ການຮັບມືກັບໄພພິບັດທຳມະຊາດ: ປະຕິທິນກົດໝາຍປະຈໍາເດືອນ ກໍລະກົດ – ສິງຫາ 2020

3646

ໂດຍ:  ກຸ່ມແລກປ່ຽນຂໍ້ມູນເລື່ອງທີ່ດິນ

ຈາກຫຼາຍເຫດການທີ່ເກີດຂື້ນໃນປະເທດເຮົາໃນປີທີ່ຜ່ານໆ ເຫັນວ່າ ໄພພິບັດນັ້ນບໍ່ແມ່ນເລື່ອງໃໝ່ສໍາລັບປະເທດເຮົາອີກຕໍ່ໄປ ເຊິ່ງສັງເກດເຫັນໄດ້ເຖິງຄວມຜິດປົກກະຕິທີ່ເກີດຂື້ນຫຼາຍໆພື້ນທີ່ໃນປະເທດເຮົາໃນໄລຍະທີ່ຜ່ານມາເຊັ່ນ ເມື່ອເຖິງລະດູແລ້ງ ຫຼາຍພື້ນທີ່ເກືອບຈະບໍ່ສາມາດທໍາການຜະລິດໄດ້  ແລະ ເມື່ອເຖິງລະດູຝົນ ເຮັດໃຫ້ເກີດສະພາບນໍ້າຖ້ວມຈົນເຮັດໃຫ້ບໍ່ສາມາດຮັບມືໄດ້ຢ່າງເຊັ່ນທີ່ເຄີຍຜ່ານມາໃນອະດີດ ແລະ ທີ່ສໍາຄັນໃນປັດຈຸບັນແມ່ນບໍ່ສາມາດຄາດການໄດ້ເລີຍເຖິງລະດັບຄວາມຮຸນແຮງຂອງໄພພິບັດ ເຊິ່ງສິ່ງນີ້ເຫັນວ່າເປັນເລື່ອງທີ່ເລັ່ງດ່ວນ ແລະ ມີຄວາມຈໍາເປັນຢ່ງຍິ່ງທີ່ຈະຕ້ອງມີການທໍາການສຶກສາເຖິງສາເຫດຕົ້ນຕໍວ່າອັນໃດເປັນສ່ວນເຮັດໃຫ້ເກີດຂື້ນຢ່າງຜິດປົກກະຕິ ແລະ ຮຸນແຮງທີ່ນັບມື້ນັບເພີ່ມຂື້ນເຊັ່ນນີ້ ເພື່ອນໍາມາຄົ້ນຄວ້າ ແລະ ຫາວິທີທາງສະກັດກັ້ນ ແລະ ປ້ອງການເພື່ອບໍ່ໃຫ້ເກີດຄວາມເສຍຫາຍຕໍ່ກັບປະຊາຊົນ ແລະ ຊັບພະຍາກອນທໍາມະຊາດເອງ.

ເນື່ອງຈາກເຫດການທີ່ເກີດຂື້ນ ທີ່ເຫັນວ່ານັບມືນັບເພີ່ມຂື້ນ ຂອງໄພພິບັດ ເຮັດໃຫ້ສະພາແຫ່ງຊາດລາວ ໄດ້ອອກກົດໝາຍໃໝ່ ກົດໝາຍວ່າດ້ວຍ ການຄຸ້ມຄອງໄພພິບັດ ເລກທີ 71 ສພຊ ລົງວັນທີ 24 ມິຖຸນາ 2019 ທີ່ຜ່ານມານີ້** ໂດຍມີຈຸດປສົງເພື່ອກໍານົດຫຼັກການ, ລະບຽບການ ແລະ ມາດຕະການ ກ່ຽວກັບໄພພິບັດ. ນອກຈາກກົດໝາຍສະບັບດັ່ງກ່າວແລ້ວ ໃນກົດໝາຍວ່າດ້ວຍ ການປົກປັກຮັກສາສິ່ງແວດລ້ອມ (2012) ກໍ່ໄດ້ກໍານົດບາງຕາດຕາກ່ຽວໄພພິບັດທໍາມະຊາດເຊັ່ນກັນ. ເຊິ່ງໃນປະຕິທິນກົດໝາຍປະຈໍາເດືອນ ກໍລະກົດ- ສິງຫາ 2020 ເຮົາກໍ່ໄດ້ນໍາສະເໜີຫົວຂໍ້ ‘ການຮັບມືກັບໄພພິບັດທໍາມະຊາດ’  ໂດຍໄດ້ຍົກ 3 ມາດຕາ ທີ່ກ່ຽວຂ້ອງຈາກກົດໝາຍ ດັ່ງກ່າວ (ເຊິ່ງທ່ານສາມາດເບິ່ງຂໍ້ມູນລາຍລະອຽດຕາມຮູບພາບຂ້າງລຸ່ມນີ້) ເພື່ອນໍາສະເໜີ ແລະ ເປັນບ່ອນອີງແນວທາງໃນການເຜີຍແຜ່ຂໍ້ມູນທີ່ກ່ຽວກັບການຮັບມືໄພພິບັດ ແກ່ສາທາລະນະຊົນ ຄື:

  • ມາດຕາ 62 (ປັບປຸງ) ໄພພິບັດທໍາມະຊາດ
  • ມາດຕາ 63 (ໃໝ່) ມາດຕະການປ້ອງກັນໄພພິບັດທໍາມະຊາດ
  • ມາດຕາ 64 (ໃໝ່) ການຄວບຄຸມໄພພິບັດທຳມະຊາດ

ເພື່ອເປັນການຊີ້ນໍາລວມກ່ຽວກັບການຄຸ້ມຄອງໄພພິບັດທໍາມະຊາດ ລັດຖະບານລາວກໍ່ໄດ້ສ້າງຕັ້ງ ຄະນະກໍາມະການຄຸ້ມຄອງໄພພິບັດທໍາມະຊາດ ຂື້ນ ໂດຍ ກະຊວງ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ເປັນກອງເລຂາຮັບຜິດ ຊອບໂດຍກົງໃນຂອບເຂດທົ່ວປະເທດ ແລະ ຄົ້ນຄວ້າວາງແຜນຍຸດທະສາດ,​ວິທີການ ແລະ ມາດຕະການກ່ຽວກັບການປ້ອງກັບ, ການຫຼຸດຜ່ອນໄພພິບັດ, ການແກ້ໄຂ ແລະ ບູລະນະ ຟື້ນຟູ ເຂດທີ່ປະສົບໄພພິບັດ ຫຼື ເຂດທີ່ກໍາລັງເກີດໄພພິບັດໂດຍດ່ວນ ພ້ອມທັງຕິດຕາມເຂດທີ່ອາດເກີດໄພພິບັດ ຢ່າງເປັນປັກກະຕິ.

ໃນກໍລະນີລະນີໄພພິບັດເກີດຂື້ນໃນຫຼາຍທ້ອງຖິ່ນພ້ອມກັນ ອົງການປົກຄອງທ້ອງຖິ່ນທີ່ກ່ຽວຂ້ອງຕ້ອງປະສານສົມທົບກັນ ເພື່ອຊອກຫາວິທີການ ແລະ ມາດຕະການ ເພື່ອປ້ອງກັນ ແລະ ຫຼຸດຜ່ອນໄພພິບັດດັ່ງກ່າວໃຫ້ໄດ້ຢ່າງທັນການ.

ນອກຈາກຂໍ້ມູນທາງກົດໝາຍທີ່ສໍາຄັນກ່ຽວກັບຫົວຂໍ້ດັ່ງກ່າວແລ້ວ ໃນປະຕິທິນປະຈໍາເດືອນນີ້ຍັງໄດ້ໃຫ້ຮູ້ຂໍ້ມູນກ່ຽວກັບສາຍດ່ວນທີ່ສາມາດໃຊ້ໃນການຕິດຕໍ່ຫາໜ່ວຍງານທີ່ກ່ຽວຂ້ອງ ໄດ້ເຊັ່ນ: ສາຍດ່ວນລັດຖະບານ (1516); ສາຍດ່ວນສະພາແຫ່ງຊາດ (156); ສ່ວນດ່ວນບັນຫາທີ່ດິນດ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລລ້ອມ (1514), ສາຍດ່ວນກໍາມະບານ (1512), ສາຍດ່ວນປົກປ້ອງແມ່ຍິງ ແລະ ເດັກນ້ອຍ (1362), ສາຍດ່ວນ ຕ້ານການຄ້າມະນຸດ (1300) ແລະ ສາຍດ່ວນປັກປ້ອງຜູ້ຊົມໃຊ້ (1510).


ເອກະສານອ້າງອີງ‘ກົດໝາຍວ່າດ້ວຍ ການປົກປັກຮັກສາສິ່ງແວດລ້ອມ, ເລກທີ 29/ສພຊ, ລົງວັນທີ 18 ທັນວາ 2012’: https://bit.ly/2ZoAE4O

*ໝາຍເຫດ: ເອກະສານທາງກົດໝາຍໃນເດືອນນີ້ ແມ່ນມີຄວາມພິດພາດກ່ຽວກັບວັນທີການລະບຸວັນທີທີ່ລົງລາຍເຊັນຂອງກົດໝາຍສະບັບດັ່ງກ່າວ ເຊິ່ງສຳລັບສະບັບທີ່ມີການເຜີຍແຜ່ໃນຈົດໝາຍເຫດທາງລັດຖະການແມ່ນ ກົດໝາຍວ່າດ້ວຍ ການປົກປັກຮັກສາສິ່ງແວດແລ້ວມ, ເລກທີ 26/ສພຊ, ລົງວັນທີ 17 ກຸມພາ 2013. ຈາກການສຶກສາເບິ່ງເນື້ອຫາແມ່ນບໍ່ມີຫຍັງປ່ຽນແປງ ແລະ ບັນດາມາດຕາທີ່ນໍາສະເໜີຂ້າງເທິງນັ້ນແມ່ນຖືກຕ້ອງກັບເນື້ອຫາທີ່ລະບຸໃນກົດໝາຍສະບັບນີ້.

**ໃນຊ່ວງການພັດທະນາປະຕິທິນກົດໝາຍສະບັບປີ 2020 ນີ້ ເນື່ອງຈາກທາງທີມງານແມ່ນບໍ່ສາມາດເຂົ້າເຖິງຂໍ້ມູນກົດໝາຍ ວ່າດ້ວຍ ການຄຸ້ມຄອງໄພພິບັດ ເລກທີ 71/ສພຊ ລົງວັນທີ 24 ມິຖຸນາ 2019 ໄດ້ (ເຊິ່ງໃນໄລຍະນັ້ນແມ່ນ ທາງທີມງານແມ່ນບໍ່ເຫັນກົດໝາຍສະບັບນີ້ເຜີຍແຜ່ໃນເວັບໄຊ້ຂອງ ຈົດໝາຍເຫດທາງລັດຖະການ) ດັ່ງນັ້ນ ຈຶ່ງໄດ້ອີງໃສ່ 3 ມາດຕາທີ່ກ່ຽວຂ້ອງຈາກ ກົດໝາຍວ່າດ້ວຍ ການປົກປັກຮັກສາສິ່ງແວດລ້ອມເປັນບ່ອນອີງ.

ພວກເຮົາຕ້ອງຂໍອະໄພມານະທີ່ນີ້ດ້ວຍສໍາລັບບາງຂໍ້ມູນຂໍ້ທີ່ຜິດພາດ ທີ່ນໍາສະເໜີໃນປະຕິທິນສະບັບນີ້.