ການເຜີຍແຜ່ຂໍ້ມູນຂ່າວສານກ່ຽວກັບໂຄງການພັດທະນາໃຫ້ກັບຊຸມຊົນໃນຮູບແບບຂອງການຍິນຍອມດ້ວຍຄວາມສະໝັກໃຈ ໂດຍໄດ້ຮັບຂໍ້ມູນລ່ວງໜ້າ ແລະ ພຽງພໍ: ປະຕິທິນກົດໝາຍ ປະຈຳເດືອນ ມັງກອນ – ກຸມພາ 2022

1233

ໂດຍ ກຸ່ມແລກປ່ຽນຂໍ້ມູນເລື່ອງທີ່ດິນ

ປະຕິທິນກົດໝາຍ ປະຈຳເດືອນ ມັງກອນ-ກຸມພາ ປີ 2022 ນຳສະເໜີຫົວຂໍ້ ການເຜີຍແຜ່ຂໍ້ມູນຂ່າວສານກ່ຽວກັບໂຄງການພັດທະນາໃຫ້ກັບຊຸມຊົນໃນຮູບແບບຂອງການຍິນຍອມດ້ວຍຄວາມສະໝັກໃຈ ໂດຍໄດ້ຮັບຂໍ້ມູນລ່ວງໜ້າ ແລະ ພຽງພໍໂດຍມີຈຸດປະສົງເພື່ອສະແດງເຖິງ ການຮັບຮູ້ຂ່າວສານຂອງຊຸມຊົນ ເພື່ອໃຫ້ເກີດມີການຕັດສິນໃຈຮ່ວມກັນ ກ່ອນເກີດມີໂຄງການໃດໜຶ່ງ ໂດຍບໍ່ມີການຈໍາແນກເພດ, ຊົນຊັ້ນ, ສາສະໜາ ແລະ ອື່ນໆ. ການເຜີຍແຜ່ຂໍ້ມູນຂ່າວສານກ່ຽວກັບໂຄງການພັດທະນາ ຕ້ອງແຈ້ງຂໍ້ມູນຂ່າວສານ ກ່ຽວກັບ ຈຸດປະສົງ, ແຜນພັດທະນາໂຄງການລົງທຶນ, ຜົນປະໂຫຍດທີ່ຈະໄດ້ຮັບ ແລະ ຜົນກະທົບຕໍ່ສິ່ງແວດລ້ອມ ແລະ ສັງຄົມ ທີ່ຈະເກີດຈາກໂຄງການລົງທຶນ ເພື່ອຮັບປະກັນຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນກວ່າເກົ່າ.

ການຮັບຮູ້ຂ່າວສານຂອງປະຊາຊົນຕໍ່ກັບໂຄງການການພັດທະນາຊຸມຊົນເປັນສິ່ງທີ່ສຳຄັນ ເພື່ອຮັບປະກັນວ່າປະຊາຊົນນັ້ນມີສ່ວນຮ່ວມໃນການພິຈາລະນາ ແລະ ຕັດສິນໃຈ ເຖິງຜົນປະໂຫຍດທີ່ປະຊາຊົນ ແລະ ຊຸມຊົນຈະໄດ້ຮັບ ແລະ ຜົນກະທົບຕໍ່ກັບສິ່ງແວດລ້ອມ, ຮີດຄອງປະເພນີ ແລະ ການດຳລົງຊີວິດ. ດັ່ງນັ້ນ, ສື່ຂ່າວສານຕ່າງໆລ້ວນແລ້ວແຕ່ມີຄວາມສຳຄັນ ໃນການເຜີຍແຜ່ຂໍ້ມູນ ແລະ ເພີ່ມຄວາມຕື່ນຕົວໃຫ້ແກ່ປະຊາຊົນ.

ສໍາລັບການນໍາສະເໜີຫົວຂໍ້ນີ້ ແມ່ນໄດ້ອີງໃສ່ ເອກະສານ 2 ສະບັບຄື:

ບົດແນະນຳວ່າດ້ວຍ ການມີສ່ວນຮ່ວມຂອງມວນຊົນ ໃນຂະບວນການປະເມີນຜົນກະທົບຕໍ່ສິ່ງແວດລ້ອມ ຂອງໂຄງການລົງທຶນ ສະບັບເລກທີ 707/ກຊສ, ລົງວັນທີ 5 ກຸມພາ 2013

ພາກທີ IV ວິທີການດໍາເນີນການມີສ່ວນຮ່ວມຂອງມວນຊົນ

  • ການເຜີຍແຜ່ຂໍ້ມູນ

ດໍາລັດວ່າດ້ວຍການປະເມີນຜົນກະທົບຕໍ່ສິ່ງແວດລ້ອມ ສະບັບເລກທີ 21/ລບ, ລົງວັນທີ 31 ມັງກອນ 2019

  • ມາດຕາ 36 ການມີສ່ວນຮ່ວມຂອງສັງຄົມ

ລາຍລະອຽດຂອງຂໍ້ມູນ ແມ່ນສາມາດເບິ່ງຕາມຮູບໜ້າປະຕິທິນ ຂ້າງລຸ່ມນີ້.

ປະຕິທິນກົດໝາຍ ປະຈຳເດືອນ ມັງກອນ – ກຸມພາ 2022