ກໍລະນີສຶກສາ: ການຄຸ້ມຄອງປ່າໄມ້ຕາມປະເພນີີຂອງແມ່ຍິງໃນ ສປປ ລາວ

1944

ໂດຍ LIWG

ກໍໍລະນີສຶກສາກ່່ຽວກັັບສິິດຂອງແມ່່ຍິິງໃນການເຂົ້າເຖິິງ, ນຳໃຊ້້ ແລະ ຄຸ້້ມຄອງຕາມປະເພນີີ ຢູ່ເມືືອງ ໃໝ່່, ແຂວງ ຜົ້ງສາລີີ, ສປປ ລາວ


ກໍລະນີສຶກສານີ້ ດຳເນີີນໂດຍ ກຸ່ມແລກປ່ຽນຂໍ້ມູນເລື່ອງທີ່ດິິນ (Land Information Working Group – LIWG) ໂດຍການຮ່ວມມືກັບ ຄະນະນິຕິິສາດ-ລັັດຖະສາດ ມະຫາວິທະຍາໄລແຫ່ງຊາດ ແລະ ໄດ້ຮັບການສະໜັັບສະໜູນ ທຶຶນຈາກໂຄງການ ບໍລິຫານລັັດກ່ຽວກັບທີ່ດິິນປະຈຳພາກພື້ນແມ່ນ້ຳຂອງ (Mekong Region Land Governance – MRLG).

ເນື້ອໃນຂອງກໍລະນີສຶກສານີ້ປະກອບມີ:

  • ບົດນຳ
  • ວິທີການ ແລະ ຈັນຍາບັນການຄົ້ນຄວ້າ
  • ກອບແນວຄວາມຄິດໃນການເຮັດວຽກ
  • ການຄອບຄອງທີ່ດິນໃນປ່າໄມ້ ແລະ ຊັບພະຍາກອນປ່າໄມ້ຕາມປະເພນີໃນເຂດສຶກສາ
  • ຂໍ້ແນະນຳສຳລັບບາດກ້າວຕໍ່ໜ້າ
  • ສະຫຼຸບ

ກໍລະນີສຶກສານີ້ ໄດ້ດຳເນີນຢູ່່ສອງບ້ານ ໃນເມືອງ ໃໝ່ ແຂວງ ຜົ້ງສາລີີ ທາງພາກເໜືືອຂອງ ສປປ ລາວ. ບ້ານໜື່ງເປັັນບ້ານຂອງຊົົນເຜົ່າ ກຶຶມມຸຸ-ອູູ (ມອນ-ຂະແມ) ແລະ ອີກບ້ານໜື່ງເປັັນບ້ານຂອງຊົົນເຜົ່າໄຕຂາວ (ລາວ-ໄຕ). ການເຮັັດວຽກ ພາກສະໜາມເລີ່ມໃນທ້າຍເດືືອນ ມັັງກອນ ຫາຕົ້ນເດືືອນ ກຸຸມພາ ປີ2021.

ກໍໍລະນີສຶກສານີ້ແມ່ນການສຳຫຼຼວດຈຸດຕັັດລະຫວ່າງລະບົບການຄອບຄອງທີ່ດິິນຕາມປະເພນີີ ແລະ ບົົດບາດຍິິງ-ຊາຍໃນສອງໝູ່ບ້ານໃນໝູ່ບ້ານ ແຂວງຜົ້ງສາລີ ທາງພາກເໜືອຂອງລາວ. ປະເທດລາວເປັັນປະເທດທີ່ມີີຄວາມຫຼຼາກຫຼຼາຍທາງດ້ານປະຊາກອນທີ່ເປັັນຊົົນເຜົ່າ ເຊິ່ງພວກເຂົາຕ້ອງອາໃສ ຊັບພະຍາກອນປ່າໄມ້ ແລະ ຊັັບພະຍາກອນທຳມະຊາດອື່່ນໆໃນການດຳລົົງຊີີວິິດ. ຊຸຸມຊົົນເຫຼົ່ານີ້ມີບົດບາດສຳຄັັນໃນການອະນຸລັກພູມສັັນຖານທີ່ຊັັບຊ້ອນນີ້. ເຖິິງຢ່່າງໃດກໍ່ຕາມການປະຕິບັດຕາມປະເພນີີໃນການຄອບຄອງທີ່່ດິິນຍັັງບໍ່ທັັນໄດ້ຮັບການບັັນທຶກຢ່າງພຽງພໍໍ ເຮັັດໃຫ້ມີຄວາມເຂົ້າໃຈໃນດ້ານນີ້ໜ້ອຍຫຼຼາຍ, ແລະ ຍິ່ງມີີຄວາມເຂົ້າໃຈໜ້ອຍກວ່າເມື່ອເວົ້າເຖິິງຄວາມສຳພັັນລະຫວ່າງເພດ ໃນລະບົບຮີດຄອງປະເພນີ. ອີງຕາມການຄົ້ນຄວ້າພາກສະໜາມ, ບົດຄົ້ນຄວ້ານີ້ໄດ້ສົມທຽບລະຫວ່າງສອງ ຊົົນເຜົ່າທີ່ມີີຄວາມແຕກຕ່າງກັັນ, ໄດ້ແກ່ຊົົນເຜົ່າກຶຶມມຸ ອູ ແລະ ໄຕຂາວ. ເຖິິງວ່າຈະມີີຄວາມໃກ້ຄຽງ ກັັນທາງພູມສາດ, ແຕ່ການສຶກສາຄັ້ງນີ້ກໍ່ໄດ້ສະແດງໃຫ້ເຫັັນວ່າ ທັັງສອງຊົົນເຜົ່າມີີຄວາມແຕກຕ່າງ ກັັນແນວໃດໃນດ້ານການຄຸ້ມຄອງປ່າໄມ້ ແລະ ບົົດບາດຍິິງ-ຊາຍ. ການສຶກສາໄດ້ພົບວ່າແມ່ຍິິງມີີຄວາມສຳພັັນຢ່່າງໃກ້ຊິດກັບປ່າໄມ້ຫຼຼາຍກວ່າ ແຕ່ຜັດມີສິດໃນປ່າໄມ້ໜ້ອຍກວ່າ ຜູ້ຊາຍ (ເຊັ່ນ ສິິດໃນການສຶບທອດມໍລະດົກ ແລະ ການເຂົ້າເຖິິງລາຍຮັບທີ່ມາຈາກປ່າໄມ້)

ທ່ານສາມາດດາວໂຫຼດ:

ພາສາລາວ

ພາສາອັງກິດ