Home Land Governance People Story: ການຮຽນຮູ້ຂອງໄວໜຸ່ມກ່ຽວກັບທີ່ດິນ ແລະ ຊັບພະຍາກອນທໍາມະຊາດ ຜ່ານ'ແຜນວາດສາຍນໍ້າ (The River of)'

People Story: ການຮຽນຮູ້ຂອງໄວໜຸ່ມກ່ຽວກັບທີ່ດິນ ແລະ ຊັບພະຍາກອນທໍາມະຊາດ ຜ່ານ’ແຜນວາດສາຍນໍ້າ (The River of)’

Date

Category

ເລົ່າເລື່ອງໂດຍ: ໝາກນາວຫວານ

“ຊາວໜຸ່ມປຽບເໝືອນກະດູກສັນຫຼັງຂອງຊາດ”, ຄໍານີ້ເຖິງຈະຜ່ານເວລາໄປດົນແຕ່ ຜູ້ຂຽນເຫັນວ່າ ຍັງເປັນຄໍາທີ່ມີແຮງດຶງດູດ ແລະ ສະທ້ອນເຖິງຄວາມເປັນແຮງຜັກດັນທີ່ສໍາຄັນໃຫ້ເກີດມີການເຄື່ອນໄຫວຢ່າງມີປະສິດທິຜົນ ແລະ ເຕັມໄປດ້ວຍຄວາມກະ ຕືລື້ລົ້ນ. ແຕ່ໃນສະພາບຄວາມເປັນຈິງເຫັນວ່າໃນສັງຄົມລາວນັ້ນ ໄວໜຸ່ມເອງຍັງມີຂອດຈໍາກັດໃນການສະແດງຄວາມຄິດເຫັນ ໂດຍສະເພາະໃນຂະບວນການຕັດສິນໃຈ. ສະ ນັ້ນຫາກຊາວໜຸ່ມມີພື້ນທີ່ໃນການສະແດງອອກ ແລະ ມີການສະໜັບສະໜູນສຽງຂອງພວກເຂົາ ກໍ່ຈະເປັນການສະທ້ອນຄືນ ຄໍາເວົ້າ ‘ຊາວໜຸ່ມປຽບເໝືອນກະດູກສັນຫຼັງຂອງຊາດ’ ໄດ້ ໂດຍສະເພາະ ການທໍາຄວາມເຂົ້າໃຈກ່ຽວກັບການປ່ຽນແປງໃນໄລຍະປັດຈຸບັນທີ່ເກີດຂື້ນ ທີ່ຕິດພັນກັບຊັບພະຍາກອນທໍາມະຊາດ ຢ່າງເຊັ່ນ ໄວໝຸ່ມກຸ່ມນີ້.

ຕົວແທນໄວໜຸ່ມ 10 ຄົນເຂົ້າຮ່ວມ ຝຶກອົບຮົມ ເພີ່ມທັກສະ ການອໍານວຍຄວາມສະດວກ ແລະ ວິທີການນໍາໃຊ້ ແຜນວາດສາຍນໍ້າ ກ່ອນລົງບ້ານ ໂດຍທີມງານ Stella.

ໃນໄລຍະຕົ້ນເດືອນ ກຸມພາຜ່ານມານີ້ ຜູ້ຂຽນໄດ້ມີໂອກາດເຂົ້າຮ່ວມກິດຈະກໍາ ພາຍໃຕ້ໂຄງການ ບົດບາດຂອງໄວໜຸ່ມໃນການເຜີຍແຜ່ຂໍ້ມູນ ກ່ຽວກັບ ການອະນຸລັກທີ່ດິນ ແລະ ຊັບພະຍາກອນທໍາມະຊາດໃນຊຸມຊົນ ເຊິ່ງ ໄວໝຸ່ມ ທີ່ເຂົ້າຮ່ວມໂຄງການນີ້ ແມ່ນເປັນໄວໜຸ່ມຊົນເຜົ່າ ທີ່ເປັນນັກສຶກສາຈາກຄະນະນິຕິສາດ ແລະ ລັດຖະສາດ, ມະຫາວິທະຍາໄລແຫ່ງຊາດ. ການດໍາເນີນກິດຈະກໍາຂອງໄວໜຸ່ມ ແມ່ນພວກເຂົາໄດ້ເດີນທາງກັບບ້ານເກີດຂອງຕົນ  ເພື່ອກັບໄປຮຽນຮູ້ ແລະ ເກັບກໍາຂໍ້ມູນກ່ຽວກັບການປ່ຽນ ແປງຂອງຊັບພະຍາກອນທໍາມະຊາດ ໂດຍສະເພາະການປ່ຽນແປງດ້ານທີ່ດິນ  ແລະ ຊັບພະຍາກອນທໍາມະຊາດ ໃນບ້ານຂອງຕົນເອງ.

ການເດີນທາງເຂົ້າບ້ານຫ້ວຍພັດ, ເມືອງຄໍາ ແຂວງຊຽງຂວາງ ເພື່ອເຮັດກິດຈະກໍາ ແຜນວາດສາຍນໍ້າ

ຜູ້ເຂົ້າຮ່ວມໂຄງການນີ້ແມ່ນໄວໜຸ່ມທີ່ມາຈາກ ຫຼາຍຊົນເຜົ່າ ເຊັ່ນ ກຶມມຸ, ມົ້ງ, ລາວລຸ່ມ,ຜ້ອງ ແລະ ເມີ້ຍ ຈາກແຂວງ ຊຽງຂວາງ, ຫົວພັນ, ຫຼວງພະບາງ, ອຸດົມໄຊ, ຫຼວງນໍ້າທາ, ບໍລິຄໍາໄຊ ແລະ ຈໍາປາສັກ.

ສິ່ງທີ່ນ່າສົນໃຈຂອງການຮຽນຮູ້ຄັ້ງນີ້ຂອງໄວໜຸ່ມ ແມ່ນນໍາເອົາວິທີການ ຫຼື ເຄື່ອງມື ‘ແຜນວາດສາຍນໍ້າ’ ທີ່ພວກເຂົາໄດ້ຮັບການຝຶກອົບຮົມຈາກ ໂຄງການໄລຟ໌ ແລະ ສະເຕລາ  ກ່ອນໜ້ານີ້ໄປນໍາໃຊ້ ແລະ ດໍາເນີນກິດຈະກໍາຢູ່ໃນບ້ານເກີດຂອງຕົນເອງ. 

ການແຕ້ມພາບຂອງການປ່ຽນແປງຂອງບ້ານໃນປີ 2019 ກ່ຽວກັບຊັບພະຍາກອນທໍາມະຊາດ ແລະ ທີ່ດິນ ເທິງແຜນສາຍສາຍນໍ້າ, ທີ່ບ້ານຫ້ວຍຍາງ, ເມືອງຊະນະສົມບູນ, ແຂວງ ຈໍາປາສັກ

ແຜນວາດສາຍນໍ້າ ຫຼື ເອີ້ນວ່າ The River of ໃນພາສາອັງກິດ  ແມ່ນວິທີການໃຊ້ເພື່ອໃຫ້ເກີດມີການສົນທະນາ ແລະ ແລກປ່ຽນຄວາມຄິດເຫັນເຊິ່ງກັນແລະກັນ ກ່ຽວກັບການປ່ຽນແປງ ດ້ານຊັບພະຍາກອນທໍາມະຊາດ. ການດໍາເນີນກິດຈະກໍານີ້  ແມ່ນໄດ້ຊ່ວຍໃຫ້ໄວໜຸ່ມສາມາດ  ເກັບກໍາຂໍ້ມູນການປ່ຽນແປງໃນບ້ານຂອງຕົນໄດ້ດີ  ເຊິ່ງໃນຂະບວນກາານຂອງກິດຈະກໍາ ແມ່ນໄດ້ເກີດ ມີການສົນ ທະນາລະຫວ່າງປະຊາຊົນໃນບ້ານ ແລະ ການແລກປ່ຽນຄວາມຮູ້ລະຫວ່າງປະຊາຊົນກໍ່ຄື ພໍ່ແມ່, ຍາດຕິພີ້ນ້ອງ ແລະ ຄົນໃນບ້ານ ກັບໄວໜຸ່ມເອງ ເຮັດໃຫ້ເກີດມີການຮຽນຮູ້ ແລະ ແລກປ່ຽນຄວາມຄິດເຫັນເຊິ່ງກັນ ແລະກັນ.

ການແບ່ງເປັນກຸ່ມສົນທະນາ ກ່ຽວກັບການປ່ຽນແປງ ທາງດ້ານຊັບພະຍາກອນທໍາມະຊາດພາຍໃນບ້ານ, ທີ່ບ້ານ ຫ້ວຍຍາງ, ເມືອ ຊະນະສົມບູນ, ແຂວງ ຈໍາປາສັກ

ການໄດ້ມີໂອກາດເຂົ້າຮ່ວມກິດຈະກໍານຂອງນ້ອງໆໄວໜຸ່ມກູຸ່ມນີ້ ຜູ້ຂຽນໄດ້ຮຽນຮູ້ຫຼາຍຢ່າງ ແລະ ສາມາດນຶກພາບຂອງການປ່ຽນ ແປງທາງດ້ານຊັບພະຍາກອນທໍາມະຊາດທີ່ມີການປ່ຽນແປງໄດ້ ໂດຍຜ່ານການເລົ່າເລື່ອງຂອງຊຸມຊົນ ໂດຍຜ່ານການນໍາພາກິດຈະກໍາ ຂອງໄວໜຸ່ມທີ່ເຂົ້າຮ່ວມໂຄງການນີ້.  ເຖິງແມ່ນວ່າພື້້ນທີ່ຂອງການດໍາເນີນກິດຈະກໍານີ້ ຈະບໍ່ແມ່ນບ້ານເກີດເມືອງນອນຂອງຜູ້ຂຽນເອງກໍ່ຕາມ ແຕ່ຜ່ານຈາກການເລົ່າເລື່ອງໂດຍຜ່ານການວາດພາບຂອງຊຸມຊົມ ແມ່ນເຮັດໃຫ້ຜູ້ຂຽນເອງສາມາດນຶກພາບການປ່ຽນແປງທີ່ເກີດຂື້ນໃນແຕ່ລະໄລະ ໄດ້ເປັນຢ່າງດີ.   

ໄວໜຸ່ມ ອະທິບາຍກ່ຽວກັບກິດຈະກໍາ ແຜນວາດສາຍນໍ້າ, ບ້ານຫາດຍາວ, ເມືອງ ນໍ້າທາ, ແຂວງ ຫຼວງນໍ້າທາ

ສິ່ງສໍາຄັນ ທີ່ຕົນເອງໄດ້ເຫັນ ຈາກການເຂົ້າຮ່ວມກິດຈະກໍາຄັ້ງນີ້ ແມ່ນ ຄວາມຫ້າວຫັນ ແລະ ຄວາມເອົາໃຈໃສ່ຂອງໄວໜຸ່ມກຸ່ມນີ້ ທີ່ມີຄວາມຕັ້ງໃຈທີ່ຈະຮຽນຮູ້ກ່ຽວກັບການປ່ຽນແປງທາງດ້ານຊັບພະຍາກອນທໍາມະຊາດ ໂດຍຜ່ານການເລົ່າເລື່ອງຂອງພໍ່ແມ່ປະຊາຊົນພາຍໃນບ້ານນັ້ນເອງ.

ການນໍາພາເຮັດກິດຈະກໍາສ້າງບັນຍາກາດຂອງໄວໜຸ່ມ ກ່ອນເລີ່ມກິດຈະກໍາແຕ້ມແຜນວາດສາຍນໍ້າ. ທີ່ບ້ານ ນໍ້າແຫ້ງ, ເມືອງໄຊ, ແຂວງ ອຸດົມໄຊ

ຄໍາຖາມທີ່ເກີດຂື້ນໃນການສົນທະນາ ‘ເມື່ອເປັນແນວນີ້ ແລ້ວເຮົາຈະແກ້ໄຂແນວໃດ?’ ຍັງດັງກ້ອງໃຫ້ຫົວຂອງຕົນເອງ ແລະ ຄິດວ່າໄວໜຸ່ມກຸ່ມນີ້ ກໍ່ຄືກັນ ແຕ່ເຖິງຢ່າງໃດກໍ່ຕາມ ຕົນເອງກໍ່ສຳຜັດໄດ້ເຖິງ ຄວາມມຸ່ງໝັ້ນຂອງພວກເຂົາ  ທີ່ພ້ອມເປັນສ່ວນໜຶ່ງໃນການຊອກຫາວິທີທາງໃນການພ້ອມກັນກັບປະຊາຊົນໃນບ້ານໃນການຫາແນວທາງແກ້ໄຂບັນຫາຮ່ວມ ທີ່ບ້ານຕົນເອງ ກໍາລັງປະເຊີນຢູ່.

ໄວໜຸ່ມອະທິບາຍກ່ຽວກັບຈຸດປະສົງ ແລະ ກິດຈະກໍາແຜນວາດສາຍນໍ້າ ແກ່ປະຊາຊົນພາຍໃນບ້ານ. ທີ່ບ້ານ ຫ້ວຍອອນ, ເມືອງນາໝໍ້, ແຂວງອຸດົມໄຊ

ຫຼັງຈາກ ກິດຈະກໍາ ແຜນວາດສາຍນໍ້າແຫ່ງຊີວິດ ນີ້ແລ້ວ ບັນດາໄວໜຸ່ມດັ່ງກ່າວ ແມ່ນຈະເກັບມາພົບປະເພື່ອ ແລກປ່ຽນບົດຮຽນຊິ່ງກັນ ແລະ ກັນ ຈາກຜົນໄດ້ຮັບຂອງກິດຈະກໍານີ້ ໃນແຕ່ລະບ້ານ ແລະ ຈະພ້ອມກັນວິເຄາະຂໍ້ມູນ ເພື່ອຈະເປັນຂໍ້ມູນພື້ນຖານໃຫ້ແກ່ພວກເຂົາ ໃນການດໍາເນີນກິດຈະກໍາຕໍ່ໄປ ກໍ່ຄືການນໍາເອົາຂໍ້ມູນທາງດ້ານກົດໝາຍ ທີ່ກ່ຽວຂ້ອງ ກັບສິ່ງທີ່ເກີດຂື້ນ ທີ່ຕິດພັນກັບທີ່ດິນ ແລະ ຊັບພະຍາກອນທໍາມະຊາດ ໄປເຜີຍແຜ່ໃຫ້ບ້ານຂອງຕົນເອງໄດ້ຮັບຮູ້.

ຫຼັງຈາກ ຊາວບ້ານແຕເມແຜນວາດການປ່ຽນແປງທາງດ້ານຊັບພະຍາກອນທໍາມະຊາດ. ໄວໜຸ່ມ ໄດ້ມີການນໍາສະເໜີຄືນກ່ຽວກັບແຜນວາດສາຍນໍ້າແຕ່ລະໄລຍະ. ທີ່ບ້ານ ຫ້ວຍຍາງ, ເມືອງ ຊະນະສົມບູນ, ແຂວງຈໍາປາສັກ

ການຮຽນຮູ້ຂອງຜູ້ຄົນ ລວມທັງໄວໜຸ່ມກຸ່ມນີ້ ກໍ່ປຽບເໝືອນດັ່ງ ສາຍນໍ້າ ທີ່ມີຈັງຫວະການໄຫຼທີ່ແຕກຕ່າງ ແລ້ວແຕ່ສິ່ງທີ່ມາກະທົບໃສ່ ທີ່ເຮັດໃຫ້ເກີດມີການໄຫຼແ່ຕ່ລະຊ່ວງທີ່ແຕກຕ່າງກັນ ບາງຊ່ວງໄຫຼຢ່າງໄວ, ບາງຊ່ວງໄຫຼຊ້າ ຫຼື ບາງຊ່ວງຫຍຸດນິ້ງ ເຊິ່ງບໍ່ແຕກຕ່າງຫຍັງເລີຍຕໍ່ກັບການປ່ຽນແປງທີ່ເກີດຂື້ນຕາມທີ່ສະແດງອອກມາ ໃນແຕ່ລະແຜນວາດສາຍນໍ້າ. 

ເອົາໄວ້ຜູ້ຂຽນຈະມາເລົ່າເລື່ອງລາວ ແລະ ແບ່ງປັນຮູບພາບຂອງກິດຈະກໍາ ຂອງໄວໜຸ່ມກຸ່ມນີ້ ໃນແກ່ຜູ້ອ່ານອີກຄັ້ງໃນກິດຈະກໍາຕໍ່ໜ້າ.

ໄວໜຸ່ມ ທີ່ເປັນ ນັກສຶກສາຈາກ ຄະນະນິຕິສາດ ແລະ ລັດຖະສາດ 10 ຄົນ ທີ່ເຂົ້າຮ່ວມໂຄງການ. ທີ່ຫ້ອງການ Stella, ນະຄອນຫຼວງວຽງຈັນ

ໂຄງການເຜີຍແຜ່ຂໍ້ມູນກ່ຽວກັບ ການອະນຸລັກທີ່ດິນ ແລະ ຊັບພະຍາກອນທໍາມະຊາດ ແມ່ນໄດ້ຮັບການປະຕິບັດກິດຈະກໍາໂດຍ ໂຄງການ ໄລຟ໌, Stella ແລະ ສູນບໍລິການກົດໝາຍເພື່ອປະຊາຊົນ (CLE) ໂດຍການສະໜັບສະໜູນຈາກ ໂຄງການ Voice Laos, Oxfam.

Recent posts

ແມ່ຍິງ ແລະ ສິດທິຕໍ່ທີ່ດິນ: ການປ່ຽນແປງຂອງຊົນນະ ບົດ ແລະ ຄວາມໄຝ່ຝັນ ເພື່ອຮັບປະກັນສິດເປັນເຈົ້າຂອງທີ່ດິນຢ່າງໝັ້ນຄົງ

ແມ່ຍິງສູນເສຍການເຂົ້າເຖິງ ແລະ ການຄຸ້ມຄອງທີ່ດິນ ເຊັ່ນ: ບ້ານທີ່ສືບທອດເຄືອຍາດຜ່ານທາງແມ່ຍິງໃນເຂດທົ່ງພຽງ ແມ່ຍິງໄດ້ຮັບມູນມໍລະດົກດິນນາທີ່ເປັນດິນສ່ວນບຸກຄົນ ສືບທອດຈາກແມ່ ແລະ ບ້ານ ທີ່ສືບທອດເຄືອຍາດຜ່ານທາງຜູ້ຊາຍ ສ່ວນຫຼາຍແມ່ນໃຊ້່ດິນຊຸມຊົນສຳ ລັບການດຳລົງຊີວິດ.

ວັນທີ 16 ຕຸລາ 2020: ວັນອາຫານໂລກ World Food Day 2020

ເພື່ອຄໍານຶງເຖິງຄວາມສໍາຄັນຂອງຂະບວນການຜະລິດອາຫານ ເພື່ອຄວາມສົມບູນ ແລະ ການເຕີບໂຕຂອງປະຊາກອນໂລກ ແລະ ການຮັກສາຊັບພະຍາກອນທໍາມະຊາດ ເພື່ອຮັກສາແຫຼ່ງອາຫານໄວ້ຢ່າງໝັ້ນຄົງ

ການຢັ້ງຢືນໃບຕາດິນເສຍຫາຍ: ຈະເຮັດແນວໃດ ເມື່ອໃບຕາດິນເສຍຫາຍ ຫຼື ຖືກທໍາລາຍ?

ໃນກໍລະນີຫາກໃບຕາດິນຖືກເສຍຫາຍ ຫຼື ຖືກທໍາລາຍ ຜູ້ທີ່ເປັນເຈົ້າຂອງໃບຕາດິນນັ້ນ ສາມາດຂໍອອກສໍາເນົາໃບຕາດິນ ເພື່ອອອກໃບຕາດິນຄືນໃໝ່ໄດ້ ເພື່ອທົດແທນໃບທີ່ຖືກເສຍຫາຍ ຫຼື ຖືກທໍາລາຍ

ເງື່ອນໄຂໃນການໄດ້ຮັບການທົດແທນຄ່າເສຍຫາຍຈາກການຈັດສັນພູມລໍາເນົາ: ປະຕິທິນກົດໝາຍປະຈໍາເດືອນ ກັນຍາ – ຕຸລາ 2020

ການທົດແທນຄ່າເສຍຫາຍຈໍາເປັນຕ້ອງມີສິ່ງຢັ້ງຢືນທີ່ເປັນລາຍລັກອັກສອນ ແລະ ບໍ່ເປັນລາຍລັກອັກສອນ ຈຶ່ງຈະສາມາດໄດ້ຮັບຄ່າທົດແທນຄ່າເສຍຫາຍຕາມຄວາມເໝາະສົມ ແລະ ເປັນຈິງ

Govt partners with hi-tech company in land surveys

Through this cooperation framework, modern technical systems will be used for land surveys and mapping to streamline land registration and issuing of land title deeds.
loລາວ
en_USEnglish loລາວ