ການເຊື່ອມໂຍງດ້ານ ການຄໍ້າປະກັນສະບຽງອາຫານ ແລະ ຄວາມຫມັ້ນຄົງດ້ານ ສິດຄອບຄອງນໍາໃຊ້ທີ່ດິນໃນ ສປປລາວ

1346

ໂດຍ: ກຸ່ມແລກປ່ຽນຂໍ້ມູນເລື່ອງທີ່ດິນ

ການຮັບປະກັນການເຂົ້າເຖິງທີ່ດິນ ແລະ ຊັບພະຍາກອນທຳມະຊາດ, ລວມທັງປ່າໄມ້ບ້ານ ແລະ ການຫາປາ, ແມ່ນພາກສ່ວນທີ່ສຳຄັນ ຂອງວຽກງານຄ້ຳປະກັນດ້ານສະບຽງອາຫານ ແລະ ໂພຊະນາການ. ຜູ້ທຸກຍາກໃນເຂດ ຊົນນະບົດແມ່ນມີຊັບສິນຫນ້ອຍ ນອກເຫນືອຈາກທີ່ດິນບ້ານ ແລະ ຊັບພະຍາກອນທຳມະຊາດຂອງຊຸມຊົນ ການດຳລົງຊີວິດຂອງພວກເຂົາ ແມ່ນອີງໃສ່ການປູກຝັງໃນທີ່ດິນກະສິກໍາເປັນຕົ້ນຕໍ ແລະ ເສີມດ້ວຍການເກັບ ເຄື່ອງປ່າຂອງດົງ, ການລ່າສັດ ແລະ ການຫາປາ. ການເຂົ້າເຖິງຊັບພະຍາກອນທຳມະຊາດເຫລົ່ານີ້ ຈະຊ່ວຍໃຫ້ ປະຊາຊົນມີຄວາມໝັ້ນຄົງທາງດ້ານສະບຽງອາຫານໃນລະດັບໜຶ່ງ, ພ້ອມດຽວກັນນັ້ນ ການຂາຍຜົນລະປູກ ຫຼື ເຄື່ອງປ່າຂອງດົງທີ່ພວກເຂົາເຈົ້າຫາມາໄດ້ ກໍ່ສາມາດຊ່ວຍສ້າງລາຍຮັບໃຫ້ແກ່ຄົວເຮືອນພວກເຂົາໄດ້.

ການທີ່ຊາວກະສິກອນມີສິດນຳໃຊ້ທີ່ດິນ ທີ່ໄດ້ຮັບການຮັບຮູ້ຢ່າງເປັນທາງການໃນຮູບແບບ ໃບຕາດິນຖາວອນ, ການວາງແຜນ, ນຳໃຊ້ທີ່ດິນແບບມີສ່ວນຮ່ວມ ຫຼື ການຂື້ນທະບຽນທີ່ດິນ ໃນຮູບແບບອື່ນໆ ເຊັ່ນ: ໃບຕາດິນສ່ວນບຸກຄົນ ແລະ ໃບຕາດິນຊຸມຊົນ ໄດ້ຊ່ວຍເພີ່ມຄວາມໝັ້ນຄົງທາງດ້ານສະບຽງອາຫານ, ໂພຊະນາການ, ຊີວະນາໆພັນ ແລະ ຄວາມຍືນຍົງດ້ານສິ່ງແວດລ້ອມ. ໃນທາງກົງກັນຂ້າມ, ເອກະສານຄົ້ນຄວ້າຫຼາຍສະບັບຍັງໄດ້ສະແດງໃຫ້ເຫັນວ່າ ຄຽງຄູ່ກັບໂຄງການພັດທະນາ, ນະໂຍບາຍ ແລະ ການລົງທຶນຂະໜາດໃຫຍ່ ທີ່ເຮັດໃຫ້ຄວາມສາມາດໃນການເຂົ້າ ເຖິງທີ່ດິນຂອງປະຊາຊົນຫຼຸດລົງ ກໍ່ເຮັດໃຫ້ຄວາມໝັ້ນຄົງທາງດ້ານສະບຽງອາຫານຫຼຸດລົງເຊັ່ນກັນ.

ດາວໂຫຼດເອກະສານ: