21 ຂ່າວເດັ່ນ ກ່ຽວກັບທີ່ດິນ ແລະ ຊັບພະຍາກອນທໍາມະຊາດໃນລາວ ປະຈໍາປີ 2021

254

ໂດຍ LIWG Admin


ໃນຕະຫຼອດປີ 2021 ທີ່ຜ່ານມາ ມີຫຼາກຫຼາຍເລື່ອງລາວທີ່ເກີດຂື້ນ ເຊິ່ງ ການລະບາດຂອງພະຍາດໂຄວິດ-19 ກໍ່ຍັງເປັນບັນຫາໜຶ່ງທີ່ເກີດຂື້ນ ທີ່ຍັງໜ້າເປັນຫ່ວງໃນທົ່ວປະເທດລາວ. ເຖິງຢ່າງໃດກໍ່ຕາມ ກໍ່ມີຫຼາຍເຫດການ ແລະ ຂ່ານສານກ່ຽວກັບປະເດັນທີ່ດິນ ແລະ ຊັບພະຍາກອນທໍາມະຊາດ ທີ່ໜ້າຈັບຕາເບິິ່ງໃນລາວ ໃນຕະຫຼອດປີທີ່ຜ່ານມາ ໂດຍສະເພາະບັນດາໂຄງການລົງທຶນ ແລະ ສໍາປະທານທີ່ດິນ ເພື່ອການພັດທະນາຫຼາຍໂຄງການ.  

ເພື່ອເປັນການຍ້ອນເບິ່ງຄືນ ເລື່ອງລາວຂ່າວສານຕ່າງໆທີ່ຕິດພັນກັບປະເດັນທີ່ດິນ ແລະ ຊັບພະຍາກອນທໍາມະຊາດໃນບ້ານເຮົາທີ່ເກີດຂື້ນ ໃນໄລຍະປີ 2021 ທີ່ຜ່ານມາ ພວກເຮົາຈຶ່ງໄດ້ສະຫຼຸບເອົາ 21 ຂ່າວ ທີ່ທາງພວກເຮົາເຫັນວ່າ  ເປັນເລື່ອງ ຫຼື ເຫດການທີ່ເດັ່ນ ເຊິ່ງອາດເປັນສິ່ງເກີດຂື້ນຕໍ່ເນື່ອງມາໃນປີກ່ອນໆ ແລະ ຍັງເຫັນວ່າ ຍັງມີຫຼາຍບັນຫາທີ່ຍັັງບໍ່ທັນໄດ້ຮັບການແກ້ໄຂ ແລະ ຍັງເປັນຄໍາຖາມ ເຊິ່ງຕ້ອງເບິ່ງວ່າໃນປີ 2022 ຈະມີການປ່ຽນແປງ ຫຼື ຄວາມຄືບໜ້າອັນໃດແດ່ ທີ່ຕິດພັນ ກັັບເລື່ອງທີ່ດິນ ແລະ ການດໍາລົງຊີວິດ.

1.ສູນກາງແນວລາວສ້າງຊາດ ສະເໜີກ່ຽວກັບບັນຫາທີ່ດິນ ຕໍ່ສະພາແຫ່ງຊາດ ເພື່ອໃຫ້ພິຈາລະນາ ແລະ ຫາຊ່ອງທາງແກ້ໄຂ

ທ່ານ ນາງ ຄຳຈັນ ພົມແສງສະຫວັນ ຮອງປະທານສູນກາງແນວລາວສ້າງຊາດ ໄດ້ມີຄໍາສະເໜີຂອງປະຊາຊົນ ຕໍ່ສະພາແຫ່ງຊາດ ໃນວາລະກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX ວັນທີ 8 ພະຈິກ ໃຫ້ພາກ ສ່ວນກ່ຽວຂ້ອງ ພິຈາລະນາ ຫຼາຍບັນຫາສຳຄັນ ເຊິ່ງໜຶ່ງໃນນັ້ນແມ່ນເລື່ອງຂອງບັນຫາທີ່ດິນ. ໂດຍຕົ້ນຕໍແມ່ນ: ສະເໜີໃຫ້ສະພາແຫ່ງຊາດ ເພີ່ມທະວີການຕິດຕາມກວດກາ, ກະຕຸກຊຸກຍູ້ ຕໍ່ການປະຕິບັດໂຄງການພັດທະນາຂອງລັດຖະບານ, ບໍລິສັດກ່ຽວຂ້ອງ ທີ່ປະຊາຊົນໄດ້ຮັບຜົນກະທົບ ແຕ່ບໍ່ທັນໄດ້ຮັບການແກ້ໄຂັ; ບັນຫາ ການຈັບຈອງທີ່ດິນປ່າ, ດິນຫວງຫ້າມ, ດິນບ້ານ ແລະ ດິນປະເພດຕ່າງໆ ເປັນຈໍານວນຫຼາຍ ໄວ້ຫຼາຍປີ ແຕ່ບໍ່ໄດ້ມີການພັດທະນາຫຍັງ; ບັນຫາຂໍ້ຂັດແຍ່ງ ໃນການຊົດເຊີຍຜົນເສຍຫາຍຕໍ່ການຜະລິດກະສິກໍາ ຂອງປະຊາຊົນບັນດາເຜົ່າທີ່ຖືກຜົນກະທົບ ຈາກໂຄງການກໍ່ສ້າງ, ສໍາປະທານ ເພື່ອເຮັດກິດຈະກໍາຕ່າງໆຂອງລັດ ແລະ ເອກະຊົນ ຈໍານວນໜຶ່ງ ຍັງບໍ່ທັນຖືກຕ້ອງສອດຄ່ອງກັບແນວທາງ, ກົດໝາຍ ສະພາບຕົວຈິງຍັງມີຫາງສຽງ, ມີການສະເໜີ, ຮ້ອງທຸກ ຕໍ່ການຈັດຕັ້ງກ່ຽວຂ້ອງຂັ້ນຕ່າງໆ ແຕ່ການແກ້ໄຂຕົວຈິງຍັງມີຄວາມຫຍຸ້ງຍາກ, ຊັກຊ້າແກ່ຍາວ; ທັງຍັງມີບາງບ່ອນ ມັກໃຊ້ອໍານາດບໍລິຫານຕໍ່ປະຊາຊົນ ຢ່າງບໍ່ມີເຫດຜົນພຽງພໍ.
ອ່ານຂ່າວທີ່ກ່ຽວຂ້ອງ:

2.ນະຄອນຫຼວງວຽງຈັນ ຈະສຶກສາສຳຫຼວດຄວາມເປັນໄປໄດ້ໂຄງການພັດທະນາເມືອງທັນສະໄໝ ໃນເນື້ອທີ່ກວ່າ 2,900 ເຮັກຕາ ໂດຍກວມເອົາ 12 ບ້ານ ໃນເມືອງຫາດຊາຍຟອງ ແລະ ເມືອງໄຊເສດຖາ

ໂຄງການພັດທະນາ ເມືອງທັນສະໄໝ ຫຼື ທີ່ເອີ້ນວ່າ Smart City ໄດ້ເລີ່ມຕົ້ນສຶກສາສຳຫຼວດຄວາມໄປໄດ້ ແລະ ເກັບກໍາຂໍ້ມູນຕົວຈິງ ພາຍຫຼັງນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ອອກໃບມອບສິດວັນທີ 13 ກໍລະກົດ 2020 ໂດຍຈະແບ່ງກິດຈະການພັດທະນາອອກເປັນ 13 ເຂດ ໄດ້ແກ່ ເຂດບໍລິຫານທຸລະກິດ, ເຂດອຸດສາຫະກຳ, ການສຶກສາ, ສາທາລະນະສຸກ, ທີ່ຢູ່ອາໄສ, ກິລາ, ທ່ອງທ່ຽວ, ກະສິກຳ, ຕົວເມືອງອາຊຽນ, ຄອນໂດມີນຽມ ແລະບ້ານຈັດສັນ, ເຂດບໍລິການທາງດ່ວນ, ເຂດປ່າໄມ້ ແລະ ສວນສາທາລະນະ. ໃນນັ້ນ ຕຶກອາຄານ ຫຼື ສິ່ງປຸກສ້າງຕ່າງໆ ຈະມີການກໍ່ສ້າງຢຸ່ໃນພື້ນທີ່ 1,500 ເຮັກຕາ ຫຼື 50.70%, ສ່ວນພື້ນທີ່ 600 ເຮັກຕາ ຫຼື 21.18% ແມ່ນຈະກໍ່ສ້າງເສັ້ນທາງ, ລານຈອດລົດ ແລະ ລານກິດຈະກໍາຕ່າງໆ ແລະ ເຂດຂຽວ ລວມທັງ ສວນສາທາລະນະແມ່ນຈະສ້າງໃນ 800 ເຮັກຕາ ຫຼື 27.12% ຂອງພື້ນທີ່ໂຄງການ.
ເຈົ້າຂອງໂຄງການໃຫ້ຮູ້ວ່າ ຈະຊົດເຊີຍຜົນເສຍຫາຍຈາກການພັດທະນາທີ່ດິນ, ສິ່ງປຸກສ້າງ ແລະ ຜົນລະປູກຂອງປະຊາຊົນ ຕາມອັດຕາການຊົດເຊີຍຂອງລັດຖະບານກຳນົດໄວ້. ພ້ອມທັງໃຫ້ຮູ້ອີກວ່າ ການພັດທະນາເມືອງທັນສະໄໝນີ້ ເປັນການພັດທະນາຕົວເມືອງທັນສະໄໝ ຕົ້ນແບບດ້ານພື້ນຖານໂຄງລ່າງ ແລະການນຳໃຊ້ຊັບພະຍາກອນ, ພະລັງງານ, ການຮັກສາສິ່ງແວດລ້ອມ, ການບໍລິຫານຈັດການຕົວເມືອງ ເພື່ອໃຫ້ເປັນສູນກາງດຶງດູດການລົງທຶນພາຍໃນ ແລະຕ່າງປະເທດ ແນໃສ່ການສ້າງອາຊີບໃຫ້ປະຊາຊົນ ຕິດພັນກັບການອະນຸລັກວັດທະນະທຳ ແລະຮີດຄອງປະເພນີຂອງທ້ອງຖິ່ນ.

3.ການສໍາຫຼວດສະຖິຕິກະສິກໍາທົ່ວປະເທດ ຄັ້ງທີ 3 ໃຫ້ຮູ້ວ່າ 92% ຂອງຜູ້ຄອບຄອງທີ່ດີນກະສິກໍາ ແມ່ນເພດຊາຍ ແລະ ມີພຽງ 8% ແມ່ນເພດຍິງ

ທ່ານ ນາງ ພອນສະຫລີ ສຸກສະຫວັດ ຫົວໜ້າສູນສະຖິຕິແຫ່ງຊາດ ໄດ້ລາຍງານໃຫ້ຮູ້ວ່າ: ການສໍາຫລວດສະຖິຕິກະສິກໍາທົ່ວປະເທດ ຄັ້ງທີ 3 ເຫັນວ່າຄົວເຮືອນກະສິກໍາ ມີທັງໝົດ 644 ພັນ ຄົວເຮືອນ. ສໍາລັບຂໍ້ມູນບ້ານ ມີທັງໝົດ 8,416 ບ້ານ ໃນຂອບເຂດທົ່ວປະເທດ. ໃນຂະນະທີ່ 90% ຂອງຫົວໜ້າຄົວເຮືອນກະສິກໍາ ແມ່ນເພດຊາຍ ແລະ 10% ແມ່ນເພດຍິງ. ຫົວໜ້າສູນສະຖິຕິແຫ່ງຊາດ ກ່າວຕື່ມວ່າ: ເຫັນວ່າຍັງມີຊ່ອງຫວ່າງຄວາມບໍ່ສະເໝີພາບສູງ ໃນການຄອບຄອງດິນກະສິກໍາ ລະຫວ່າງ ເພດຍິງ ແລະ ເພດຊາຍ. 92% ຂອງຜູ້ຄອບຄອງດິນແມ່ນເພດຊາຍ ແລະ ມີພຽງ 8% ແມ່ນເພດຍິງ. ເພດຍິງ ທີ່ຄອບຄອງດິນກະສິກໍາ ແມ່ນແຕກຕ່າງກັນໃນແຕ່ລະເຂດ ແລະ ແຂວງ. ອັດຕາສ່ວນເພດຍິງ ທີ່ຄອບຄອງດິນໃນພາກໃຕ້ ແລະ ພາກກາງ ແມ່ນຄ້າຍຄືກັນ, ສ່ວນພາກເໜືອ ແມ່ນມີອັດຕາສ່ວນຕໍ່າກວ່າໝູ່. ເຊັ່ນດຽວກັນນີ້, ເຫັນວ່າມີຄວາມບໍ່ສະເໝີພາບສູງ ລະຫວ່າງເພດຊາຍ ແລະ ເພດຍິງ ໃນການຂະບວນການຕັດສິນໃຈ ໃນການຜະລິດກະສິກໍາ. ມີເພດຍິງພຽງ 13% ທີ່ມີອໍານາດໃນການຕັດສິນກິດຈະກໍາ ການຜະລິດກະສິກໍາ ໃນ ສປປ ລາວ.
ອ່ານຂ່າວທີ່ກ່ຽວຂ້ອງ:

4.ບໍລິສັດກ່າວວ່າ ໂຄງການສ້າງເຮືອນ 700 ຫຼັງ ໃຫ້ແກ່ຜູ້ໄດ້ຮັບຜົນກະທົບຈາກສັນເຂື່ອນເຊປ່ຽນ-ເຊນໍ້ານ້ອຍແຕກນັ້ນ ບໍ່ສໍາເລັດຕາມແຜນ ເນື່ອງຈາກການລະບາດຂອງພະຍາດໂຄວິດ-19

ແຂວງອັດຕະປື ແລະ ບໍລິສັດເຂື່ອນເຊປ່ຽນ-ເຊນໍ້ານ້ອຍ (PNPC/SK) ໃຫ້ຮູ້ວ່າ ໂຄງການສ້າງເຮືອນ 700 ຫຼັງ ໃຫ້ແກ່ຜູ້ໄດ້ຮັບຜົນກະທົບຈາກສັນເຂື່ອນແຕກນັ້ນ ບໍ່ສໍາເລັດຕາມແຜນ ເນື່ອງຈາກການລະບາດຂອງພະຍາດໂຄວິດ-19.
ສໍາລັບທິດທາງແຜນການ ຂອງແຂວງຈະປະຕິບັດຕໍ່ໜ້າ ແມ່ນ ສືບຕໍ່ປະສານສົບທົບກັບບໍລິສັດຜູ້ພັດທະນາໂຄງການເຂື່ອນໄຟຟ້າ ເຊປຽນ-ເຊນໍ້ານ້ອຍ ເພື່ອຈ່າຍເງິນຊົດເຊີຍຈໍານວນທີ່ຍັງຄ້າງ, ສືບຕໍ່ຊຸກຍູ້ການຜະລິດລະດູຝົນ ປີ 2021 ໃຫ້ໄດ້ຕາມແຜນການທີ່ວາງໄວ້ ແລະ ສືບຕໍ່ຕິດຕາມຊຸກຍູ້ພັດທະນາພື້ນຖານໂຄງລ່າງໃຫ້ສໍາເລັດຕາມລະດັບຄາດໝາຍ ໂດຍສະເພາະແມ່ນເຮືອນ 700 ຫຼັງ ໃຫ້ສໍາເລັດໃນທ້າຍປີ 2021 ນີ້ ພ້ອມດ້ວຍ ຫົນທາງ, ນໍ້າປະປາ, ຊົນລະປະທານ, ສຸກສາລາ ແລະ ອື່ນໆ.
ອ່ານຂ່າວທີ່ກ່ຽວຂ້ອງ:

5. ລາວມີແຜນຈະກວດກາຄວາມປອດໄພຂອງເຂື່ອນໄຟຟ້າໃນທຸກໆ 5 ປີ

ກະຊວງພະລັງງານ ແລະ ບໍ່ແຮ່ ໃຫ້ຮູ້ວ່າ ລັດມີແຜນຈະກວດກາເລື່ອງ ຄວາມປອດໄພຂອງເຂື່ອນໄຟຟ້າຕ່າງໆ ໃນຂອບເຂດທົ່ວປະເທດ ພາຍຫຼັງທີ່ພົບວ່າໃນໄລຍະທີ່ຜ່ານມາໄດ້ມີເຂື່ອນໄຟຟ້າຈໍານວນໄດ້ແຕກ ຊຶ່ງສ້າງຄວາມເສຍຫາຍຕໍ່ຊີວິດ ແລະ ຊັບສິນຂອງປະຊາຊົນເປັນຈໍານວນຫຼາຍ. ຕາມການລາຍງານຂອງ ກະຊວງພະລັງງານ ແລະ ບໍ່ແຮ່ ຂະບວນການກວດການີ້ແມ່ນຈະມີ ການເລີ່ມຂື້ນໃນອີກ ສອງ – ສາມປີ ຂ້າງໜ້າ ໂດຍຈະມີການກວດກາທັງໝົດ 78 ແຫ່ງ ທີ່ມີຢູ່ໃນປະເທດໃນປັດຈຸບັນ. ນອກນັ້ນຍັງໃຫ້ຮູ້ອີກວ່າ ເຂື່ອນທີ່ມີຢູ່ແລ້ວທີ່ແມ່ນກໍາລັງຖືກກວດກາ ແລະ ມີຫຼາຍແຫ່ງທີ່ກໍາລັງກໍ່ສ້າງພາຍໃຕ້ການຊີ້ນໍາຂອງຊ່ຽວຊານສາກົນ.
ອ່ານຂ່າວທີ່ກ່ຽວຂ້ອງ:

6.ອຸດົມໄຊ ກໍາລັງຢູ່ໃນຂັ້ນຕອນສໍາຫຼວດທີ່ດິນ ໃນເນື້ອທີ່ 12,000 ເຮັກຕາ ທີ່ເມືອງນາໝໍ້ ເພື່ອສ້າງເປັນເມືອງທັນສະໄໝ ຫຼື Smart City ໂດຍ ບໍລິສັດ ອໍາມະຕະ ຈາກປະເທດໄທ

ໂຄງການພັດທະນາເມືອງທັນສະໄໝ ຫຼື Smart City ໃນເນື້ອທີ່ 12,000 ເຮັກຕາ ທີ່ເມືອງນາໝໍ້ ເປັນໜຶ່ງໃນໂຄງການຮີບດ່ວນຂອງ ແຂວງ ອຸດົມໄຊ ໂດຍປະກອບມີ ເຂດອຸດສາຫະກໍາ, ເຂດການບໍລິການຂົນສົ່ງ (Logistics) ທີ່ເຊື່ອມຈອດລະຫວ່າງສະຖານີລົດໄຟລາວຈີນ ກັບສະໜາມບິນສາກົນ ແລະ ທາງດ່ວນ, ເຂດການຄ້າ, ທີ່ຢູ່ອາໄສ ແລະ ເຂດອະນຸລັກສີຂຽວ.
ໃນຕົ້ນປີ 2019 ທີ່ຜ່ານມາ ບໍລິສັດອໍາມະຕະ ຄໍປໍເຣເຊີນ ໄດ້ມີການເຊັນບົດບັນທຶກຄວາມເຂົ້າໃຈ ກັບອົງການປົກຄອງ ແຂວງອຸດົມໄຊ ເພື່ອພັດທະນາເມືອງທັນສະໄໝ ຫຼືທີ່ເອີ້ນວ່າ AMATA Smart & Eco City. ໃນບົດບົນທຶກນີ້ ບໍລິສັດ ອໍາມະຕະ ຈະເປັນຜູ້ສໍາປະທານທີ່ດິນຈາກລັດຖະບານລາວ.

7.ແຂວງເຊກອງ ຈະພັດທະນາແຫຼ່ງຜະລິດໄຟຟ້າຖ່ານຫີນຂະໜາດໃຫຍ່ 2 ແຫ່ງໃນທ້າຍປີ 2021ນີ້

ໂຮງງານໄຟຟ້າທັງ 2 ແຫ່ງ ຖືວ່າເປັນໂຄງການໃຫຍ່ ຊຶ່ງມີອາຍຸສໍາປະທານ 25 ປີ ໂດຍຈະຂຸດຄົ້ນຖ່ານຫີນພາຍໃນແຂວງເຊກອງ ເປັນເຊື້ອເພີງໃນການຜະລິດກະແສໄຟຟ້າ. ສະເພາະໂຮງງານແຫ່ງທີ 1 ແມ່ນມີກຳລັງຕິດຕັ້ງສູງເຖິງ 1,800 ເມກາວັດ ຕັ້ງຢູ່ເມືອງກະລຶມ ໂດຍແມ່ນກຸ່ມບໍລິສັດພອນສັກເປັນຜູ້ລົງທຶນ ໂດຍມີມູນຄ່າກໍ່ສ້າງປະມານ 3-4 ຕື້ໂດລາ. ສ່ວນ ໂຮງງານຫຼັງທີ 2 ຢູ່ ແມ່ນຢູ່ເມືອງລະມາມ ໂດຍແມ່ນການລົງທຶນຂອງນັກລົງທຶນຈີນ ມີກໍາລັງຕິດຕັ້ງປະ ມານ 700 ເມກາວັດ ຊຶ່ງມີມູນຄ່າການລົງທຶນຫຼາຍກວ່າ 1 ຕື້ໂດລາ.
ຕາມແຜນແລ້ວ ໂຮງງານທັງສອງແຫ່ງຈະສົ່ງໄຟຟ້າຂາຍໃຫ້ສະເພາະແຕ່ປະເທດກໍາປູເຈຍເທົ່ານັ້ນ ເຊິ່ງຄາດວ່າຈະໄດ້ຂາຍພາຍໃນປີ 2025.

8.ປັດຈຸບັນທົ່ວປະເທດລາວ ມີໂຄງການລົງທຶນທັງພາຍໃນ ແລະ ຕ່າງປະເທດທັງໝົດ 4,695 ໂຄງການ ໃນນັ້ນຫຼາຍກວ່າໝູ່ ແມ່ນພາກສ່ວນພະລັງງານ ແລະ ບໍ່ແຮ່ ເຊິ່ງກວມເອົາ 66%

ໃນປັດຈຸບັນ ທົ່ວປະເທດມີໂຄງການລົງທຶນທັງພາຍໃນ ແລະ ຕ່າງປະເທດທັງໝົດ 4,695 ໂຄງການ, ມູນຄ່າຫຼາຍກວ່າ 4 ໝື່ນຕື້ໂດລາສະຫະລັດ ຫຼື ເທົ່າກັບປະມານ 4 ແສນຕື້ກວ່າກີບ, ໃນນີ້ການລົງທຶນພາກເອກະຊົນມູນຄ່າຫຼາຍກວ່າ 14 ຕື້ໂດລາສະຫະລັດ ຫຼື ເທົ່າກັບປະມານ 1 ແສນຕື້ກວ່າກີບ, ການລົງທຶນຂອງລັດຖະບານຫຼາຍກວ່າ 3 ຕື້ໂດລາສະຫະລັດ ຫຼື ເທົ່າກັບປະ ມານ 3 ໝື່ນຕື້ກວ່າກີບ ແລະ ທຶນລັດຖະບານຫຸ້ນສ່ວນກັບຕ່າງປະເທດ 2 ໝື່ນ 6 ພັນ ຕື້ກວ່າໂດລາສະຫະລັດ ຫຼື ເທົ່າກັບປະມານເກືອບ 3 ແສນຕື້ກີບ.

9.ໃນໄລຍະກວ່າ 30 ປີ ປະເທດລາວມີການລົງທຶນຈາກປະເທດຈີນ ເຖິງ 813 ໂຄງການ ເຊິ່ງປັດຈຸບັນ ຈີນເປັນປະເທດທີ່ມີລົງທຶນເປັນອັບດັບໜຶ່ງ ຢູ່ໃນປະເທດລາວ

ລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ໄດ້ລາຍງານຕໍ່ກອງປະຊຸມ ເພື່ອແລກປ່ຽນສະພາບການດຳເນີນທຸລະກິດ ແລະການລົງທຶນ ຂອງນັກລົງທຶນຈີນ ຢູ່ໃນລາວວ່າ ປະເທດຈີນ ແມ່ນເຂົ້າມາລົງທຶນຢູ່ໃນປະເທດລາວ ເປັນອັນດັບ 1 ເຊິ່ງນັບຕັ້ງແຕ່ປີ 1989 ຮອດປັດຈຸບັນ ເປັນໄລຍະ 32 ປີ ມີໂຄງການຂອງຈີນ ທີ່ໄດ້ລົງທຶນ ສະສົມເປັນຈໍານວນ 813 ໂຄງການ ໂດຍມີມູນຄ່າການົງທຶນ 16 ຕື້ໂດລາ ແລະ ໃນນັ້ນລວມມີທັງໂຄງການ ຂະໜາດນ້ອຍ, ກາງ ແລະ ໃຫຍ່ ຈາກທັງ ລັດວິສາຫະກິດ ແລະ ພາກເອກະຊົນ.
ທ່ານນາງ ຄໍາຈັນ ວົງແສນບູນ ຮອງລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ໄດ້ລາຍງານຕື່ມວ່າ ສະເພາະໃນປີ 2020 ທ່າມກາງການແພ່ລະບາດຂອງພະຍາດໂຄວິດ-19 ລັດຖະບານລາວໄດ້ມີການອະນຸມັດໂຄງການລົງທຶນຈາກຈີນ ຈໍານວນ 21 ໂຄການ ເຊິ່ງສ່ວນ ໃຫຍ່ແມ່ນການລົງທຶນໃນຂະແໜງ ບໍ່ແຮ່, ພະລັງງານໄຟຟ້າ, ກະສິກໍາ, ບໍລິການ. ນອກນັ້ນ ຍັງມີການລົງທຶນໃນ ການສ້າງພື້ນຖານໂຄງລ່າງ (ເສັ້ນທາງລົົດໄຟລາວ-ຈີນ ເສັ້ນທາງດ່ວນ), ການລົງທຶນໃນບັນດາເຂດເສດຖະກິດພິເສດ (ເຊິ່ງລັດຖະບານໄດ້ມີການອະນຸມັດການລົງທຶນ ຂອງຈີນໃນບັນດາເຂດເສດຖະກິດແລ້ວ 89 ຫົວໜ່ວຍ) ແລະ ຍັງມີການລົງທຶນໃນກິດຈະ ການຍ່ອຍທົ່ວໄປ ເຊັ່ນ ຮ້ານຄ້າ, ຮ້ານອາຫານ ແລະ ທຸລະກິດຄ້າຂາຍທົ່ວໄປ ຈໍານວນຫຼາຍແຫຼ່ງທີ່ກະຈາຍຢູ່ເກືອບທົ່ວປະເທດລາວ.

10.ບໍລິສັດຈີນ ຈະຂໍສໍາປະທານທີ່ດິນ ປະມານ 3,200 – 4,800 ເຮັກຕາ ຈາກລັດຖະບານລາວ  ເພື່ອປູກຖົ່ວລຽນ

ປັດຈຸບັນປະເທດລາວ ມີພື້ນທີ່ໃນການປູກໝາກຖົ່ວລຽນສ່ວນໃຫຍ່ທີ່ແຂວງຈໍາປາສັກ ແລະ ໄດ້ເລີ່ມມີນັກລົງທຶນຈີນສະເໜີຂໍສໍາປະທານທີ່ດິນຈາກລັດຖະບານລາວ ເພື່ອປູກຖົ່ວລຽນ ປະ ມານ 3,200 – 4,800 ເຮັກຕາ (20,000 – 30,000 ໄຣ່) ເຊິ່ງສໍານັກງານສົ່ງເສີມການຄ້າໃນຕ່າງປະເທດ (ປະເທດໄທ) ປະຈໍານະຄອນຫຼວງວຽງຈັນ, ປະເທດລາວ ໄດ້ລາຍງານວ່າ ປະເທດລາວມີແຜນຈະສົ່ງອອກໝາກຖົ່ວລຽນໄປປະເທດຈີນ.
ຈາກການລາຍງານ ສາເຫດຫຼັກທີ່ເຮັດໃຫ້ການສົ່ງອອກຖົ່ວລຽນຂອງລາວເຕີບໂຕ ແມ່ນຍ້ອນລາວມີຂໍ້ຕົກລົງການຄ້າເສ ລີ ຫຼື FTA ກັບຫຼາຍປະເທດ ເຊິ່ງໄດ້ຍົກເລີກການເກັບພາສີນຳເຂົ້າຈາກ 16 ປະເທດ ໃນນັ້ນປະກອບມີ ຈີນ, ອິຕາລີ, ນິວຊີແລນ, ຍີ່ປຸ່ນ ແລະ ອິນເດຍ ເປັນຕົ້ນ.

11.ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ອອກແຈ້ງການ ໃຫ້ໂຈະ ແລະ ກວດກາຄືນການອອກໜັງສືຢັ້ງຢືນການນຳໃຊ້ທີ່ດິນປ່າໄມ້ ໃນຂອບເຂດ 3 ປະເພດປ່າ ທົ່ວປະເທດ

ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ອອກແຈ້ງການວັນທີ 25 ມີນາ 2021 ເລື່ອງໃຫ້ໂຈະ ແລະ ກວດກາຄືນການອອກໜັງສືຢັ້ງຢືນການນຳໃຊ້ທີ່ດິນປ່າໄມ້ໃຫ້ແກ່ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ໃນເຂດທີ່ດິນປ່າສະຫງວນ, ທີ່ດິນປ່າປ້ອງກັນ ແລະ ທີ່ດິນປ່າຜະລິດ ໃນຂອບເຂດທົ່ວປະເທດ.
ຈາກແຈ້ງການ ເຫດຜົນຫຼັກໆ ແມ່ນເພື່ອເປັນການເພີ່ມທະວີການຄຸ້ມຄອງທີ່ດິນປ່າໄມ້ ແລະ ຮັບປະກັນການປະຕິບັດພາລະບົດບາດຄຸ້ມຄອງຂອງລັດ ແລະ ຄວາມສັກສິດຂອງກົດໝາຍ ຢ່າງເຂັ້ມງວດ ເນື່ອງຈາກໃນໄລຍະທີ່ຜ່ານມາເຫັນວ່າ ມີບຸກຄົນ, ນິຕິ ບຸກຄົນ ຫຼື ການຈັດຕັ້ງ ບຸກລຸກ ຫຼື ຈັບຈອງທີ່ດິນ ແບບຊະຊາຍ ໂດຍບໍ່ຖືກຕ້ອງຕາມກົດໝາຍ ໃນເຂດ ທີ່ດີນປ່າສະຫງວນ, ທີ່ດິນປ່າປ້ອງກັນ ແລະ ທີ່ດິນປ່າຜະລິດ ພ້ອມດຽວກັນນັ້ນ ໃນບາງເຂດທີ່ ພາກສ່ວນທີ່ກ່ຽວຂ້ອງ ໄດ້ອອກໃບຕາດິນ ຫຼື ອອກໜັງສືຢັ້ງຢືນການນຳໃຊ້ທີ່ດິນປ່າໄມ້ ໃຫ້ແກ່ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ໃນເຂດດັ່ງກ່າວ ຊຶ່ງເປັນການລະເມີດກົດໝາຍ ຈຶ່ງເປັນສາເຫດໜຶ່ງເຮັດໃຫ້ການຄຸ້ມຄອງທີ່ດິນປ່າໄມ້ເກີດມີຫຼາຍບັນຫາສັບສົນ.

12.ບໍລິສັດ ເອກະຊົນຈີນ ໄດ້ຮັບອະນຸຍາດຈາກລັດຖະບານລາວ ເພື່ອສຶກສາຄວາມເປັນໄປໄດ້ ໂຄງການຟື້ນຟູປ່າໄມ້ & ພັດທະນາລະບົບນິເວດກະສິກຳ ໃນເນື້ອທີ່ 5,000 ເຮັກຕາ ຢູ່ເມືອງສະໜາມໄຊ ແຂວງອັດຕະປື

ໃນວັນທີ 7 ເມສາ 2021 ໄດ້ມີພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ເພື່ອສຶກສາຄວາມເປັນໄປໄດ້ໂຄງການຟື້ນຟູປ່າໄມ້ ແລະ ພັດທະນາລະບົບນິເວດກະສິກຳທັນສະໄໝຄົບວົງຈອນຢູ່ເມືອງສະໜາມໄຊ, ແຂວງອັດຕະປື ໃນເນື້ອທີ່ 5,000 ເຮັກຕາ (ຫ້າພັນ ເຮັກ ຕາ) ລະຫວ່າງລັດຖະບານແຫ່ງ ສປປ ລາວ ກັບ ບໍລິສັດ ເຈ່ຍລັນ ພັດທະນາກະສິກຳ ຈຳກັດ (ບໍລິສັດເອກະຊົນຈີນ).
ປະທານບໍລິສັດ ເຈ່ຍລັນ ພັດທະນາກະສິກຳ ຈຳກັດ ກ່າວວ່າ: ການຮ່ວມມືໃນຄັ້ງນີ້ ຖືເປັນຂໍລິເລີ່ມ ໜຶ່ງແລວ ໜຶ່ງເສັ້ນທາງ ທີ່ຈະເກີດໝາກຜົນທີ່ສຸດໃນ ການຮ່ວມມືລະຫວ່າງລາວ-ຈີນ ເຊິ່ງໂຄງການດັ່ງກ່າວ ແມ່ນລົງທຶນ ແລະ ກໍ່ສ້າງໂດຍ ບໍລິສັດ ເຈ່ຍລັນ ພັດທະນາກະສິກຳ ຈຳກັດ ໄດ້ມີການລົງທຶນລວມມີປະມານ 800 ລ້ານຢວນ ເຖິງ 1 ຕື້ຢວນ ແລະ ຈະເປັນການດຶງດູດສາຍຕາຫຼາຍໃນການຮ່ວມມືດ້ານກະສິກໍາ ຈີນ – ລາວ. ທັງນີ້ບໍລິສັດໄດ້ກ່າວວ່າ ຫຼັງຈາກໂຄງການດັ່ງກ່າວໄດ້ຮັບການຈັດຕັ້ງປະຕິບັດຢ່າງເຕັມສ່ວນ ທາງບໍລິສັດຈະສາມາດສ້າງວຽກເຮັດງານທຳໃຫ້ປະຊາຊົນ ປະມານ 50,000 ຫາ 60,000 ຄົນ.
ອ່ານຂ່າວທີ່ກ່ຽວຂ້ອງ:

13.ລັດຖະບານລາວໄດ້ ອະນຸມັດແຜນແນະນໍາເສັ້ນທາງເພື່ອກໍ່ສ້າງທາງດ່ວນ ໄລຍະ 578.6 ກິໂລແມັດ ແຕ່ ນະຄອນຫຼວງວຽງຈັນ ຫາ ປາກເຊ

ໂຄງການກໍ່ສ້າງທາງດ່ວນນີ້ແມ່ນຢູ່ພາຍໃຕ້ ແຜນການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ແລະ ມີມູນຄ່າການກໍ່ສ້າງປະມານ 5,1 ຕື້ໂດລາສະຫະລັດ. ການສ້າງເສັ້ນທາງດ່ວນປາກເຊນີ້ ແມ່ນຄາດວ່າຈະເປັນການເຊື່ອມເສັ້ນທາງຄົມມະນາ ຄົມພາກເໜືອ (ເມືອງວັງວຽງ) ຫາ ພາກໃຕ້ (ປາກເຊ) ຂອງປະເທດລາວ ໂດຍຜ່ານ ນະຄອນ ຫຼວງວຽງຈັນ ເຊິ່ງເສັ້ນ ທາງສາຍດ່ວນທາງພາກເໜືອຂອງປະເທດນັ້ນ ແມ່ນຈະເຊື່ອມຕໍ່ກັບສາຍແດນປະເທດຈີນ.
ໂຄງການກໍ່ສ້າງທາງດ່ວນລະຫວ່າງ ນະຄອນຫຼວງວຽງຈັນ ຫາ ນະຄອນປາກເຊ ໄດ້ເລີ່ມສຶກສາຄວາມເປັນໄປໄດ້ ພາຍ ຫຼັງການລົງນາມເຊັນສັນຍາ ລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ຂອງ ສປປ ລາວ ແລະ ບໍລິສັດກໍ່ສ້າງຂົວ -ທາງ CRBC ຂອງ ສປ ຈີນ ກ່ຽວກັບການດໍາເນີນການສໍາຫຼວດ-ສືກສາຄວາມເປັນໄປໄດ້ ໃນການກໍ່ສ້າງທາງເສັ້ນທາງໄລຍະທີ 4 ເຊິ່ງເລີ່ມແຕ່ຖະໜົນເລກທີ 15 ແຂວງສາລະວັນ ຫາ ປາກເຊໃນໄລຍະທາງ 82 ກິໂລແມັດ.

14.ລັດຖະບານລາວ ກໍາລັງພິຈາລະນາພັດທະນາໂຄງການກໍ່ສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ໄຊສົມບູນ-ຊຽງຂວາງ-ຫົວພັນ ອອກສູ່ຊາຍແດນລາວຫວຽດນາມ ດ້ວຍຮູບແບບ BOT ຫຼື ໃຫ້ບໍລິສັດລົງທຶນກ່ອນ

ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ອອກໜັງສືແຈ້ງການ ເລື່ອງທິດຊີ້ນຳກ່ຽວກັບການສະເໜີຮັບເອົາໂຄງ ການກໍ່ສ້າງທາງດ່ວນ ແຕ່ນະຄອນຫຼວງວຽງຈັນ ຫາ ໄຊສົມບູນ ຫາ ຊຽງຂວາງ ຫາ ຫົວພັນ ແລະ ອອກສູ່ຊາຍແດນລາວຫວຽດນາມ (ດ່ານສາກົນນໍ້າໂສຍ). ຮູບແບບການລົງທຶນຂອງໂຄງການນີ້ ແມ່ນຈະເປັນຮູບແບບ BOT ຫຼື ໃຫ້ບໍລິສັດລົງທຶນກ່ອນ ເຊິ່ງຄວາມວ່າ ບໍລິສັດເອກະຊົນ ຈະສຳປະທານຈາກລັດຖະບານ ໃນການລົງທຶນກໍ່ສ້າງ ແລະ ດຳເນີນງານ ແລະ ຈະມອບໂອນໃຫ້ລັດຖະບານ ພາຍຫຼັງສິ້ນສຸດໄລຍະການສໍາປະທານ ທີ່ກໍານົດໄວ້.

15.ຍຸດທະສາດປ່າໄມ້ ຮອດປີ 2030 ມີຈຸດປະສົງ ເພື່ອເຮັດໃຫ້ມີເນື້ອທີ່ປ່າໄມ້ ແລະ ມີປ່າໄມ້ປົກຫຸ້ມ ກວມເອົາ 70% ແລະ ເພື່ອການນໍາໃຊ້ປ່າໄມ່ຢ່າງຍືນຍົງ

ຈຸດສໍາຄັນຂອງຍຸດທະຍາດສະບັບນີ້ ແມ່ນເພື່ອບັນລຸເປົ້າໝາຍການເພີ່ມເນື້ອທີ່ປົກຫຸມປ່າໄມ້ໃຫ້ໄດ້ 70% ໂດຍແນໃສ່ການປົກປັກຮັກສາສິ່ງແວດລອມ ແລະ ເພີ່ມຄວາມອຸດົມສົມບູນຂອງຊີວະນາໆພັນ ເພື່ອໃຫ້ປະຊາຊົນສາມາດນໍາໃຊ້ເຄື່ອງປ່າຂອງດົງ ໃນການສ້າງລາຍໄດ້.
ທ່ານບຸນປອນ ແສງທອງ ຮັກສາການຫົວໜ້າກົມປ່າໄມ້ ໄດ້ກ່າວໃນທີ່ປະຊຸມວ່າ ໃນຊຸມປີທີ່ຜ່ານ ຍຸດທະສາດປ່າໄມ້ຮອດປີ 2020 ທີ່ໄດ້ຮັບການອະນຸມັດຈາກ ນາຍົກລັດຖະມົນຕີໃນປີ 2005 ນັ້ນ ຖືວ່າເປັນເອກະສານຍຸດທະສາດທີ່ດີ ໃນການປົກປັກຮັກສາປ່າໄມ້. ເຖິງຢ່າງໃດກໍ່ຕາມ ການຈັດຕັ້ງປະຕິບັດຍຸດທະສາດນີ້ ແມ່ນຍັງມີຂໍ້ບົກຜ່ອນ ແລະ ຄວາມຫຍຸ້ງຍາກ ເຊິ່ງເຫັນ ການຕັດໄມ້ທໍາລາຍປ່າແມ່ນຍັງໄດ້ເກີດຂື້ນຢ່າງຕໍ່ເນື່ອງ. ໃນຍຸດທະສາດປ່າໄມ້ຮອດປີ 2020 ມີບາງດ້ານທີ່ບໍ່ສອດຄ່ອງກັບຄວາມເປັນຈິງ ເຊິ່ງເຮັດໃຫ້ການຕັດໄມ້ຍັງສືບຕໍ່ເກີດຂື້ນ ທັງໃນແງ່ຂອງ ການຄ້າ ແລະ ຈາກທ້ອງຖິ່ນເອງ ໂດຍສະເພາະການຕັດໄມ້ທີ່ມາຈາກ ການຂະຫຍາຍເນື້ອທີ່ນາ, ການຕັດມໄມ້ຢ່າງຊະຊາຍໂດຍບາງກຸ່ມ ແລະ ການຫັນປ່ຽນປ່າໄມ້ ແລະ ທີ່ດິນປ່າໄມ້ໄປສູ່ການນໍາໃຊ້ອື່ນ ໂດຍບໍ່ມີການປະເມີນຜົນກະທົບຢ່າງລະອຽດ.
“ຫາກການຕັດໄມ້ທໍາລາຍປ່າຍັງເກີດຂື້ນຕໍ່ເນື່ອງແບບນີ້ ພວກເຮົາຈະບໍ່ສາມາດບັນລຸເປົ້າໝາຍໃນການເຮັດໃຫ້ເນື້ອທີ່ປ່າໄມ້ປົກຫຸມກວມເອົາ 70% ຂອງເນື້ອທີ່ທັງໝົດພາຍໃນປີ 2025”, ທ່ານ ບຸນປອນກ່າວ.
ອ່ານຂ່າວທີ່ກ່ຽວຂ້ອງ:

16.ຈາກບົດສະຫຼຸບການປະຕິບັດຄຳສັ່ງທີ 15/ນຍ 5 ປີ ແຕ່ປີ 2016-2020 ພົບເຫັນການລະເມີດກົດໝາຍ ແລະ ລະບຽບການປ່າໄມ້ ທັງໝົດ 570 ກໍລະນີ

ທ່ານ ສົມພອນ ແກ້ວຫາວົງ ຫົວໜ້າກົມກວດກາປ່າໄມ້ ກະຊວງກະສິກໍາ ແລະ ປ່າໄມ້ ໄດ້ນໍາສະເໜີບົດສະຫຼຸບການປະຕິບັດຄຳສັ່ງທີ 15/ນຍ ແຕ່ປີ 2016-2020 ທີ່ຄະນະສະເພາະກິດຂັ້ນສູນກາງ ແລະ ຂັ້ນແຂວງ ຈໍານວນ 29 ຄະນະໄດ້ຈັດຕັ້ງປະຕິບັດ ໃນໄລຍະ 5 ປີ ທີ່ຜ່ານມາ ໜຶ່ງໃນການລາຍງານທີ່ສໍາຄັນແມ່ນ ກໍລະນີທີ່ມີການລະເມີດກົດໝາຍ ການປະຕິບັດຄໍາສັ່ງ 15/ນຍ ໃນໄລຍະ 5 ປີ ທີ່ຜ່ານມາ ພົບເຫັນການລະເມີດກົດໝາຍ ແລະ ລະບຽບການປ່າໄມ້ ທັງ ໝົດ 570 ກໍລະນີ ໃນນັ້ນ, ເປັນພະນັກງານ 462 ຄົນ, ຜູ້ປະກອບການ 136 ຄົນ, ປະຊາຊົນ 527 ຄົນ. ໃນຈໍານວນດັ່ງກ່າວ ໄດ້ດໍາເນີນຄະດີ ແລະ ສັ່ງຟ້ອງຂຶ້ນສານ 42 ກໍລະນີ, ສານຕັດສິນແລ້ວ 3 ກໍລະນີ ສ່ວນເຫຼືອນັ້ນໄດ້ສຶກສາອົບຮ່ວມ ແລະ ປັບໃໝ່ຕາມລະບຽບການ.
ນອກຈາກນີ້ ຍັງຊີ້ໃຫ້ເຫັນວ່າ ຍັງມີຫຼາຍບັນຫາທີ່ຄົງຄ້າງ ເຊິ່ງຄະນະຮັບຜິດຊອບຈະສືບຕໍ່ແກ້ໄຂ ໂດຍສະເພາະແມ່ນບັນຫາ ສະພາບການລັກລອບຕັດໄມ້ຢູ່ລຽບຕາມຊາຍແດນ, ເຂດຫ່າງໄກສອກຫຼີກບາງບໍລິເວນທີ່ຍັງປະກົດເຫັນຢູ່.
ອ່ານຂ່າວທີ່ກ່ຽວຂ້ອງ:

17.ແຂວງຜົ້ງສາລີ ໄດ້ອະນຸຍາດໃຫ້ ບໍລິສັດເອກະຊົນຈີນ ສຶກສາຄວາມເປັນໄປ ໃນການພັດທະນາ ເຂດເສດຖະກິດພິເສດ ຢູ່ສາມແຈ ປະເທດ ລາວ-ຈີນ-ຫວຽດນາມ

ໃນວັນທີ 24 ສິງຫາ 2021 ທີ່ຜ່ານມາ ອົງການປົກຄອງແຂວງຜົ້ງສາລີ ກັບ ກຸ່ມບໍລິສັດ ຢູເຈີງ ລົງທຶນ ຈຳກັດ ສປຈີນໄດ້ມີການເຊັນບົດບັນທຶກຄວາມເຂົ້າໃຈ (MOU) ເພື່ອສຶກສາ-ສໍາຫຼວດ, ເກັບກຳຂໍ້ມູນຄວາມເປັນໄປໄດ້ ໃນການພັດທະນາ ແລະ ກໍ່ສ້າງເຂດເສດຖະກິດພິເສດ ຢູ່ເຂດສາມແຈປະເທດ ລາວ-ຈີນ-ຫວຽດນາມ ລະຫ່ວາງ ອົງການປົກຄອງແຂວງຜົ້ງສາລີ ກັບ ກຸ່ມບໍລິສັດ ຢູເຈີງ ລົງທຶນ ຈຳກັດ ສປຈີນ. ໂດຍ ທ່ານ ນາງ ຄຳມະລາ ສຸວົງ ຮອງຫົວໜ້າພະແນກແຜນການ ແລະ ການລົງທືນແຂວງ ໄດ້ສະເໜີກ່ຽວກັບບາງເນື້ອໃນ ໃນບົດບັນທືກ MOU ວ່າ ຕະຫຼອດໄລຍະອາຍຸຂອງ MOU ບໍລິສັດຈະຕ້ອງປະຕິບັດໜ້າວຽກ ເປັນຕົ້ນແມ່ນ ສຶກສາ-ສໍາຫລວດ, ລົງເກັບກໍາຂໍ້ມູນ ເພື່ອພັດທະນາ ແລະ ກໍ່ສ້າງເຂດເສດຖະກິດພິເສດ ຢູ່ເຂດສາມແຈປະເທດ ລາວ-ຈີນ-ຫວຽດນາມ ທີ່ເມືອງຍອດອູ ແຂວງຜົ້ງສາລີ ໂດຍຈະເລັ່ງໃສ່: ສຶກສາ-ສຳຫຼວດ, ເກັບກຳຂໍ້ມູນກ່ຽວກັບການນຳໃຊ້ທີ່ດິນໃນປັດຈຸບັນ ແລະ ອາດມີການປ່ຽນແປງ ລວມມີປະເພດທີ່ດິນ, ສະຖານທີ່, ເນື້ອທີ່ທຳການຜະລິດຂອງປະຊາຊົນ ແລະ ອື່ນໆ; ສືກສາ-ສຳຫຼວດສະພາບທີ່ດິນ, ທຳມະຊາດ, ເສດຖະກິດ-ສັງຄົມ ແລະ ປະເມີນຜົນກະທົບສິ່ງແວດລ້ອມ-ສັງຄົມ; ສຶກສາຄວາມເປັນໄປໄດ້ທາງດ້ານເສດຖະກິດ-ເຕັກນິກ, ແຜນ ການຕິດຕາມ ກວດກາສິ່ງແວດລ້ອມ; ແຜນການຕິດຕາມກວດກາສັງຄົມ, ແຜນວາດລວມຂອງການພັດທະນາໂຄງການ ແລະ ແຜນຜັງການກໍ່ສ້າງເບື້ອງຕົ້ນ.

18.ລັດຖະບານລາວ ແລະ ບໍລິສັດເອກະຊົນ ເລີ່ມສຶກສາສໍາຫຼວດ ໂຄງການພັດທະນາເຂດເສດຖະກິດຕົວເມືອງທັນສະໄໝຢູ່ເຂດຊາຍແດນສາມຫຼ່ຽມເສດຖະກິດ ກຳປູເຈຍ-ລາວ-ຫວຽດນາມ ທີ່ດ່ານສາກົນພູເກືອ ເມືອງພູວົງ ແຂວງອັດຕະປື

ໃນວັນທີ 20 ຕຸລາຜ່ານມາ ລັດຖະບານລາວ ກັບ ບໍລິສັດພັດທະນາອັດຕະປື ຄົບວົງຈອນ ຈໍາກັດ ໄດ້ຮ່ວມເຊັນ ບົດບັນ ທຶກຄວາມເຂົ້າໃຈ (MOU) ໃນການສຶກສາສໍາຫຼວດອອກແບບ ກໍ່ສ້າງພັດທະນາເຂດເສດຖະກິດຕົວເມືອງທັນສະໄໝຢູ່ເຂດຊາຍແດນສາມຫຼ່ຽມເສດຖະກິດ ກຳປູເຈຍ-ລາວ-ຫວຽດນາມ (CLV) ທີ່ດ່ານສາກົນພູເກືອ ເມືອງພູວົງ ແຂວງອັດຕະປື.
ຕາມການລາຍງານຂອງແຫຼ່ງຂ່າວໃຫ້ຮູ້ວ່າ ຖ້າໂຄງການດັ່ງກ່າວ ໄດ້ຮັບການພັດທະນາໃນອະນາຄົດ ເມືອງພູວົງ ຈະກາຍເປັນຈຸດຍຸດທະສາດອັນສໍາຄັນ ໃນການຂັບເຄື່ອນການຂະຫຍາຍຕົວຂອງເສດຖະກິດ ຂອງແຂວງອັດຕະປື, ເປັນເມືອງເສດຖະກິດໃໝ່ ມີດ່ານການຄ້າສາກົນທີ່ທັນສະໄໝໃຫ້ເປັນປະຕູການຄ້າ ແລະ ທ່ອງທ່ຽວ ແບບປະສົມປະສານກັບວັດທະນາທໍາທ້ອງຖິ່ນ, ທໍາມະຊາດ ແລະ ກະສິກໍາ ແລະ ທັງເປັນການກໍານົດນະໂຍບາຍການພັດທະນາຂອງແຂວງ ຕາມແນວທາງນະໂຍບາຍ ຂອງພັກ ແລະ ລັດຖະບານ.

19.ໃນປີ 2021 ທົ່ວແຂວງຫຼວງນໍ້າທາ  ມີໂຄງການເຊົ່າ ແລະ ສໍາປະທານທີ່ດິນຂອງລັດ ທັງໝົດ ຈໍານວນ 288 ກິດຈະການ ໃນມີເນື້ອທີ່ທັງໝົດ 4,261.91 ເຮັກຕາ

ໃນຈໍານວນການລົງທຶນ ໄດ້ແບ່ງອອກເປັນ 3 ປະເພດຄື: ໂຄງການດ້ານການຜະລິດກະສິກໍາ ແລະ ປ່າໄມ້ ປະກອບມີ 13 ກິດຈະການ; ໂຄງການດ້ານການຜະລິດອຸດສາຫະກໍາ ປະກອບມີ 51 ກິດຈະການ ແລະ ໂຄງການດ້ານການບໍລິການ ປະກອບມີ 224 ກິດຈະການ. ຈາກບັນດາໂຄງການລົງທຶນດັ່ງກ່າວແມ່ນ ໄດ້ປະກອບສ່ວນໃນການສ້າງວຽກເຮັດງານທໍາ, ການສ້າງ ແລະ ປັບປຸງພື້ນຖານໂຄງລ່າງ ຢູ່ເຂດທີ່ມີໂຄງການພັດທະນາ ໂດຍສະເພາະ ແມ່ນການສ້າງລາຍຮັບໃຫ້ແຂວງຫຼວງນໍ້າທາ ກໍ່ຄືລັດຖະບານ. ແຕ່ຄຽງຄູ່ກັບບັນດາຜົນປະໂຫຍດ ຈາກໂຄງການເຊົ່າ ແລະ ສໍາປະທານທີ່ດິນຂອງລັດ ຢູ່ທົ່ວແຂວງຫຼວງນໍ້າທາ ກໍ່ຍັງມີຄວາມທ້າທາຍຫຼາຍ ເນື່ອງຈາກມີຫຼາຍຂະແໜງການທີ່ກຽ່ວຂ້ອງ ຢູ່ຂັ້ນສູນກາງ ແລະ ທ້ອງຖິ່ນ ຄຸ້ມຄອງຂໍ້ມູນພໍໃຜລາວ ບໍ່ທັນລວມສູນ ຈຶ່ງບໍ່ສາມາດຕິດຕາມກວດກາໄດ້ເປັນລະບົບຄົບຊຸດ.
ນອກຈາກນີ້ ກ່ຽວກັບການຄຸ້ມຄອງໂຄງການຂະແໜງກະສິກໍາ ທີ່ນໍາໃຊ້ຢາປາບສັດຕູພຶດ ເກີນມາດຕະຖານ ຊຶ່ງໄດ້ສົ່ງຜົນກະທົບຕໍ່ສິ່ງແວດລ້ອມ ຍັງເປັນບັນຫາຄົງຄ້າງ ເຊິ່ງຈໍາເປັນຕ້ອງໄດ້ສືບຕໍ່ແກ້ໄຂ.

20.ຄໍາສັ່ງຂອງ ນຍ ວ່າດ້ວຍການເພີ່ມທະວີການຄຸ້ມຄອງ ແລະ ຕ້ານການຮົ່ວໄຫຼ ຂອງລາຍຮັບງົບປະມານແຫ່ງລັດ ສະບັບເລກທີ 18/ນຍ (ໂດຍສະເພາະຕໍ່ກັບຂະແໜງການທີ່ດິນ)

ໃນຄໍາສັ່ງດັ່ງກ່າວ, ທ່ານນາຍົກ ກໍ່ໄດ້ລະບຸວ່າ ໃຫ້ບັນດາກະຊວງ, ອົງການລັດທຽບເທົ່າກະຊວງ ແລະ ບັນດາອົງການປົກຄອງທ້ອງຖິ່ນ ປະສານສົມທົບ ກັບອົງການຈັດຕັ້ງມະຫາຊົນ, ອົງການຈັດຕັ້ງສັງຄົມ, ສື່ມວນຊົນທຸກຂັ້ນ ມີໜ້າທີ່ຊ່ວຍ ຊຸກຍູ້, ໂຄສະນາເຜີຍແຜ່, ປະຊາສໍາພັນ ໃຫ້ທຸກພາກສ່ວນທົ່ວສັງຄົມໃນການເຂົ້າຮ່ວມ ແລະ ຕິດຕາມ, ກວດກາ ເຖິງຜົນສໍາເລັດ  ແລະ ບັນດາຊ່ອງວ່າງ ໃນການປະຕິບັດໜ້າທີ່ຂອງພາກລັດ ທີ່ບໍ່ສອດຄ່ອງກັບ ລັດຖະທໍາມະນູນ, ກົດໝາຍ ແລະ ລະບຽບການຕ່າງໆ.
ສະເພາະຕໍ່ກັບ ກະຊວງຊັບພະຍາກອທໍາມະຊາດ ແລະ ສິ່ງແວດລ້ອມ (ໂດຍສະເພາະແມ່ນຂະແໜງການທີ່ດິນ) ນາຍົກ ລັດຖະມົນຕີ ໄດ້ມີຄໍາສັ່ງໃຫ້ຮັບຜິດຊອບຫຼາຍປະເດັນ ພ້ອມທັງ ມີຄໍາສັ່ງຕໍ່ກັບກະຊວງກະສິກໍາ ແລະ ປ່າໄມ້ ໃຫ້ຮັບຜິດ ຊອບ ສະໜອງຂໍ້ມູນ ການຫັນປ່ຽນທີ່ດິນປ່າໄມ້ ໄປເປັນດິນປະເພດອື່ນ, ການຂຸດຄົ້ນເຄື່ອງປ່າຂອງດົງ ແລະ ການສົ່ງອອກ ໃຫ້ຂະແໜງການເງິນ ເພື່ອເປັນຂໍ້ມູນໃນການຄິດໄລ່ຄ່າຊັບພະຍາກອນທໍາມະຊາດ ເພື່ອມອບເຂົ້າງົບປະມານແຫ່ງລັດ ຕາມກົດໝາຍ.

21. ສປປ ລາວ ໄດ້ກໍານົດໂທດປັບໃໝເປັນເງິນສູງສຸດ 9 ລ້ານກີບຕໍ່ຄັ້ງ ກໍລະນີສ້າງແຜ່ນທີ່ ທີ່ບໍ່ໄດ້ຮັບອະນຸຍາດ

ສປປ ລາວ ໄດ້ກໍານົດໂທດປັບໃໝເປັນເງິນສູງສຸດ 9 ລ້ານກີບຕໍ່ຄັ້ງ ໃນກໍລະນີພົບເຫັນ ບຸກຄົນ, ນິຕິບຸກຄົນ, ການຈັດ ຕັ້ງທີ່ດໍາເນີນການສ້າງແຜນທີ່, ນໍາໃຊ້ແຜນທີ່ ຫລື ທຸກການເຄື່ອນໄຫວ ທີ່ພົວພັນກັບວຽກງານການສໍາຫລວດວັດແທກ ແລະ ສ້າງແຜນທີ່ ທີ່ບໍ່ທັນໄດ້ຮັບອະນຸຍາດຈາກພາກ ສ່ວນກ່ຽວຂ້ອງຂອງລັດ ແລະ ອັດຕາປັບໃໝນີ້, ໄດ້ລະບຸແຈ້ງໃນກົດໝາຍວ່າດ້ວຍການສໍາຫລວດວັດ ແທກ ແລະ ສ້າງແຜນທີ່ (ສະບັບສ້າງໃໝ່) ທີ່ຖືກຮັບຮອງ ຈາກກອງປະຊຸມສະ   ໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX ໃນກາງເດືອນພະຈິກ 2021 ນີ້.
ທ່ານ ທອງຈັນ ມະນີໄຊ ລັດຖະມົນຕີ ກະຊວງພາຍໃນ ໃຫ້ຮູ້ວ່າ: ກະຊວງພາຍໃນ ມີຄວາມພະຍາຍາມຫລາຍປີ ໃນການຮ່າງກົດໝາຍນີ້ຂຶ້ນມາ, ເພື່ອເປັນເຄື່ອງມືຄຸ້ມຄອງການເຄື່ອນໄຫວວຽກງານແຜນທີ່ຢູ່ ສປປ ລາວ ໃຫ້ຢູ່ໃຕ້ລະບຽບກົດໝາຍໃຫ້ເຂັ້ມງວດກວ່າເກົ່າ, ຊຶ່ງຜ່ານມາການຄຸ້ມຄອງວຽກງານນີ້ແມ່ນອິງໃສ່ ດໍາລັດນາຍົກ ເລກທີ 73/ນຍ ລົງວັນທີ 18 ກັນຍາ 2014 ວ່າດ້ວຍການສໍາຫລວດວັດແທກ, ຖ່າຍພາບທາງອາກາດ ແລະ ສ້າງແຜນທີ່, ແຕ່ປາກົດວ່າມີເນື້ອໃນບໍ່ຮັດກຸມ, ມີຊ່ອງຫວ່າງໃຫ້ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງຫລາຍພາກສ່ວນດໍາເນີນການສໍາຫລວດວັດແທກ ຫລື ສ້າງແຜນທີ່ຫລາຍປະເພດຂຶ້ນມານໍາໃຊ້ ຫລື ການຈໍາໜ່າຍໂດຍບໍ່ໄດ້ຮັບອະນຸຍາດ, ຈຶ່ງເກີດບັນຫາ ເປັນຕົ້ນ ແຜນ ທີ່ບໍ່ຖືກຕ້ອງກັບຄວາມເປັນຈິງ, ເກີດການສ້າງແຜນທີ່ຊໍ້າຊ້ອນ ແລະ ບໍ່ເປັນເອກະພາບ.