ປະຕິທິນກົດໝາຍປະຈໍາເດືອນ ພຶດສະພາ – ມິຖຸນາ 2019: ການລົງທຶນແບບມີຄວາມຮັບຜິດຊອບ

2404

ວັນທີໂພສ: ວັນທີ 20 ພຶດສະພາ  2019

ໂດຍ:  ກຸ່ມແລກປ່ຽນຂໍ້ມູນເລື່ອງທີ່ດິນ

ການລົງທຶນແບບມີຄວາມຮັບຜິດຊອບ ຖືມີຄວາມຈໍາເປັນ ແລະ ສໍາຄັນຢ່າງຍິ່ງ ໂດຍສະເພາະ ຕິດພັນກັບການຄ້າທີ່ເປັນທໍາ, ສິ່ງແວດລ້ອມ ແລະ ເຄົາລົບສິດຂອງກັນ ແລະ ກັນ ຢ່າງມີຄວາມຍຸດຕິທໍາ.

ໃນ ປະຕິທິນກົດໝາຍປະຈໍາພຶດສະພາ – ມິຖຸນາ 2019  ແມ່ນນໍາສະເໜີ ກ່ຽວກັບ ຄວາມຮັບຜິດຊອບຂອງນັກລົງທຶນ ທີ່ມີຄວາມເອົາໃຈໃສ່ບັນຫາຂອງການປະເມີນຜົນກະທົບດ້ານສິ່ງແວດລ້ອມ ແລະ ສັງຄົມ, ການສະໜອງຂໍ້ມູນ, ການປຶກສາຫາລືກັບຊຸມຊົນໃນແຕ່ລະໄລຍະ ເຊິ່ງປະ ຊາຊົນມີສິດທີ່ຈະໄດ້ຮັບຮູ້ຢ່າງລະອຽດກ່ຽວກັບໂຄງການ ໂດຍສາມາດເຈລະຈາຕໍ່ລອງເຖິງສິ່ງທີ່ຕົນຈະໄດ້ຮັບຢ່າງເປັນ ທຳ ໂດຍປາສະຈາກການບັງຄັບນາບຂູ່ໃດໃດ ເພື່ອເຮັດໃຫ້ຊິວິດການເປັນຢູ່ຂອງຕົນດີຂື້ນເທື່ອລະກ້າວ, ນອກນັ້ນຍັງ ໝາຍເຖິງ ນັກລົງທຶນມີຄວາມເອົາໃຈໃສ່ບັນຫາສິ່ງແວດລ້ອມໂດຍການແຍກຂີ້ເຫຍື້ອ ຫຼື ສິ່ງເສດເຫຼືອ, ການບຳບັດນ້ຳເສຍ ໂດຍບໍ່ສ້າງຄວາມເສຍຫາຍຕໍ່ຊັບພະຍາກອນທຳມະຊາດ ແລະ ສ້າງຜົນກະທົບຕໍ່ຊີວິດ ແລະ ສຸຂະພາບປະຊາຊົນທີ່ຢູ່ໄກ້ຄຽງ.

ໃນນັ້ນຫົວຂໍ້ດັ່ງກ່າວ ແມ່ນໄດ້ອີງໃສ່ 3 ມາດຕາຄື: 72, 73 ແລະ 74 ໃນ ກົດໝາຍ ວ່າດ້ວຍ ການສົ່ງເສີມການລົງທຶນ ເລກທີ 14/ສພຊ, ລົງວັນທີ 17 ພະຈິກ 2016 ຄື:  

  • ມາດຕາ 72: ພັນທະຕໍ່ລັດ (ພັນທະຕໍ່ລັດຂອງຜູ້ລົງທຶນ)
  • ມາດຕາ 73: ພັນທະດ້ານສັງຄົມ (ພັນທະດ້ານສັງຄົມຂອງຜູ້ລົງທຶນ)
  • ມາດຕາ 74: ພັນທະດ້ານ ສິ່ງແວດລ້ອມ (ພັນທະດ້ານສິ່ງແວດລ້ອມຂອງຜູ້ລົງທຶນ)

ສາມາດເບິ່ງ ກົດໝາຍວ່າດ້ວຍ ການສົ່ງເສີມການລົງທຶນ ປີ 2016  ທີ່ລີ້ງນີ້: http://bit.ly/2FAgevp