http://bit.ly/2DVsBB5

ກຸ່ມແລກປ່ຽນຂໍ້ມູນເລື່ອງທີ່ດິນ (LIWG) ຈະຈັດງານ ເປີດຕົວປະຕິທິນກົດໝາຍ ປີ 2020 (Legal Calendar 2020). ເຊິ່ງປະຕິທິນກົດໝາຍປີ 2020 ແມ່ນພາກສ່ວນໜຶ່ງໃນການສື່ສານທາງນິຕິກໍາ ເຊັ່ນ: ກົດໝາຍ, ດໍາລັດ ແລະ ບົດແນະນໍາໃນຂົງເຂດທີ່ດິນ,ປ່າໄມ້,ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແລະ ບົດບາດຍິງ-ຊາຍ ເພື່ອໃຫ້ຊາວບ້ານສາມາດເຂົ້າເຖີງຂໍ້ມູນຂ່າວສານດັ່ງກ່າວ, ຮັບຮູ້ຂະບວນການປົກປ້ອງສິດຜົນປະໂຫຍດຂອງຕົນ ເຊິ່ງຫົວຂໍ້ຫຼັກຂອງແຕ່ລະໜ້າ ມີເນື້ອໃນທີ່ສາມາດນໍາໃຊ້ໄດ້ທາງດ້ານກົດໝາຍ ແລະ ເຂົ້າໃຈງ່າຍເໝາະສົມກັບປະຊາຊົນໃນແຕ່ລະທ້ອງຖິ່ນທົ່ວປະເທດ.
ຈຸດປະສົງ: ເພື່ອເປັນການນໍາະເໜີບັນດາຫົວຂໍ້ຕ່າງໆຂອງປະຕິທິນກົດໝາຍສະບັບປີ 2020 ເຊິ່ງຕິດພັນກັບ ບັນດາລະບຽບກົດໝາຍກ່ຽວກັບທີ່ດິນ ແລະ ຊັບພະຍາກອນທໍາມະຊາດ ໂດຍມີເປົ້າໝາຍ ເພື່ອເຜີຍແຜ່ຂໍ້ມູນເຫຼົ່ານັ້ນອອກໄປ ສູ່ສັງຄົມໃຫ້ກ້ວາງຂວາງ ໂດຍສະເພາະປະຊາຊົນທີ່ຢູ່ເຂດຫ່າງໄກສອກຫຼີກ
ວັນທີ: 18 ທັນວາ 2019, ເວລາ 13:30 ຫາ 16:30
ສະຖານທີ່: ຄະນະສະຖາປັດຕະຍະກໍາສາດ -ມະຫາວິທະຍາໄລແຫ່ງຊາດ (ວິທິຍາເຂດດົງໂດກ)
ພາຍໃນງານຈະມີຜູ້ເຂົ້າຮ່ວມຈາກພາກລັດທີ່ກ່ຽວຂ້ອງ, ມະຫາວິທະຍາໄລ, ອົງການຈັດຕັ້ງທາງສັງຄົມລາວ ແລະ ສາກົນ ພ້ອມດ້ວຍຄູ່ຮ່ວມງານອື່ນໆ ມາຮ່ວມດ້ວຍ.
ໝາຍເຫດ: ໃນງານແມ່ນຈະດໍາເນີນການເປັນພາສາລາວ


