ພັນທະດ້ວຍຄວາມສະໝັກໃຈສໍາລັບທຸລະກິດກະສິກໍາ ທີ່ມີຄວາມຮັບຜິດຊອບໃນ ສປປ ລາວ

2475

ໂດຍ ກຸ່ມແລກປ່ຽນຂໍ້ມູນເລືື່ອງທີ່ດິນ

ບັນດາພັນທະດ້ວຍຄວາມສະໝັກໃຈ ທີ່ໄດ້ຖືກສະເໜີເຫຼົ່ານີ້ປະກອບດ້ວຍຫຼາຍມາດຕະຖານທີ່ບັນດາວິສາຫະກິດ ທີ່ດໍາເນີນທຸລະກິດພາບໃນ ສປປລາວ ຄວນປະຕິບັດຕາມ ເພື່ອສ້າງຕ່ອງໂສ້ຂອງມູນຄ່າຜະລລິດຕະພັນກະສິກໍາແບບມີຄວາມຮັບຜິດຊອບ. ພັນທະເຫຼົ່ານີ້ປະກອບມີຫຼາຍມາດຕະຖານສາກົນສໍາລັບຕ້ອງໂສ້ຂອງມູນຄ່າຜະລິດຕະພັນກະສິກໍາແບບມີຄວາມຮັບຜິດຊອບ.

ຈຸດປະສົງຂອງເອກະສານສະບັບນີ້ ແມ່ນເພື່ອສະໜອງກອບຄໍາແນະນໍາ ສໍາລັບບັນດາວິສາຫະກິດຜູ້ທີ່ຈະເລີ່ມຕົ້ນເຮັດວຽກຮ່ວມມືກັບບັນດາສະມາຊິກຂອງ LIWG ໃນເລື່ອງຂອງການລົງທຶນດ້ານກະສິກໍາແບບມີຄວາມຮັບຜິດຊອບ.

ໃນເອກະສານນີ້ປະກອບມີ 7 ຫົວຂໍ້ດັ່ງນີ້:

  1. ມາດຕະຖານການດໍາເນີນທຸລະກິດທີ່ມີຄວາມຮັບຜິດຊອບທີ່ກ່ຽວຂ້ອງກັບຫຼາຍດ້ານ
  2. ການປົກປ້ອງສິດທິຂອງບຸກຄົນ
  3. ສິດທິການນໍາໃຊ້ທີ່ດິນ ແລະ ການເຂົ້າເຖິງຊັບພະຍາກອນທໍາມະຊາດ
  4. ການປົກປ້ອງສິ່ງແວດລ້ອມ ແລະ ການນໍາໃຊ້ຊັບພະຍາກອນທໍາມະຊາດ
  5. ການຮັກສາຄວາມເປັນຢູ່ຂອງສັດ
  6. ການເຄົາລົບຫຼັກການຂອງກົດໝາຍ
  7. ການຕິດຕາມ-ປະເມີນຜົນ

ດາວໂລດເອກະສານນີ້: ພາສາລາວ ພາສາອັງກິດ