ງານຝຶກອົບຮົມສຳລັບຄູຝຶກ ພາຍໃຕ້ໂຄງການ PIASVC ຫົວຂໍ້ “ການເຜີຍແຜ່ການນຳໃຊ້ປະຕິທິນກົດໝາຍປີ 2023”

758

ໂດຍ LIWG

ໃນລະຫວ່າງວັນທີ 17-20 ມັງກອນ 2023 ທີ່ຜ່ານມາ, ກຸ່ມແລກປ່ຽນຂໍ້ມູນເລື່ອງທີ່ດິນ (LIWG) ຮ່ວມກັບ ອົງການ ເຮວວີຕັດ ລາວ (Helvetas Laos) ໄດ້ຈັດການຝຶກອົບຮົມເປັນຄູຝຶກ ກ່ຽວກັບ “ການເຜີຍແຜ່ການນຳໃຊ້ປະຕິທິນກົດໝາຍປີ 2023” ໃຫ້ແກ່ ໂຄງການ PIASVC ເຊິ່ງນຳພາການຝຶກອົບຮົມ ໂດຍທີມງານຄູຝຶກທີ່ມີປະສົບການສູງ ຈາກໂຄງການ ໄລຟ໌ (LIFE project) ແລະ ເຂົ້າຮ່ວມໂດຍ ບັນດາອົງກອນສະມາຊິກຂອງ ກຸ່ມແລກປ່ຽນຂໍ້ມູນເລື່ອງທີ່ດິນ ທີ່ຖືກຄັດເລືອກໃຫ້ຮັບທຶນຍ່ອຍເພື່ອຈັດຕັ້ງປະຕິບັດໂຄງການໃນພື້ນທີ່ເປົ້າໝາຍ ທົ່ວ ສປປ ລາວ.

ການຝຶກອົບຮົມຄັ້ງນີ້ແມ່ນ ເນັ້ນໃຫ້ຜູ້ເຂົ້າຮ່ວມເຂົ້າໃຈກ່ຽວກັບຫົວຂໍ້ ທີ່ນຳສະເໜີໃນປະຕິທິນກົດໝາຍປີ 2023 ເຊັ່ນ: 1. ການໄດ້ຮັບສິດນຳໃຊ້ທີ່ດິນ, 2. ການຂຶ້ນທະບຽນອອກໃບຕາດິນ, 3. ການຈັດການ, ການບຳບັດສານເຄມີ ແລະ ສິ່ງເສດເຫຼືອ, 4. ການວາງແຜນຄຸ້ມຄອງ ແລະ ຟື້ນຟູປ່າໄມ້ຂັ້ນບ້ານ, 5. ສິດສະເຫມີພາບຍິງ-ຊາຍ ໃນການມີຊື່ໃນໃບຕາດິນ, ແລະ 6. ຈັນຍາບັນ, ສິດ ແລະ ຫນ້າທີ່ ຂອງຫນ່ວຍໄກ່ເກ່ຍຂໍ້ຂັດແຍ່ງຂັ້ນບ້ານ. ນອກຈາກນີ້ ຜູ້ເຂົ້າຮ່ວມຍັງໄດ້ແລກປ່ຽນກ່ຽວກັບສະພາບການ ແລະ ບັນຫາທີ່ເກີດໃນຂະນະຈັດຕັ້ງປະຕິບັດໃນພື້ນທີ່ຕ່າງໆ, ຮຽນຮູ້ ແລະ ທຳຄວາມເຂົ້າໃຈກ່ຽວກັບປື້ມຄູ່ມື ແລະ ການວາງແຜນແບບ SMART. ສິ່ງທີ່ສຳຄັນໄປກວ່ານັ້ນ ແມ່ນຜູ້ເຂົ້າຮ່ວມໄດ້ສາທິດການປະຕິບັດຕົວຈິງ ພ້ອມທັງແລກປ່ຽນຄຳຄິດເຫັນຈາກບັນດາຜູ້ເຂົ້າຮ່ວມຄົນອື່ນ ແລະ ຈາກຄູຝຶກອີກດ້ວຍ.

ຈຸດພິເສດຂອງການຝຶກອົບຮົມໃນຄັ້ງນີ້ແມ່ນປະຕິທິນກົດໝາຍປີ 2023 ເຊິ່ງເປັນເຄື່ອງມືສຳຄັນໃນການເຜີຍແຜ່ຂໍ້ມູນກົດໝາຍ ພ້ອມກັບຮູບພາບປະກອບທີ່ເຂົ້າໃຈງ່າຍຕໍ່ປະຊາຊົນທຸກຂົງເຂດ ໃນ ສປປ ລາວ. ນອກຈາກນີ້, ກຸ່ມແລກປ່ຽນຂໍ້ມູນເລື່ອງທີ່ດິນ ໄດ້ແຈກຢາຍປື້ມຄູ່ມືແນະນຳການຝຶກອົບຮົມນຳໃຊ້ປະຕິທິນກົດໝາຍປີ 2023 ເຊິ່ງຮ່ວມຜະລິດໂດຍທີມງານປະຕິທິນກົດໝາຍ ໃຫ້ແກ່ຜູ້ເຂົ້າຮ່ວມອີກດ້ວຍ. ເຊິ່ງນີ້ຈະເປັນປະສົບການໃຫ້ແກ່ຜູ້ເຂົ້າຮ່ວມ ໃນການລົງປະຕິບັດກິດຈະກຳໃນພື້ນທີ່ໂຄງການຂອງພວກເຂົາ ໂດຍສະເພາະກ່ຽວຂ້ອງກັບການເຜີຍແຜ່ການນຳໃຊ້ປະຕິທິນກົດໝາຍ ປີ 2023.

ເຊິ່ງການຝຶກອົບຮົມດັ່ງກ່າວແມ່ນຄັ້ງທຳອິດ ພາຍໃຕ້ໂຄງການ PIASVC ໃນປີ 2023. ນອກຈາກນີ້ ທາງໂຄງການຈະມີການຈັດຝຶກອົບຮົມທົບທວນຫົວຂໍ້ ຄວາມສະເໝີພາບທາງເພດ ແລະ ການມີສ່ວນຮ່ວມທາງສັງຄົມ. ເຊິ່ງຂໍ້ມູນຕ່າງໆທີ່ກ່ຽວຂ້ອງກັບການຝຶກອົບຮົມແມ່ນຈະເຜີຍແຜ່ຜ່ານຊ່ອງທາງການຕິດຕາມ ຂອງ LIWG ໃນໄວໆນີ້.

– ຂໍ້ມູນເພີ່ມເຕີມກ່ຽວກັບໂຄງການ PIASVC: https://laolandinfo.org/en/category/blog/news-update/