
ບົດຄວາມຕົ້ນສະບັບຈາກ ໂດຍ MRLG
ການຝຶກອົບຮົມ ກ່ຽວກັບ ການຮັບຮູ້ສິດການຄອບຄອງທີ່ດິນຕາມປະເພນີ ຕາມແຜນງານ ການຮັບຮູ້ສິດທິການຄອບຄອງທີ່ດິນຕາມປະເພນີ (Laos Customary Tenure Recognition workstream) ຂອງອົງການ MRLG ໄດ້ຈັດຂື້ນ ທີ່ສູນກາງແນວລາວສ້າງຊາດ ໃນລະຫວ່າງວັນທີ 8-12 ມິຖຸນາ 2020 ໂດຍການເປັນປະທານຂອງທ່ານ ຄິດລະໄຊ ກົກມິລາ, ຮອງຫົວໜ້າກົມຄຸ້ມຄອງທີ່ດິນ ຈາກກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ.
ການຝຶກອົບຮົມໃນຄັ້ງນີ້ ແມ່ນ ເພື່ອເປັນການຈັດຕັ້ງໂຄງການໃນໄລຍະທົດລອງ ກ່ຽວກັບ ການຮັບຮູ້ສິດການຄອບຄອງທີ່ດິນຢູ່ໃນພື້ນທີ່ປ່າ 3 ປະເພດ.

ໂຄງການໃນໄລຍະທົດລອງ ແມ່ນກໍາລັງປະຕິບັດງານໃນ 3 ເມືອງ ຂອງແຂວງຄໍາມ່ວນ ເຊິ່ງເປັນການຈັດຕັ້ງປະຕິບັດກິດຈະກໍາທີ່ກ່ຽວກັບທີ່ດິນຄື ການຈັດແບ່ງທີ່ດິນ ແລະ ແຜນນໍາໃຊ້ທີ່ດິນ, ການສໍາຫຼວດ ແລະ ການຈັດທໍາແຜນທີ່ດິນ ໃນ 17 ບ້ານ ທີ່ຢູ່ໃນພື້ນທີ່ປ່າ 3 ປະເພດຄື: ປ່າສະຫງວນ, ປ່າປ້ອງການ ແລະ ປ່າຜະລິດ.

ສະເພາະຈຸດປະສົງໃນການຝຶກອົບຮົມຄັ້ງນີ້ແມ່ນ ເພື່ອເປັນການ ເສີມສ້າງຄວາມອາດສາມາດດ້ານເຄື່ອງມື ແລະ ວິທີການ ແກ່ຜູ້ເຂົ້າຮ່ວມການຝຶກອົບຮົມ ກ່ຽວກັບ ການເຜີ່ຍແຜ່ຂໍ້ມູນ ແລະ ການສົ່ງເສີມຄວາມຮູ້ຂອງໂຄງການ ແກ່ຊຸມຊົນ.

ສໍາລັບການຝຶກອົບຮົມໃນຄັ້ງນີ້ ມີທັງໝົດ 15 ທ່ານທີ່ມາຈາກຫຼາຍໜ່ວຍງານຈາກພາກລັດເຂົ້າຮ່ວໃນການຝຶກອົບຮົມຄັ້ງນີ້ ເຊັ່ນ ມາຈາກກົມຄຸ້ມຄອງທີ່ດິນ (ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ), ກົມປ່າໄມ້ແລະ ກົມຄຸ້ມຄອງທີ່ດິນກະສິກໍາ (ກະຊວງກະສິກໍາ ແລະ ປ່າໄມ້), ສະຫະພັນແມ່ຍິງ ແລະ ສູນກາງແນວລາວສ້າງຊາດ.

ສໍາລັບທີມມງານຄູຝຶກຄັ້ງນີ້ ແມ່ນ ຈາກທີມງານໄລຟ໌ (LIFE) ພາຍໃຕ້ການສະໜັບສະໜູນໂດຍ ສະຫະພາບເອີຣົບ (EU).

—
ບົດຄວາມນີ້ໄດ້ໂພສກ່ອນໜ້ານີ້ໃນເວັບໄຊ້ Mekong Regional Land Governance