງິນຫ້າລ້ານກີບ ຍັງອີກສາມລ້ານກີບເຊິ່ງພຽງພໍສໍາລັບຊື້ປີ້ລົດເມໄປກັບລະຫວ່າງປາກເຊ ຫາ ສະຫວັນນະເຂດສຳລັບຄົນສາມຄົນ ສ່ວນເງິນທີ່ເຫຼືອເລັກນ້ອຍນັ້ນກໍ່ເອົາຊື້ເຄື່ອງໄປຕ້ອນພໍ່ປູ່ແມ່ຍ່າ.

ເມື່ອກັບມາແຕ່ສະຫວັນນະເຂດ ສົມພອນກັບເມຍກໍພາກັນຂີ່ລົດຈັກອອກໄປຈອບເບິ່ງສວນ. ເມື່ອຂີ່ລົດໄປຮອດປະຕູສວນ ພາບທີ່ທັງສອງເຫັນກໍ່ຄື ເດີ່ນດິນແດງແປນເປັນທົ່ງກວ້າງ ບາງບ່ອນຍັງມີຮອຍລົດດຸດຢູ່.

“ໂອ້! ແມ່ນໃຜມາດຸດສວນເຮົາ?” ເມຍສົມພອນຮ້ອງຂື້ນດ້ວຍຄວາມຕົກໃຈ.
ສົມພອນກັບເມຍໄປຖາມຊາວບ້ານທີ່ອາໄສຢູ່ບໍລິເວນນັ້ນ.
“ໄດ້ຍິນວ່າ ແມ່ນບໍລິສັດປູກຢາງພາລາທີ່ໄດ້ຮັບສໍາປະທານທີ່ດິນມາດຸດວ່າຊັ້ນ” ຊາຍໄວກາງຄົນຜູ້ໜຶ່ງເວົ້າ.
“ເຮັດແນວນີ້ບໍ່ເປັນຕິ໋! ເຮັດຄືບ້ານບໍ່ມີຂື່ມີແປ ຈັ່ງໃດຂ້ອຍກໍ່ຕ້ອງໄປສູ້ເອົາຄືນ!” ສົມພອນເວົ້າດ້ວຍຄວາມຢາກຮ້າຍ.

ເມື່ອກັບມາເຮືອນ ສົມພອນອຸກໃຈຄິດໜັກ ຊິເຮັດຈັ່ງໃດຈຶ່ງຈະເອົາດິນກັບມາຄືນ. ຖ້າບໍລິສັດເອົາດິນແລ້ວລາວຊິເອົາຫຍັງທໍາມາຫາກິນ. ຕໍ່ມາລາວໄດ້ຕັກສິນໃຈຂື້ນໄປຫາເມືອງ ແຕ່ເພິ່ນກໍບອກວ່າໃຫ້ໄປຫາແຂວງ ສ່ວນແຂວງກໍແນະນໍາໄປຫາຫົວໜ້າບໍລິສັດ.ມື້ໃໝ່ ສົມພອນໄດ້ໄປຫາຫົວໜ້າບໍລິສັດປູກຢາງພາລາ ແຕ່ບໍ່ພົບຫົວໜ້າ. ລູກນ້ອງບອກວ່າ ເພິ່ນໄປຕ່າງປະເທດອີກອາທິດໜຶ່ງຈື່ຈະກັບມາ. ອາທິດໜຶ່ງຜ່ານໄປສົມພອນກໍ່ເຂົ້າໄປຫາຫ້ອງການຂອງບໍລິສັດອີກ ແລະ ໃນທີ່ສຸດກໍ່ໄດ້ພົບຫົວໜ້າບໍລິສັດ.

 “ບໍລິສັດຂອງເຈົ້າດຸດເອົາດິນສວນຂອງຂ້ອຍໃດ໋ ຢາຫໃຫ້ຫົວໜ້າສົ່ງຄືນ” ສົມພອນເອີ່ຍຂື້ນ.
“ບໍລິສັດຂອງພວກເຮົາໄດ້ຮັບສຳປະທານດິນຂົງເຂດນີ້ ພວກເຮົາເຫັນວ່າມັນເປັນສວນຮ້າງ ບໍ່ມີຄົນປູກຫຍັງໃສ່ ພວກເຮົົາຈຶ່ງດຸດເອົາ” ຫົວໜ້າບໍລິສັດຢາງພາລາອະທິບາຍ.
“ພວກເຮົາກໍາລັງກຽມກິນຈະປູກຢູ່!” ສົມພອນກ່າວ.
“ບໍ່ແມ່ນແຕ່ດິນຂອງອ້າຍຜູ້ດຽວ ຂອງຜູ້ອື່ນກະຖືກຄືກັນ” ບໍລິສັດຕອບກັບ.
“ຈັ່ງໃດບໍລິສັດຂອງພວກເຈົ້າກໍຕ້ອງສົ່ງດິນຄືນ ເພາະເປັນບ່ອນທໍາມາຫາກິນຂອງຄອບຄົວຂ້ອຍ” ສົມພອນເວົ້າສຽງດັງ.
“ເຈົ້າໄປເວົ້າກັບແຂວງພຸ້ນສາ ເພາະເພິ່ນເປັນຜູ້ໃຫ້ພວກເຮົາສໍາປະທານ” ຫົວໜ້າບໍລິສັດຕອບ.

ເມື່ອຍບໍ່ເຫັນທ່າວ່າຈະຕົກລົງກັນໄດ້ ສົມພອນກໍ່ກັບເມື່ອເຮືອນດ້ວຍຄວາມຜິດຫວັງ. ລາວເສຍອົກເສຍໃຈຈົນບໍ່ຢາກ ກິນເຂົ້າກິນນໍ້າ. ສົມພອນຫວິ້ງເຕັ້ນແລ່ນຫາພີ່ຫານ້ອງ ແລະ ຄົນທີ່ຮູ້ຈັກ. ລາວຕ້ອງເສຍເວລາ ເສຍທັງເງິນທອງ. ເງິນທີ່ໄດ້ຈາກການຂາຍຜັກຄັ້ງທີ່ຜ່ານມານັ້ນກໍນັບມື້ຍັງເຫຼືອໜ້ອຍເຕັມທີ. ຊໍ້າບໍ່ໜໍາເຄາະກໍາຊໍ້າຕື່ມອີກ ເມື່ອສົມພອນກັບມາຫ້ອງການບ່ອນທີ່ລາວເຮັດວຽກ ຫົວໜ້າກໍ່ໄລ່ສົມພອນອອກຈາກວຽກ ຍ່ອນສົມພອນຂາດການຫຼາຍມື້ ເພື່ອໄປຫິ້ງເຕັ້ນເອົາດິນສວນຄືນ ເຮັດໃຫ້ສົມພອນອຸກໃຈຫຼາຍກວ່າເກົ່າ.

ສອງມື້ຕໍ່ມາສົມພອນກັບເມຍອອກໄປເບິ່ງສວນ ຄາວນີ້ມີຮົ້ວໜາມໜາກຈັບລ້ອມດິນສວນຂອງລາວກັບສວນຄົນອື່ນ ສ່ວນຮົ້ວຫຼັກຫຼາຍຂັ້ນສວນນັ້ນຖືກຮື້ຖອນໄປໝົດ ບໍ່ເຫຼືອຈັກອັນແລ້ວ.

ສົມພອນບໍ່ຍອມເລີກລົ້ມຄວາມຕັ້ງໃຈ ລາວຊອກທຸກວິທີທາງເພື່ອໃຫ້ໄດ້ດິນຄືນມາ. ໜຶ່ງເດືອນຜ່ານໄປສົມພອນໄດ້ໄປຕໍ່ສູ້ຫັບຫົວໜ້າບໍລິສັດ.

“ອ້າຍຢາກມາເວົ້າເອົາດິນຄືນນີ້ແລ້ວ ເພາະມັນໃກ້ຈະຮອດລະດູປູກພືດແລ້ວ ຢາກໃຫ້ຫົວໜ້າສົ່ງດິນຄືນໃຫ້ພວກເຮົາສາ” ສົມພອນເວົ້າລັກສະນະອ້ອນວອນ.
“ຂ້ອຍບອກເຈົ້າແລ້ວເດ້ ວ່າໃຫ້ໄປເວົ້າກັບທາງແຂວງພຸ້ນ” ຫົວໜ້າບໍລິສັດເວົ້າແບບອາລົມເສຍ.
“ຂ້ອຍໄປແລ້ວ ເພິ່ນວ່າໃຫ້ມາຕົກລົງກັບບໍລິສັດ” ສົມພອນຢໍ້າ.
“ຄັນຊັ້ນເອົາຈັງຊີ້ສາພວກເຮົາບໍ່ມັກຍາກ ພວກເຮົາຊິເອົາເງິນສິບລ້ານໃຫ້ອ້າຍເພື່ອເປັນຄ່າທົດແທນສິ່ງທີ່ເຈົ້າສູນເສຍໄປ” ຫົວໜ້າບໍລິສັດຍື່ນຂໍສະເໜີ.
ສົມພອນມິດຢູ່ດົນເຕີບ ບໍ່ຮູ້ຊິເຮັດແນວໃດ. ລາວຄິດໃນໃຈວ່າ ຖ້າບໍ່ເອົາເງິນກ້ອນນີ້ບາງທີອາດຈະບໍ່ໄດ້ຫຍັງກໍ່ໄດ້.
“ສິບລ້ານໜ້ອຍໂພດບໍ ໃຫ້ຫຼາຍກວ່ານັ້ນບໍ່ໄດ້ບໍ?” ສົມພອນຕໍ່ລອງ.
“ສິບລ້ານກີບຖືວ່າຊ່ວຍເຫຼືອກັນແລ້ວ ຫຼາຍຄົນຍັງບໍ່ໄດ້ຊໍ້າ” ຫົວໜ້າບໍລິສັດເວົ້າລັກສະນະຍື່ນຄໍາຂາດ.

ສົມພອນຄິດໜັກ ຖ້າບໍ່ເອົາເງິນຈໍານວນນີ້ ບາງທີຕົນເອງອາດຈະບໍ່ໄດ້ຫຍັງຊໍ້າ. ໃນທີ່ສຸດສົມພອນບໍ່ມີທາງເລືອກ ລາວຕ້ອງຍອມຈໍານົນຕໍ່ໂຊກຊະຕາ. ລາວຈັບເງິນຕັບສິບລ້ານຍ່າງອອກຈາກຫ້ອງການບໍລິສັດປູກຢາງພາລາ. ເມື່ອມາຮອດບ່ອນທີ່ລົດຈັກຂອງລາວຈອດຢູ່ ລາວກົ້ມເບິ່ງເງິນຕັບນັ້ນອີກເທື່ອໜຶ່ງ ມັນມີແຕ່ໃບຫ້າສິບພັນລ້ວນໆ. ໃນໃຈຄິດວ່າຈະເອົາເງິນຈໍານວນນີ້ໄປເຮັດຫຍັງ? ແນ່ນອນກ່ອນອື່ນລາວຕ້ອງເອົາໄປປຸກເຮືອນຂອງລາວໃຫ້ແລ້ວ ເພື່ອກຽມເອົາເຂີຍເຂົ້າບ້ານ. ແຕ່ຫຼັງຈາກນັ້ນເດ ຈະເອົາຫຍັງມາຢູ່ມາກິນ. ລາວແຫງວນໜ້າເບິ່ງຟ້າຢາກຖາມສິ່ງສັກສິດຢູ່ສະຫວັນເບື້ອງບົນວ່າ “ດິນສວນທີ່ພໍ່ແມ່ປະໄວ້ໃຫ້ມີລາຄາພຽງສິບລ້ານເທົ່ານີ້ບໍ?”

ພາບຈາກບົດເລື່ອງ: ຄ່າຂອງດິນ/ປຶ້ມອ່ານ ດິນຂອງຟ້າ

ຄັດມາຈາກ “ດິນຂອງຟ້າ”, ປື້ມອ່ານໂຮມເລື່ອງສັ້ນ ຂຽນໂດຍນັກຮຽນມັດທະຍົມເມືອງປາກຊ່ອງ, ປີ 2012