ສູນກາງແນວລາວສ້າງຊາດ ສະເໜີກ່ຽວກັບບັນຫາທີ່ດິນ ຕໍ່ສະພາແຫ່ງຊາດ

1188

ແຫຼ່ງຂໍ້ມູນຈາກ ຂ່າວຜູ້ແທນປະຊາຊົນ


ທ່ານ ນາງ ຄຳຈັນ ພົມແສງສະຫວັນ ຮອງປະທານສູນກາງແນວລາວສ້າງຊາດ ໄດ້ຕາງໜ້າໃຫ້ສູນກາງແນວລາວສ້າງຊາດ ມີຄໍາເຫັນຕໍ່ບົດລາຍງານຂອງສະພາແຫ່ງຊາດ ກ່ຽວກັບການເຄື່ອນໄຫວວຽກງານ ປະຈຳປີ 2021 ແລະແຜນການ ເຄື່ອນໄຫວ ປີ 2022 ໃນວາລະກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX ວັນທີ 8 ພະຈິກ ນີ້. ທ່ານ ຮອງປະທານສູນກາງແນວລາວສ້າງຊາດ ໄດ້ມີຄໍາສະເໜີຂອງປະຊາຊົນ ຕໍ່ສະພາແຫ່ງຊາດ  ຜ່ານໄປຍັງພາກ ສ່ວນກ່ຽວຂ້ອງ ເພື່ອພິຈາລະນາ ຫຼາຍບັນຫາສຳຄັນ ເຊິ່ງໜຶ່ງໃນນັ້ນແມ່ນເລື່ອງຂອງບັນຫາທີ່ດິນ. ໂດຍຕົ້ນຕໍແມ່ນ:

  • ສະເໜີໃຫ້ສະພາແຫ່ງຊາດ ເພີ່ມທະວີການຕິດຕາມກວດກາ, ກະຕຸກຊຸກຍູ້ ຕໍ່ການປະຕິບັດໂຄງການພັດທະນາຂອງລັດຖະບານ, ບໍລິສັດກ່ຽວຂ້ອງ ທີ່ປະຊາຊົນໄດ້ຮັບຜົນກະທົບ ແຕ່ບໍ່ທັນໄດ້ຮັບການແກ້ໄຂເຊັ່ນ: ໂຄງການກໍ່ສ້າງເຂື່ອນໄຟຟ້າຫ້ວຍເປາະ ຍັງບໍ່ທັນໄດ້ມີການຊົດເຊີຍ ເນື້ອທີ່ດິນ ທໍາການຜະລິດຂອງປະຊາຊົນ ບ້ານສັນທົ່ງ ເມືອງເລົາງາມ ແຂວງ ສາລະວັນ ແລະ ບໍລິສັດເອກະຊົນສໍາປະທານເນື້ອທີ່ດິນທໍາການຜະລິດຂອງປະຊາຊົນ ຢູ່ບ້ານ ນາທັນ ເມືອງເລົາງາມ ແຂວງ ສາລະວັນ; ການຈ່າຍຄ່າແຮງງານ ໃຫ້ກໍາມະກອນທີ່ອອກແຮງງານ ປຸກສ້າງທີ່ພັກອາໄສຂອງໂຄງການກໍ່ສ້າງເຂື່ອນໄຟຟ້ານໍ້າທາ 1 ຢູ່ເມືອງນາແລ ແຂວງ ຫຼວງນໍ້າທາ ແຕ່ປີ 2015 ຍັງບໍ່ທັນແກ້ໄຂໄດ້ ລວມທັງຄ່າຊົດເຊີຍທີ່ດິນປຸກສ້າງ ແລະ ຈັດສັນທີ່ດິນທໍາການຜະລິດຂອງປະຊາຊົນ; ປະຊາຊົນເມືອງ ຊໍາໃຕ້ ແຂວງຫົວພັນ ສະເໜີກ່ຽວກັບການແກ້ໄຂຜົນກະທົບຂອງການກໍ່ສ້າງເຂື່ອນໄຟຟ້ານໍ້າຊໍາ 1 ໂດຍສະເພາະແມ່ນປ່າຊ້າ ຈໍານວນ 421 ຂຸມຝັງສົບ ຍັງບໍ່ທັນໄດ້ຮັບການຊົດເຊີຍ.
  • ຕໍ່ບັນຫາທີ່ດິນ ການຈັບຈອງທີ່ດິນ ປ່າ, ດິນຫວງຫ້າມ, ດິນບ້ານ ແລະ ດິນປະເພດຕ່າງໆ ເປັນຈໍານວນຫຼາຍ ໄວ້ຫຼາຍປີ ແຕ່ບໍ່ໄດ້ມີການພັດທະນາຫຍັງ ທັງບໍ່ທັນໄດ້ເສຍພັນທະຕໍ່ລັດ ຂອງບຸກຄົນ, ນິຕິບຸກຄົນ ຍັງມີຢູ່ທ້ອງຖີ່ນຕ່າງໆ ແຕ່ປະຊາຊົນຈໍານວນບໍ່ໜ້ອຍ ບໍ່ມີບ່ອນປຸກສ້າງທີ່ຢູ່ອາໄສ, ບໍ່ມີທີ່ດິນທໍາການຜະລິດ, ບໍ່ມີລາຍຮັບທີ່ໝັ້ນຄົງ, ມີຄວາມທຸກຍາກ ຕໍ່ສະພາບການດັ່ງກ່າວ ຄວນໄດ້ເອົາໃຈໃສ່ກວດກາຄືນ ແລະ ມີການຈັດສັນ, ມີຊ່ອງທາງເພື່ອຊ່ວຍເຫຼືອແກ້ໄຂໃຫ້ເຂົາເຈົ້າ:ຂໍໃຫ້ມີການກວດກາ ຕໍ່ສະພາບການຊື້-ຂາຍດິນ ແລະ ເຮືອນ ໃຫ້ຄົນຕ່າງປະເທດ ແຕ່ອອກຊື່ເປັນຄົນລາວ ມີຢ່າງແຜ່ຫຼາຍ, ເກີດມີສະພາບການສໍ້ໂກງກັນລະຫວ່າງຜູ້ຊື້ດິນ ແລະ ຜູ້ອອກຊື່ ໃນໃບຕາດິນ ພາໃຫ້ເກີດມີຄວາມບໍ່ສະຫງົບ ສະເໜີໃຫ້ມີວິທີການແກ້ໄຂຢ່າງເປັນຮູບປະທໍາ.
  • ບັນຫາຂໍ້ຂັດແຍ່ງ ໃນການຊົດເຊີຍຜົນເສຍຫາຍຕໍ່ການຜະລິດກະສິກໍາ ຂອງປະຊາຊົນບັນດາເຜົ່າທີ່ຖືກຜົນກະທົບ ຈາກໂຄງການກໍ່ສ້າງ, ສໍາປະທານ ເພື່ອເຮັດກິດຈະກໍາຕ່າງໆຂອງລັດ ແລະ ເອກະຊົນ ຈໍານວນໜຶ່ງ ຍັງບໍ່ທັນຖືກຕ້ອງສອດຄ່ອງກັບແນວທາງ, ກົດໝາຍ ສະພາບຕົວຈິງຍັງມີຫາງສຽງ, ມີການສະເໜີ, ຮ້ອງທຸກ ຕໍ່ການຈັດຕັ້ງກ່ຽວຂ້ອງຂັ້ນຕ່າງໆ ແຕ່ການແກ້ໄຂຕົວຈິງຍັງມີຄວາມຫຍຸ້ງຍາກ, ຊັກຊ້າແກ່ຍາວ; ທັງຍັງມີບາງບ່ອນ ມັກໃຊ້ອໍານາດບໍລິຫານຕໍ່ປະຊາຊົນ ຢ່າງບໍ່ມີເຫດຜົນພຽງພໍ.
  • ສະເໜີສະພາແຫ່ງຊາດ ລົງຕິດຕາມກວດກາ ບັນຫາຂໍ້ຂັດແຍ້ງ ທີ່ດິນລະຫວ່າງບໍລິສັດນໍ້າທາກໍ່ສ້າງຂົວທາງ ກັບປະຊາຊົນຢູ່ບ້ານຊຽງດາ ເມືອງ ໄຊເຊດຖາ ນະຄອນຫຼວງວຽງຈັນ ຈໍານວນ 126 ຄອບຄົວ, ແກ່ຍາວມາຫຼາຍປີ ປັດຈຸບັນເຫັນວ່າມັນກາຍເປັນບັນຫາລະຫວ່າງປະຊາຊົນ ກັບບໍລິສັດ ແລະ ອົງການປົກຄອງນະຄອນຫຼວງ; ຖ້າບໍ່ໄດ້ຮັບການແກ້ໄຂຢ່າງສົມເຫດສົມຜົນ ອາດຈະເປັນບັນຫາກວ້າງຕື່ມ.

ບັນຫາທີ່ດິນເປັນບັນຫາໃຫຍ່ ແລະ ເກີດຂື້ນໃນຫຼາຍພື້ນທີ່ ເຊິ່ງກໍ່ເຫັນວ່າການນໍາສະເໜີ ຂອງທ່ານ ຮອງ​ປະ​ທານສູນກາງແນວລາວສ້າງຊາດ ແມ່ນເປັນສິ່ງທີ່ສໍາຄັນຍິ່ງ ເພື່ອນໍາໄປສູ່ການແກ້ໄຂບັນຫາ ໂດຍສະເພາະ ການແກ້ໄຂບັນຫາໃນພາກປະຕິບັດຕົວຈິງ ໃຫ້ເຫັນຢ່າງເປັນຮູບປະທໍາ ແລະ ມີຄວາມທ່ຽງທໍາກັບປະຊາຊົນ.

*ແຫຼ່ງຂໍ້ມູນອ້າງອີງງຈາກ ຂ່າວຜູ້ແທນປະຊາຊົນ: https://bit.ly/3bUbsbZ