ຈົດໝາຍຂ່າວ ກຸ່ມແລກປ່ຽນຂໍ້ມູນເລື່ອງທີ່ດິນ (LIWG) ປະຈຳເດືອນ ຕຸລາ ຫາ ທັນວາ 2021

1030

ໂດຍ ແອັດມິນ

ຈົດໝາຍຂ່າວ ກຸ່ມແລກປ່ຽນຂໍ້ມູນເລື່ອງທີ່ດິນ (LIWG) ສະບັບນີ້ ເປັນສະບັບທີ 13 ປະຈໍາໄຕມາດ ເດືອນຕຸລາ – ທັນວາ 2021 ໂດຍມີຈຸດປະສົງ ເພື່ອນຳສະເໜີ ກ່ຽວກັບບັນດາກິດຈະກຳຕ່າງໆທີ່ໄດ້ຈັດຕັ້ງປະຕິບັດໂດຍ ກອງເລຂາກຸ່ມແລກ ປ່ຽນຂໍ້ມູນເລື່ອງທີ່ດິນ, ເຄືອຂ່າຍ, ຄູ່ຮ່ວມງານ ແລະ ໂຄງການລິເລີ່ມກ່ຽວກັບວຽກງານດ້ານທີ່ດິນ, ການປົກປັກຮັກສາຊັບພະຍາກອນທຳມະຊາດ ແລະ ການສົ່ງເສີມການເຄົາລົບສິດທິຂອງຊຸມຊົນ ຕໍ່ກັບການຄອບຄອງທີ່ດິນ ແລະ ຊັບພະຍາກອນທຳມະຊາດ.

ເນື້ອໃນສໍາຄັນໃນຈົດໝາຍຂ່າວສະບັບນີ້ ມີຄື:

  • ງານເປີດໂຕປະຕິທິນກົດໝາຍປະຈຳປີ 2022
  • ກິດຈະກຳຂອງຊຸມຊົນແຫ່ງການຮຽນຮູ້ ກ່ຽວກັບ ກຳມະສິດທີ່ດິນຂອງແມ່ຍິງ
  • ກອງປະຊຸມແລກປ່ຽນບົດຮຽນລະຫວ່າງ ອົງການຈັດຕັ້ງທາງສັງຄົມລາວ ລວມທັງພະນັກງານລາວຈາກອົງການຈັດຕັ້ງທາງສາກົນທີ່ເຮັດວຽກກ່ຽວກັບເລື່ອງທີ່ດິນ, ປ່າໄມ້, ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ
  • ກອງປະຊຸມສຶກສາກ່ຽວກັບຄູ່ມືການລົງທຶນດ້ານກະສິກຳດ້ວຍຄວາມຮັບຜິດຊອບ ໃນ ສປປ ລາວ
  • ການພັດທະນາບົດສະຫຼຸບຫຍໍ້ຕໍ່ກັບກົດໝາຍທີ່ດິນ ແລະ ກົດໝາຍປ່າໄມ້
  • ໜ່ວຍງານວິຊາການ ຂະແໜງການຍ່ອຍທີ່ດິນ
  • ກິດຈະກໍາຂອງໂຄງການລິເລີ່ມ, ສະມາຊິກ ແລະ ຄູ່ຮ່ວມງານ
  • ການຊ່ວຍເຫຼືອລ້າທາງດ້ານກົດໝາຍຜ່ານລະບົບດີຈີຕອລ

ທ່ານສາມາດດາວໂຫຼດ:

ພາສາລາວ

ພາສາອັງກິດ