ການພັດທະນາວຽກງານການວາງແຜນນຳ ໃຊ້ທີ່ດິນ ໃນ ສປປ ລາວ ເລີ່ມແຕ່ປີ 2009

2399

ໂດຍ: ກຸ່ມແລກປ່ຽນຂໍ້ມູນເລື່ອງທີ່ດິນ

ເພື່ອຫຼຸດຜ່ອນຄວາມທຸກຍາກຢູ່ໃນຊຸມຊົນເຂດຊົນນະບົດ, ຕົວແບບຂອງ ແຜນນໍາໃຊ້ທີ່ດິນ ຈຳເປັນຕ້ອງໄດ້ມີຄວາມເຂັ້ມງວດໃນການຮັບປະກັນວ່າ ຊາວກະສິກອນມີທີ່ດິນກະສິກຳທີ່ພຽງພໍ, ເນື່ອງຈາກວ່າຜູ້ກ່ຽວມັກຈະລາຍງານຄວາມຕ້ອງການທີ່ດິນໜ້ອຍກວ່າ ເພື່ອຫຼີກລ້ຽງພາສີທີ່ດິນ. ສິ່ງດັ່ງກ່າວເປັນຄວາມຈິງ ໂດຍສະເພາະຢູ່ໃນຊຸມຊົນເຂດດິນສູງ, ເຊິ່ງຊາວກະສິກອນແມ່ນຕ້ອງການທີ່ດິນກ້ວາງກວ່າເພື່ອຮັບປະກັນຄວາມໝັ້ນຄົງທາງດ້ານສະບຽງອາຫານເມື່ອທຽບກັນກັບຊາວກະສິກອນຢູ່ດິນລຸ່ມ: ໃນກໍລະນີດັ່ງກ່າວ, ແຜນນໍາໃຊ້ທີ່ດິນ ກັບເຂດການປູກຝັງແບບໝູນວຽນປະຈໍາປີ ທີ່ຖືກກຳນົດໃນແຜນທີ່ແມ່ນໄດ້ຮັບການພິຈາລະນາເປັນຢ່າງດີໂດຍເຈົ້າໜ້າທີ່ທ້ອງຖິ່ນ ຜູ້ເຊິ່ງຢູ່ພາຍໃຕ້ຄວາມກົດດັນ ໃຫ້ຫຼຸດຜ່ອນຂອບເຂດດັ່ງກ່າວ. ເນື່ອງຈາກວ່າ ແຜນນໍາໃຊ້ທີ່ດິນ ຍັງຄວນເປັນມາດຕະການຊົ່ວຄາວ ເພື່ອຮັບຮູ້ ແລະ ປົກປ້ອງທີ່ດິນຕາມປະເພນີ ແລະ ຊຸມຊົນ, ການຕິດຕາມຢ່າງປົກກະຕິແມ່ນມີຄວາມຈຳເປັນຈົນກວ່າຈະມີການອອກນິຕິກຳທີ່ຮັບປະກັນ. ການຕິດຕາມດັ່ງກ່າວ ຍັງຈະຊ່ວຍເສີມຂະຫຍາຍການເຂົ້າຮ່ວມ, ຄວາມຮູ້ຂອງຊາວກະສິກອນ ແລະ ສັນຍາສັງຄົມລະຫວ່າງຊຸມຊົນ ແລະ ລະຫວ່າງບ້ານທີ່ຢູ່ໃກ້ຄຽງ. ເຖິງຢ່າງໃດກໍ່ຕາມ, ແຜນນໍາໃຊ້ທີ່ດິນ ທີ່ມີຄຸນນະພາບ ແລະ ການຕິດຕາມແມ່ນມີຄ່າໃຊ້ຈ່າຍໃນດ້ານກ່ຽວກັບທັກສະ, ງົບປະມານ, ໄລຍະເວລາຂອງການໃຫ້ຄຳໝັ້ນສັນຍາ, ແລະ ຄວາມຕ້ອງການ ອົງການຈັດຕັ້ງທາງສັງຄົມ ໃນການພິຈາລະນາຢ່າງຮອບຄອບວ່າມັນເປັນວິທີທີ່ດີທີ່ສຸດສຳລັບຜູ້ກ່ຽວ ໃນການສະໜັບສະໜູນແກ່ຊຸມຊົນທີ່ມີຄວາມບອບບາງ.

ດາວໂຫຼດເອກະສານ: