
ໂດຍ: LIWG
ການຂື້ນທະບຽນທີ່ດິນເປັນເລື່ອງທີ່ສໍາຄັນ ເພື່ອເປັນກ້າວໄປສູ່ການອອກໃບຕາດິນ ທີ່ເປັນເອກະສານທີ່ເປັນຫຼັກຖານຕົ້ນຕໍກ່ຽວກັບສິດນໍາໃຊ້ທີ່ດິນຢ່າງຍາວນານ ແກ່ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ.
ຈຸດປະສົງຫຼັກໃນການນໍາສະເໜີຫົວຂໍ້ ການຂື້ນທະບຽນອອກໃບຕາດິນ ໃນປະຕິທິນປະຈໍາເດືອນ ມັງກອນ – ກຸມພາ 2021 ນີ້ ແມ່ນເພື່ອເປັນການສະແດງໃຫ້ເຫັນເຖິງການກຽມພ້ອມກ່ຽວກັບບາດກ້າວ ແລະ ຂັ້ນຕອນຕ່າງໆໃນການຂື້ນທະບຽນອອກໃບຕາດິນທີ່ເປັນເອກະສານຢັ້ງຢືນສິດອັນຄົບຖ້ວນໜຶ່ງດຽວຂອງຜູ້ທີ່ເປັນເຈົ້າຂອງຕອນດິນ. ພ້ອມດຽວກັນນັ້ນຍັງສະແດງໃຫ້ເຫັນເຖິງບົດບາດຂອງກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມໃນຖານະທີ່ເປັນຜູ້ກຳນົດແບບພີມໃບຕາດິນທັງສາມປະເພດ, ຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມເມືອງ ທີ່ເປັນຫຼັກໃນການດຳເນີນການອອກໃບຕາດິນ ແລະ ນຳສະເໜີຄວາມໝາຍຂອງໃບຕາດິນທີ່ເປັນເອກະສານຢັ້ງຢືນສິດອັນຄົບຖ້ວນໜຶ່ງດຽວຂອງຜູ້ທີ່ເປັນເຈົ້າຂອງຕອນດິນ.
ໃນຫົວຂໍ້ນີ້ ແມ່ນໄດ້ອີງໃສ່ ກົດໝາຍວ່າດ້ວຍທີ່ດິນ (ສະບັບປັບປຸງ) ເລກທີ 70/ສພຊ, ລົງວັນທີ 21 ມິຖຸນາ 2019 ໂດຍເນັ້ນໃສ່ 3 ມາດຕາຄື:
- ມາດຕາ 99 ໃບຕາດິນ
- ມາດຕາ 100 ເອກະສານປະກອບການຂຶ້ນທະບຽນອອກໃບຕາດິນ
- ມາດຕາ 101 ຂັ້ນຕອນການຂຶ້ນທະບຽນອອກໃບຕາດິນ
ລາຍລະອຽດຂອງແຕ່ລະມາດຕາ ແມ່ນລະບຸໄວ້ໃນໜ້າປະຕິທິນນີ້.

ເອກະສານອ້າງອີງ:
ກົດໝາຍວ່າດ້ວຍທີ່ດິນ (ສະບັບປັບປຸງ) ເລກທີ 70/ສພຊ, ລົງວັນທີ 21 ມິຖຸນາ 2019: https://bit.ly/3mKIPSw