ການໄດ້ຮັບສິດນຳໃຊ້ທີ່ດິນ: ປະຕິທິນກົດໝາຍ ປະຈຳເດືອນ ມັງກອນ – ກຸມພາ 2023

1062

ໂດຍ ແອັດມິນ

ສຳລັບຫົວຂໍ້ນີ້ແມ່ນ ເນັ້ນກ່ຽວກັບການໄດ້ຮັບສິດນໍາໃຊ້ທີ່ດິນຂອງພົນລະເມືອງລາວວ່າຈະໄດ້ຮັບ ສິດນໍາໃຊ້ທີ່ດິນໃນກໍລະນີໃດ ແລະ ໃນໄລຍະຜ່ານມາຫຼາຍພື້ນທີ່ກໍ່ບອກວາ ມີຄົນທີ່ບໍ່ແມນພົນລະເມືອງລາວເຂົ້າມາ ແລ້ວຕ້ອງການຢາກໄດ້ສິດນໍາໃຊ້ທີ່ດິນ ແລ້ວເຂົ້າເຈົ້າມີສິດທີ່ຈະໄດ້ຮັບສິດ ນໍາໃຊ້ທີ່ດິນບໍ ແລະ ຖ້າມີສິດແມ່ນຈະໄດ້ຮັບໃນກໍລະນີໃດ? ສະນັ້ນ, ຮູບນີ້ກໍ່ໄດ້ເນັ້ນໃສ່ວ່າຖ້າບໍ່ ແມ່ນພົນລະເມືອງລາວ ຈະສາມາດໄດ້ຮັບສິດນໍາໃຊ້ທີ່ດິນດ້ວຍ 3 ກໍລະນີຄື: ເຊົ່າ ຫຼື ສໍາປະທານທີ່ດິນຂອງລັດ, ການຊື້ສິດນໍາໃຊ້ທີ່ດິນຈັດສັນຂອງລັດແບບມີກໍານົດ ແລະ ການເຊົ່າທີ່ດິນຈາກພົນ ລະເມືອງລາວ.

ສໍາລັບການນໍາສະເໜີຫົວຂໍ້ນີ້ ແມ່ນໄດ້ອີງໃສ່ ເອກະສານ 2 ສະບັບຄື:

ກົດໝາຍວ່າດ້ວຍທີ່ດິນ (ສະບັບປັບປຸງ) ສະບັບເລກທີ 70/ສພຊ, ລົງວັນທີ 21 ມິຖຸນາ 2019

  • ມາດຕາ 123 (ໃໝ່) ການຊື້-ຂາຍ ສິດນໍາໃຊ້ທີ່ດິນຈັດສັນຂອງລັດແບບມີກໍານົດ (ວັກ 1)
  • ມາດຕາ 131 (ໃໝ່) ການໄດ້ມາສິດນໍາໃຊ້ທີ່ດິນຂອງຄົນຕ່າງດ້າວ, ຄົນບໍ່ມີສັນຊາດ, ຄົນຕ່າງປະເທດ, ຄົນຕ່າງປະເທດທີ່ເປັນເຊື້ອຊາດລາວ ແລະ ການຈັດຕັ້ງຂອງບຸກຄົນດັ່ງກ່າວ
  • ມາດຕາ 117 (ປັບປຸງ) ການເຊົ່າທີ່ດິນຈາກພົນລະເມືອງລາວ (ວັກ 2)

ຄໍາແນະນໍາ ວ່າດ້ວຍການຂຶ້ນທະບຽນອອກໃບຕາດິນ ສະບັບເລກທີ 0500/ກຊສ, ລົງວັນທີ 14 ກຸມພາ 2022

  • ມາດຕາ 3 ອະທິບາຍຄໍາສັບ (ຂໍ້ 1,2,3,4)

ອ່ານລາຍລະອຽດເພີ່ມເຕີມກ່ຽວກັບຫົວຂໍ້ດັ່ງຂ້າງລຸ່ມນີ້:

ທ່ານສາມາດເບິ່ງ ແລະ ດາວໂຫຼດປະຕິທິນກົດໝາຍສະບັບຕ່າງໆເພີ່ມເຕີມໄດ້ທີ່  https://bit.ly/3i8G9gF