ການຂື້ນທະບຽນອອກໃບຕາດິນ: ປະຕິທິນກົດໝາຍປະຈໍາເດືອນ ມັງກອນ – ກຸມພາ 2021

3250

ໂດຍ: LIWG

ການຂື້ນທະບຽນທີ່ດິນເປັນເລື່ອງທີ່ສໍາຄັນ ເພື່ອເປັນກ້າວໄປສູ່ການອອກໃບຕາດິນ ທີ່ເປັນເອກະສານທີ່ເປັນຫຼັກຖານຕົ້ນຕໍກ່ຽວກັບສິດນໍາໃຊ້ທີ່ດິນຢ່າງຍາວນານ ແກ່ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ.

ຈຸດປະສົງຫຼັກໃນການນໍາສະເໜີຫົວຂໍ້ ການຂື້ນທະບຽນອອກໃບຕາດິນ ໃນປະຕິທິນປະຈໍາເດືອນ ມັງກອນ – ກຸມພາ 2021 ນີ້ ແມ່ນເພື່ອເປັນການສະແດງໃຫ້ເຫັນເຖິງການກຽມພ້ອມກ່ຽວກັບບາດກ້າວ ແລະ ຂັ້ນຕອນຕ່າງໆໃນການຂື້ນທະບຽນອອກໃບຕາດິນທີ່ເປັນເອກະສານຢັ້ງຢືນສິດອັນຄົບຖ້ວນໜຶ່ງດຽວຂອງຜູ້ທີ່ເປັນເຈົ້າຂອງຕອນດິນ. ພ້ອມດຽວກັນນັ້ນຍັງສະແດງໃຫ້ເຫັນເຖິງບົດບາດຂອງກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມໃນຖານະທີ່ເປັນຜູ້ກຳນົດແບບພີມໃບຕາດິນທັງສາມປະເພດ, ຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມເມືອງ ທີ່ເປັນຫຼັກໃນການດຳເນີນການອອກໃບຕາດິນ ແລະ ນຳສະເໜີຄວາມໝາຍຂອງໃບຕາດິນທີ່ເປັນເອກະສານຢັ້ງຢືນສິດອັນຄົບຖ້ວນໜຶ່ງດຽວຂອງຜູ້ທີ່ເປັນເຈົ້າຂອງຕອນດິນ.

ໃນຫົວຂໍ້ນີ້ ແມ່ນໄດ້ອີງໃສ່ ກົດໝາຍວ່າດ້ວຍທີ່ດິນ (ສະບັບປັບປຸງ) ເລກທີ 70/ສພຊ, ລົງວັນທີ 21 ມິຖຸນາ 2019 ໂດຍເນັ້ນໃສ່ 3 ມາດຕາຄື:

  • ມາດຕາ 99 ໃບຕາດິນ
  • ມາດຕາ 100 ເອກະສານປະກອບການຂຶ້ນທະບຽນອອກໃບຕາດິນ
  • ມາດຕາ 101 ຂັ້ນຕອນການຂຶ້ນທະບຽນອອກໃບຕາດິນ

ລາຍລະອຽດຂອງແຕ່ລະມາດຕາ ແມ່ນລະບຸໄວ້ໃນໜ້າປະຕິທິນນີ້.

ປະຕິທິນກົດໝາຍ ປະຈໍາເດືອນ ມັງກອນ – ກຸມພາ 2021

ເອກະສານອ້າງອີງ:
ກົດໝາຍວ່າດ້ວຍທີ່ດິນ (ສະບັບປັບປຸງ) ເລກທີ 70/ສພຊ, ລົງວັນທີ 21 ມິຖຸນາ 2019: https://bit.ly/3mKIPSw