Home Blog ເຂດເສດຖະກິດພິເສດ ແລະ ສະເພາະ ໃນລາວ ມີຫຼາຍປານໃດ?

ເຂດເສດຖະກິດພິເສດ ແລະ ສະເພາະ ໃນລາວ ມີຫຼາຍປານໃດ?

Date

Category

ໂດຍ ນໍ້າຄ້າງ

ເຊື່ອແນ່ວ່າ ເວລາໄດ້ຍິນຄໍາວ່າ‘ເຂດເສດຖະກິດພິເສດ’ (Special Economic Zones) ຫຼາຍຄົນອາດຈະມີຄໍາຖາມວ່າ ເອ໋ ! ເປັນຫຍັງຈຶ່ງເອີ້ນວ່າ ເຂດເສດຖະກິດພິເສດ ແລະ ມັນຕ່າງກັບ ເສດຖະກິດປະເພດອື່ນໆ ຄືແນວໃດນໍ?

ຜູ້ຂຽນເອງ ຕອນທໍາອິດ ເວລາໄດ້ ຍິນກ່ຽວກັບຫົວຂໍ້ດັ່ງກ່າວ ກໍ່ມີຄໍາຖາມຄືກັນ ແລະ ເຕັມໄປດ້ວຍຄໍາຖາມຕາມມາວ່າ ມັນມີທີ່ມາທີ່ໄປແນວໃດ ແລະ ໃນປະເທດລາວ ກໍ່ມີເຂດແນວນີ້ຢູ່ບໍ?

ຫຼັງຈາກທີ່ຜູ້ຂຽນຄົ້ນຫາຂໍ້ມູນກໍ່ພົບວ່າ ຢູ່ປະເທດລາວ ໄດ້ມີ ດໍາລັດວ່າດ້ວຍ ເຂດເສດຖະກິດພິເສດ (ສະບັບປັບປຸງ), ເລກທີ 188/ລບ ລົງວັນທີ 07 ມິຖຸນາ 2018 (ເຊິ່ງປັບປຸງຈາກ ສະບັບປີ 2010) ຊຶ່ງເປັນດໍາລັດໃນການຈັດຕັ້ງຜັນຂະຫຍາຍກົດໝາຍ ວ່າດ້ວຍ ການສົ່ງເສີມການລົງທຶນການລົງທຶນ ເພື່ອ ດຶງດູດການລົງທຶນ  ດ້ວຍການວາງນະໂຍບາຍ ‘ສົ່ງເສີມພິເສດ’ ແກ່ນັກລົງທຶນ.

ໃນມາດຕາ 2 ຂອງດໍາລັດ ໄດ້ກໍານົດໄວ້ວ່າ ‘ເຂດເສດຖະກິດພິເສດ (Special Economic Zone)’ ແມ່ນເຂດທີ່ມີກົນໄກຄຸ້ມຄອງບໍລິຫານສະເພາະ ເພື່ອ ສ້າງເງື່ອນໄຂໃຫ້ແກ່ການດຶງດູດການລົງທຶນ ທີ່ມີການນໍາໃຊ້ເຕັກໂນໂລຊີ ສູງ, ນໍາໃຊ້ວັດຕະກໍາ ໃນການຜະລິດກະສິກໍາເປັນສິນຄ້າ, ການຜະລິດທີ່ສະອາດ, ປະຢັດຊັບພະຍາກອນທໍາມະຊາດ ແລະ ພະລັງງານ ເພື່ອພັດທະນາແບບຍືນຍົງ ແລະ ເປັນມິດກັບສິ່ງແວດລ້ອມ. ເຂດເສດຖະກິດພິເສດ ອາດຈະປະກອບມີ ນິຄົມອຸດສາຫະກໍາ, ເຂດພັດທະນາກະສິກໍາ, ອຸດສາຫະກໍາປຸງແຕ່ງເພື່ອສົ່ງອອກ,  ການພັດທະນາເຕັກໂນໂລຊີ ແລະ ຂໍ້ມູນຂ່າວສານ, ການບໍລິການ, ການຄ້າ, ການທ່ອງທ່ຽວ. ເຊິ່ງສະແດງວ່າ ເຂດເສດຖະກິດພິເສດ ແມ່ນມີການດໍາເນີນຈັດຕັ້ງປະຕິບັດພາຍໃຕ້ ‘ນະໂຍບາຍະພິເສດ’ ແລະ ນິຕິກໍາສະເພາະໃນການເຄື່ອນໄຫວ.  

ເຂດເສດຖະກິດພິເສດຂອງປະເທດລາວ ໄດ້ກາຍເປັນຍຸດທະສາດອັນສໍາຄັນ ເພື່ອຂັບເຄື່ອນການຂະຫຍາຍໂຕທາງດ້ານເສດຖະກິດຂອງປະເທດ ເຊິ່ງເຫັນໄດ້ຊັດເຈນ ໃນການສ້າງ ນະໂຍບາຍ ແລະ ກົດໝາຍ ເພື່ອອໍານວຍຄວາມສະດວກຕໍ່ການພັດທະນາ ເຂດເສດຖະກິດພິເສດໃນປະເທດ ໂດຍສະເພາະ ໃນແຜນພັດທະນາເສດຖະກິດ ແລະ ສັງຄົມ ແຫ່ງຊາດ, ການມີດຳລັດເພື່ອອໍານວຍຄວາມສະດວກໃນການສ້າງຕັ້ງ, ການມີນະໂຍ ບາຍການຍົກເວັ້ນພາສີ ແລະ ການມີແຜນຍຸດທະສາດການພັດທະນາ ເຂດເສດຖະກິດພິເສດ ແລະ ເຂດເສດຖະກິດສະເພາະ ໃນປະເທດ.

ຈາກຂໍ້ມູນຂອງ Land Thai Watch & Southeast Asia ລາຍງານໄວ້ວ່າ:

ໃນປະເທດລາວ ລັດຖະບານໄດ້ອະນຸມັດການສ້າງຕັ້ງເຂດເສດຖະກິດພິເສດໃຫ້ນັກລົງທຶນຕ່າງປະ ເທດ ແລະ ພາຍໃນ ແລ້ວທັງໝົດ 14 ແຫ່ງ, ກວມເອົາເນື້ອຂະໜາດກວ້າງທັງໝົດ ເຖິງ 29,238.69 ເຮັກຕາ ແລະ ນັກລົງສ່ວນໃຫຍ່ແມ່ນຕ່າງປະເທດ ເຊັ່ນ: ຈີນ, ຫວຽດນາມ, ໄທ, ຍີ່ປຸ່ນ ແລະ ມາເລເຊຍ.

ເຂດເສດຖະກິດພິເສດ ແລະ ສະເພາະ 14 ແຫ່ງ ທີ່ລັດຖະບານລາວ ໄດ້ອະນຸມັດໃຫ້ມີການສ້າງຕັ້ງ

ໃນແຜນຍຸດທະສາດການພັດທະນາ ເຂດເສດຖະກິດພິເສດ ແລະ ເຂດເສດຖະກິດສະເພາະຢູ່ ສປປ ລາວ ແຕ່ປີ 2011  ຮອດປີ 2020 ໄດ້ລະບຸບວ່າ ລັດຖະບານລາວ ມີແຜນທີ່ຈະຈັດຕັ້ງເຂດເສດຖະກິດພິເສດ 41 ແຫ່ງໃນທົ່ວປະເທດ ໃນອີກ 10 ປີ ຂ້າງໜ້າ.

ເຖິງຢ່າງໃດກໍ່ດີ ຕໍ່ກັບໄລຍະເວລາຂອງການສໍາປະທານທີ່ດິນໃນປະເທດລາວ ກໍ່ເປັນປະເດັນໜຶ່ງທີ່ສັງຄົມໃນຄວາມສົນ ໃຈ ແລະ ເປັນທີ່ຖົກຖຽງ ໂດຍສະເພາະ ຊ່ອງຫວ່າງຂອງກົດໝາຍ ຕໍ່ກັບ ການຕໍ່ອາຍຸໄລຍະການໃຫ້ສໍາປະທານທີ່ດິນ ແກ່ນັກລົງທຶນ.

ຕໍ່ກັບປະເດັນດັ່ງກ່າວ ໃນກອງປະຊຸມສະພາແກ່ງຊາດ ກໍ່ມີ ສະມາຊິກສະພາແຫ່ງຊາດ (ສສຊ) ໄດ້ປະກອບຄໍາຄິດເຫັຍຕໍ່ກັບປະເດັນຂງອາຍຸການສໍາປະທານທີ່ດິນ, ເຊິ່ງໜຶ່ງໃນນັ້ນແມ່ນ ທ່ານ ສສຊ ເຂດ 1 ນະຄອນຫຼວງວຽງຈັນ ໄດ້ປະກອບຄໍາເຫັນໃສ່ຮ່າງກົດໝາຍທີ່ດິນ ສະບັບປັບປຸງ ໃນກອງປະຊຸມສະໄໝສາມັນຄັ້ງທີ7 ຂອງສະພາແຫ່ງຊາດຊຸດທີ 8 (ທີ່ຈັດຂື້ນໃນລະຫວ່າງວັນທີ 5-25 ມິຖຸນາ 2019) ວ່າ:

ຂ້າພະເຈົ້າເຫັນວ່າ ຄໍາວ່າ ‘ສາມາດຕໍ່ໄດ້’ (ໄລຍະເວລາຂອງການສໍາປະທານທີ່ດິນ) ຄວນກໍານົດ ວັນເດືອນປີ ໃຫ້ມັນລະອຽດ (ໃນກົດໝາຍ ທີ່ດິນສະບັບປັບປຸງ) ເພາະ ຖ້າເຮົາມີແຕ່ບອກວ່າ ຍາວນານ ແມ່ນມັນຈະເປັນຊ່ອງຫວ່າງ; ຖ້າວ່າ ຍາວນານ ແມ່ນຈັກປີ, ຄວນລະບຸໃຫ້ລະອຽດເລີຍ.

ດັ່ງນັ້ນ ຕາມການປະກອບຄໍາເຫັນຂອງທ່ານ ສສຊ ກໍ່ເຫັນວ່າເປັນຈິງແທ້ໆ. ສະນັ້ນ ຈຶ່ງເປັນສິ່ງທີ່ນ່າຕິດຕາມເບິ່ງຕໍ່ໄປວ່າ ໜ່ວຍງານທີ່ກ່ຽວຂ້ອງຈະມີການນໍາເອົາຄໍາຄິດເຫັນຂອທ່ານ ສສຊ ທ່ານນີ້ໄປພິຈາລະນາ ປະກອບໃສ່ກັບຮ່າງກົດໝາຍທີ່ດິນ ໃຫ້ມີຄວາມຊັດເຈນຫຼາຍຂື້ນ ໃນດ້ານເນື້ອໃນ ເພື່ອນໍາໄສ່ສູ່ ການປະຕິບັດຕາມກົດໝາຍນີ້ຢ່າງເປັນເອກະພາບ.

ອີງຕາມການລາຍງານຂອງ ຫ້ອງການ ສົ່ງເສີມ ແລະ ການຄຸ້ມຄ້ອງ ເຂດເສດຖະກິດພິເສດ ໃນປີ 2018 ໄດ້ລາຍງານວ່າ ເຂດເສດຖະກິດພິເສດໃນປະເທດລາວໄດ້ເລີ່ມມີການຈັດຕັ້ງມາຕັ້ງແຕ່ປີ 2002 ແລະ ມີນັກລງທຶນທັງພາຍໃນ ແລະ ຕ່າງປະເທດເຂົ້າມາລົງທຶນ 337ບໍລິສັດ ໂດຍທີ່ມີຈົດລົງທະບຽນດ້ວຍຕົ້ນທຶນທັງໝົດ 68 ພັນລ້ານໂດລາສະຫະລັດ.

ໃນພາກພື້ນແມ່ນໍ້າຂອງ ບໍ່ແມ່ນແຕ່ປະເທດລາວເທົ່ານັ້ນທີ່ມີເຂດເສດຖະກິດພິເສດຫຼາຍແຫ່ງ, ປະເທດອື່ນໆ ກໍ່ມີເຂດເສດຖະກິດກວມເອົາເນື້ອທີ່ຢ່າງກວ້າງຂວາງ ເຊັ່ນ: ປະເທດໄທ ມີເຖິງ ແບ່ງອອກເປັນ 2 ປະເພດຄື ເຂດເສດຖະກິດພິເສດ 10 ແຫ່ງ ກວມເອົາ ປະມານ 622,001.15 ເຮັກຕາ ແລະ ລະບຽງເສດຖະກິດພິເສດພາກຕາເວັນອອກ 24 ເຂດ ກວມເອົາ ປະມານ 15,768.16 ເຮັກຕາ, ປະເທດມຽນມາ ມີ 3 ແຫ່ງ ກວມເອົາ 23,758 ເຮັກຕາ, ປະເທດກໍາປູເຈຍ ມີເຖິງ 37 ແຫ່ງ ກວມເອົາ 12,631 ເຮັກຕາ, ແລະ ປະເທດຫວຽດນາມ ມີ 3 ແຫ່ງ (ບໍ່ມີການລະບຸ ຂອບເນື້ອທີ່ ທີ່ຊັດເຈນ).  ແຕ່ເຖິງຢ່າງໃດກໍ່ຕາມ ມີຫຼາຍຄົນເຊັ່ນ ປະຊາຊົນ, ນັກວິຊາການ ແລະ ອົງການຈັດຕັ້ງທາງສັງຄົມ ໄດ້ສະແດງຄວາມກັງວົນຕໍ່ກັບຜົນກະທົບທາງດ້ານລົບທີ່ເກີດຂື້ນ ຕໍ່ກັບສິ່ງແວດລ້ອມ ແລະ ສັງຄົມ ໂດຍສະເພາະ ການສູນເສຍເນື້ອທີ່ປ່າໄມ້, ພື້ໜທີ່ການຜະລິດກະສິກໍາ ແລະ ທີ່ຢູ່ອາໄສຂອງປະຊາຊົນ  ແລະ ເຮັດໃຫ້ເກີດມີຂໍ້ຂັດແຍ້ງເກີດຂື້ນ ໂດຍສະເພາະ ບັນຫາເລື່ອງທີ່ດິນ ລະຫວ່າງ ພາກລັດ, ບໍລິສັດ ແລະ ປະຊາຊົນ.

ທ່ານ ປິ່ນແກ້ວ ເຫຼືອງອາຣ່າມສຣິ, ນັກວິຊາການຈາກມະຫາວິທະຍາໄລຊຽງໃໝ່ ໄດ້ກ່າວໄວ້ ໃນງານສຶກສາ “ຫຼັງເຂດເສດຖະກິດພິເສດ” ປີ 2018 ວ່າ:

ເຂດເສດຖະກິດພິເສດ ບໍ່ແມ່ນພຽງແຕ່ກົນໄກທາງດ້ານເສດຖະກິດໃນການພັດທະນາຂອງພາກລັດເທົ່ານັ້ນ ແຕ່ມັນຍັງເປັນແນວທາງ ການພັດທະນາເສດຖະກິດ ທີ່ສະທ້ອນໃຫ້ເຫັນເຖິງຄວາມສໍາພັນທາງດ້ານອໍານາດ ແລະ ການແບ່ງສັນປັນຜົນປະໂຫຍດ ລະຫວ່າງກຸ່ມຄົນຕ່າງໆ ໃນສັງຄົມ ເຊັ່ນ: ພາກລັດຂັ້ນສູນກາງ, ທ້ອງຖິ່ນ, ນາຍທຶນ ຫຼື ແມ່ນແຕ່ປະຊາຊົນໃນທ້ອງຖິ່ນເອງ ເຊິ່ງໃນແງ່ນີ້ ປະເດັນເລື່ອງທໍາມະພິບານຂອງການຄຸ້ມຄອງທີ່ດິນ ແລະ ຄວາມເປັນທໍາ (Good Land  Governance) ແມ່ນເປັນຫົວໃຈຫຼັກຂອງການຈັດການເສດຖະກິດພິເສດ ແຕ່ພັດເປັນປະເດັນໜຶ່ງທີ່ຖືກຍົກຂື້ນມາເວົ້າໜ້ອຍຫຼາຍ

ແນ່ນອນ ຂໍ້ມູນທີ່ນ່າສົນໃຈອັນໜຶ່ງກ່ຽວກັບ ການພັດທະນາເຂດເສດຖະກິດພິເສດໃນປະເທດລາວ ກໍ່ຄືອາຍຸສໍາປະທານທີ່ດິນ. ໃນ ມາດຕາ 61 ຂອງ ກົດໝາຍວ່າດ້ວຍ ການສົ່ງເສີມການລົງທຶນການລົງທຶນ (ສະບັັບປັບປຸງປີ 2016) ໄດ້ລະບຸວ່າ ອາຍຸສໍາປະທານທີ່ດິນ ເພື່ອພັດທະນາເສດ ຖະກິດພິເສດ ແມ່ນໄດ້ສູງສຸດ ບໍ່ເກີນ 50 ປີ ແຕ່ສາມາດຕໍ່ໄດ້ອີກ ຕາມການຕົກລົງຂອງສະພາແຫ່ງຊາດ ຕາມການສະເໜີ ຂອງລັດຖະບານ (ອາຍຸການສໍາປະທານທີ່ດິນ ແມ່ນໄດ້ປ່ຽນ ຈາກ 99 ປີ ມາເປັນ 50 ປີ ຫຼັງຈາກມີການປັບປຸງ ກົດໝາຍ ການສົ່ງເສີມການລົງທຶນການລົງທຶນ ປີ 2009 ມາເປັນ ການສົ່ງເສີມການລົງທຶນການລົງທຶນ ສະບັັບປັບປຸງ ປີ 2016 ).

ໃນຕອນຊ່ວງໜຶ່ງ ທ່ານ ວິໄລສຸກ ພິມະສອນ, ສສຊ ເຂດ9 ແຂວງຊຽງຂວາງ ໄດ້ກ່າວໄວ້ ເປັນຄໍາຖາມ ໃນກອງປະຊຸມສະໄໝສາມັນຄັ້ງທີ7 ຂອງສະພາແຫ່ງຊາດຊຸດທີ 8 ຢ່າງນ່າຄິດຫຼາຍກ່ຽວກັບເລື່ອງການຄອບຄອງທີ່ດິນ ວ່າ:

ໃນລະບອບເກົ່າ, ຜູ້ທີ່ມີດິນຫຼາຍ ມີແຕ່ສັກດີນາ ຢູ່ລະບົບເຮົາເດຜູ້ມີດິນຫຼາຍແມ່ນຊົນຊັ້ນຫຍັງ?

ນັ້ນກໍ່ຄົງຈະເປັນຄໍາຖາມ ທີ່ຫຼາຍຄົນອາດຈະມີຄໍາຕອບຢູ່ແລ້ວ ແລະ ເຮົາກໍ່ຕ້ອງມາເບິ່ງໃນພາກປະຕິບັດນໍາກັນ ເລື່ອງການຄອບຄອງທີ່ດິນໃນປະເທດລາວເຮົານັ້ນຈະເປັນໃນທິດທາງໃດໃນຕໍ່ໜ້າ ໂດຍສະເພາະໂຄງການພັດທະນາທີ່ຕິດພັນເຖິງການເຊົ່າ ແລະ ຊໍາປະທານທີ່ດິນ ຕ່າງໆ ເຊິ່ງໜຶ່ງໃນນັ້ນກໍ່ແມ່ນ ການພັດທະນາ ‘ເຂດເສດຖະກິດພິເສດ’ ໃນລາວເຮົາ.


ຂໍ້ມູນອ້າງອີງຈາກ:

  1. IDP: http://www.investlaos.gov.la/index.php/where-to-invest/special-economic-zone
  2. ປິ່ນແກ້ວ ເຫຼືອງອາຣ່າມສຣິ, “ຫຼັງເຂດເສດຖະກິດພິເສດ”, ຄະນະສັງຄົມສາດ, ມະຫາວິທະຍາໄລຊຽງໃໝ່, ປີ 2018 (ລາຍງານພາສາໄທ)
  3. ລາຍງານສະຖານະການ ທຳມະພິບານ ວ່າດ້ວຍທີ່ດິນໃນພາກພື້ນທີ່ ເຂດເສດຖະກິດພິເສດໃນພາກພື້ນແມ່ນໍ້າຂອງ, Land Watch Thai & HBS Southeast Asia (2019)
  4. ກົດໝາຍວ່າດ້ວຍ ການສົ່ງເສີມການລົງທຶນການລົງທຶນ (ສະບັັບປັບປຸງປີ 2016)
  5. ດໍາລັດວ່າດ້ວຍ ເຂດເສດຖະກິດພິເສດ (ສະບັບປັບປຸງ), ເລກທີ 188/ລບ ລົງວັນທີ 07 ມິຖຸນາ 2018
  6. ແຜນຍຸດທະສາດການພັດທະນາ ເຂດເສດຖະກິດພິເສດ ແລະ ເຂດເສດຖະກິດສະເພາະຢູ່ ສປປ ລາວ ແຕ່ປີ 2011 ຮອດປີ 2020
  7. ສະມາຊິກສະພາແຫ່ງຊາດປະກອບຄໍາເຫັນ ຕໍ່ຮ່າງກົດໝາຍທີ່ດິນ, ມິຖຸນາ 2019: http://bit.ly/2zvyDG9

Recent posts

ການປ່ຽນແປງການຄອບຄອງທີ່ດິນ ໃນປະເທດ ຮົງກາລີ

ນປະເທດຮົງກາລີ, ບັນດາບໍລິສັດ ແລະ ນິຕິບຸກຄົນ ບໍ່ສາມາດຊື້ທີ່ດິນເປັນກໍາມະສິດໄດ້, ດິນກະສິກໍາບໍ່ສາມາດຂາຍໄດ້, ນອກຈາກໃນທ້ອງຖິ່ນ.

ລັດຖະບານລາວ ໄດ້ກໍານົດ “6 ນະໂຍບາຍພິເສດ” ເພື່ອສະໜັບສະໜູນໂຄງການສ້າງເສັ້ນທາງລົດໄຟ ລາວ-ຈີນ

ໂຄງການນີ້ແມ່ນມີປະມານ 4,411 ຄອບຄົວ ທີ່ໄດ້ຮັບຜົນກະທົບ ເຊິ່ງມີຄວາມຄືບໜ້າ ກວ່າ 70% ໃນຂະນະທີ່ການຊົດເຊີຍດໍາເນີນໄດ້ 20.4% ໂດຍຄາດວ່າຈະສໍາເລັດຕາມກຳນົດເວລາ ໃນ ເດືອນ ທັນວາ 2021ນີ້.

ເປັນຫຍັງຄົນທີ່ຜະລິດອາຫານໃຫ້ຄົນສ່ວນໃຫຍ່ໃນໂລກບໍລິໂພກ ຈຶ່ງເປັນຄົນທີ່ອຶດຫິວທີ່ສຸດ?

ການກະສິກຳໃນເຂດຊົນນະບົດແມ່ນ ຜະລິດອາຫານເຖິງ 80% ທີ່ບໍລິໂພກກັນໃນປະເທດກຳລັງພັດທະນາ ແຕ່ເບິ່ງຄືວ່າຄົນກຸ່ມນີ້ພັດເປັນຜູ້ທີ່ອຶດຫີວ ທີ່ສຸດ.

ລັດຖະບານລາວ ເດີນຫນ້າສ້າງເຂື່ອນຫລວງພະບາງ ຂະໜາດ 1,460 ເມກາວັດ ເທິງແມ່ນໍ້າຂອງ

ເຂື່ອນຫຼວງພະບາງນີ້ ຈະສ້າງຜົນກະທົບໂດຍກົງແກ່ປະຊາຊົນ 26 ບ້ານ ຈາກ 3 ແຂວງຄື: ຫຼວງພະບາງ, ໄຊຍະບູລີ ແລະ ອຸດົມໄຊ ເຊິ່ງມີ840 ຄົວເຮືອນ ຫຼື ເປັນຈໍານວນ 9,974 ຄົນ ທີ່ຈະຕ້ອງຖືກຍົກຍ້າຍທີ່ຢູ່ອາໄສ ແລະທີ່ດິນທຳມາຫາກິນ

ການກໍ່ສ້າງທາງລົດໄຟ ລາວ – ຈີນ ຄືບໜ້າ 70% ໃນຂະນະການຈ່າຍຄ່າຊົດເຊີຍຜູ້ໄດ້ຮັບຜົນກະທົບແມ່ນ 20.4%

ທ້າຍເດືອນສິງຫາຜ່ານມາ, ໂຄງການກໍ່ສ້າງທາງລົດໄຟ ລາວ – ຈີນ ສ້າງໄດ້ ກວ່າ 70% ຈະສໍາເລັດຕາມກຳນົດເວລາ ທ້າຍປີ 2021. ໃນຂະນະທີ່ການຊົດເຊີຍຈ່າຍແລ້ວ 369 ຕື້ກີບ ເທົ່າກັບ 20.4% ຂອງຈຳນວນເງິນທີ່ຕ້ອງຈ່າຍຄ່າຊົດເຊີຍທັງໝົດ 2,492 ຕື້ກີບ.
loລາວ
en_USEnglish loລາວ