ແນວທາງໃນການປູກຈິດສໍານຶກເພື່ອສະໜັບສະໜູນການຮັບຮູ້ການຄອບຄອງຕາມປະເພນີ ໃນສາມປະເພດປ່າ ທີ່ແຂວງຄໍາມ່ວນ, ປະເທດລາວ

1965

ໂດຍ ທີມງານ LIFE


ກົດໝາຍປ່າໄມ້ສະບັບປັບປຸງ  ເປັນໜຶ່ງໃນກົດໝາຍສະບັບປຸງ ອື່ນໆ ທີ່ໄດ້ມີການປະກາດໃຊ້ໃນປີ 2019 ເຊິ່ງພ້ອມທັງໄດ້ມີການກໍານົດ ສາມປະເພດປ່າໄມ້ຄື: ປ່າຜະລິດ, ປ່າສະຫງວນ ແລະ ປ່າປ້ອງກັນ. ແຂວງຄໍາມ່ວນເປັນໜຶ່ງໃນບັນດາແຂວງໃນປະເທດລາວທີ່ມີ ສາມປະເພດປ່າດັ່ງກ່າວ  ແລະ ບ້ານທີ ດໍາລົງຊີວິດອາໄສຢູ່ໃນເຂດປ່າ ມາເປັນເວລາຫຼາຍທົດສະວັດນັ້ນຫາກໍ່ຖືກກໍານົດວ່າ ເຂົາເຈົ້າດໍາລົງຊີວິດຢູ່ໜຶ່ງ ໃນສາມປະເພດປ່າ. ສິ່ງດັ່ງກ່າວໄດ້ເຮັດໃຫ້ມີຜົນກະທົບຕໍ່ວິຖີຊີວິດ ແລະ ການດໍາລົງຊີວິດ ຂອງປະຊາຊົນ.

ຕັ້ງແຕ່ປີ 2018 ເປັນຕົ້ນມາ ໂຄງການ ບໍລິຫານລັດກ່ຽວກັບທີ່ດິນປະຈຳພາກພື້ນແມ່ນ້ຳຂອງ  (MRLG) ແລະ ກົມທີ່ດິນ  (ກຊສ) ໄດ້ຮ່ວມກັນ ສ້າງແຜນວຽກ ການຮັບຮູ້ສິດຄອບຄອງຕາມປະເພນີ ຢູ່ໃນ ເຂດ 3 ປະເພດປ່າ ໄລຍະທົດລອງຂື້ນ. ຕໍ່ກັບແຜນງານດັ່ງກ່າວ ໃນປີ 2020 ໂຄງການສົ່ງເສີມການຮຽນຮູ້ກ່ຽວກັບທີ່ດິນ (LIFE) ໄດ້ມີການສະໜັບສະໜູນໃນການສ້າງ ແລະ ປະຕິບັດແຜນກິດຈະກໍາກ່ຽວກັບການປູກຈິດສໍານຶກໃຫ້ແກ່ 17 ບ້ານ ໂດຍທີ່ມີໜ່ວຍງານຄູ່ຮ່ວມງານພາກລັດ ແຂວງຄໍາມ່ວນເຂົ້າດ້ວຍ.

ກໍລະນີສຶກສານີ້ ນໍາສະແດງໃຫ້ເຫັນເຖິງບາງບັນຫາທີ່ກ່ຽວຂ້ອງ ທີ່ເກີດຂື້ນໃນຂັ້ນບ້ານ, ອະທິບາຍເຖິງວຽກການການເຜີຍແຜ່ ແລະ ປູກຈິດສໍານຶກ ພ້ອມທັງສະເໜີຂໍ້ແນະນໍາ ເພື່ອເປັນແນວທາງໃຫ້ກັບໂຄງການໃນອະນາຄົດ.

ກໍລະນີສຶດສາສະບັບນີ້ ແມ່ນພັດທະນາຂື້ນໂດຍ ໂຄງການ  MRLG ແລະ LIFE.

ດາວໂລດ:
ສະບັບພາສາລາວ
ສະບັບສາພາອັງກິດ


ເບິ່ງຂໍ້ມູນເພີ່ມເຕີມກ່ຽວກັບໂຄງການ  MRLG ທີ່: https://www.mrlg.org/