ໂຄງການໄລຟ໌: ການຮຽນຮູ້ທີ່ຫຼາກຫຼາຍ ກ່ຽວກັບຊັບພະຍາກອນທີ່ດິນ ແລະ ທໍາມະຊາດ

2346

ໂດຍ: LIFE/LIWG

ໃນປີ 2019 ໂຄງການ ໄລຟ໌ ໄດ້ມີການຈັດການຝຶກອົບຮົມແບບໃກ້ຊິດແກ່ບັນດາພະນັກງານອົງການຈັດຕັ້ງທາງສັງຄົມ ແລະ ພະນັກງານພາກລັດໃນຂັ້ນທ້ອງຖິ່ນ.

ເພື່ອເປັນການນໍາສະເໜີ ບາງກິດຈະກໍາທີ່ໄດ້ມີການຈັດຕັ້ງປະຕິບັດ ຈຶ່ງໄດ້ມີການສ້າງວິດີໂອສັ້ນນີ້ຂື້ນມາ ເພື່ອ ນໍາສະເໜີແກ່ບັນດາຜູ້ເຂົ້າຮ່ວມກອງ ຊຸມຊົນແຫ່ງການຮຽນຮູ້ (Community of Practice) ທີ່ໄດ້ມີການຈັດຂື້ນໃນເດືອນ ພະຈິກ 2019 ທີ່ຜ່ານມາ. ເຖິງຢ່າງໃດກໍ່ຕາມວິດີໂອນີ້ ບໍ່ແມ່ນວິດີໂອແນະນໍາກ່ຽວກັບໂຄງການເທື່ອ ແຕ່ວິດີໂອນີ້ແມ່ນສ້າງຂື້ນ ເພື່ອແບ່ງປັນຂໍ້ມູນກ່ຽວກັບວິທີການຕ່າງໆທີ່ທາງທີມງານໄລຟ໌ໄດ້ນໍາໃຊ້ເຂົ້າໃນການຝຶກອົບຮົມ ທີ່ຜ່ານມາ.

——————-
ສຶກສາເບິ່ງຂໍ້ມູນກ່ຽວກັບໂຄງການ ໄລຟ໌ ເພີ່ມເຕີມໄດ້ທີ່: https://laolandinfo.org/life/what-is-the-life-project/