ຈົດໝາຍຂ່າວ ກຸ່ມແລກປ່ຽນຂໍ້ມູນເລື່ອງທີ່ດິນ ສະບັບທີ 2

1448

ຈົດໝາຍຂ່າວສະບັບນີ້ ແມ່ນ ສະບັບທີ 2 ຂອງ ກຸ່ມແລກປ່ຽນຂໍ້ມູນເລື່ອງທີ່ດິນ (LIWG) ປະຈໍາໄຕມາດ ເດືອນ ຕຸລາ-ທັນວາ 2017. ຈົດໝາຍຂ່າວຂອງພວກເຮົາແມ່ນມີຈຸດປະສົງ ເພື່ອນຳສະເໜີ ກ່ຽວກັບບັນດາກິດຈະກຳຕ່າງໆທີ່ໄດ້ຈັດຕັ້ງປະຕິບັດໂດຍ ກອງເລຂາກຸ່ມແລກ ປ່ຽນຂໍ້ມູນເລື່ອງທີ່ດິນ, ເຄືອຂ່າຍ, ຄູ່ຮ່ວມງານ ແລະ ໂຄງການລິເລີ່ມກ່ຽວກັບວຽກງານດ້ານທີ່ດິນ, ການປົກປັກຮັກສາຊັບພະຍາກອນທຳມະຊາດ ແລະ ການສົ່ງເສີມການເຄົາລົບສິດທິຂອງຊຸມຊົນ ຕໍ່ກັບການຄອບຄອງທີ່ດິນ ແລະ ຊັບພະຍາກອນທຳມະຊາດ. 

ເນື້ອໃນເດັ່ນໃນຈົດໝາຍຂ່າວສະບັບນີ້ ແມ່ນ:

  • ກອງປະຊຸມສະມາຊິກຫຼັກຂອງ LIWG
  • ການລາຍງານຄືນບົດຮຽນຈາກການຝຶກອົບຮົມກ່ຽວກັບ ການລົງທຶນດ້ານກະສິກຳແບບຢືນຍົງ
  • ກອງປະຊຸມແລກປ່ຽນ ກ່ຽວກັບບົດລາຍງານ ການຫັນປ່ຽນທີ່ດິນເປັນທຶນ
  • ງານເປີດໂຕປະຕິທິນກົດໝາຍສະບັບ ປີ 2018
  • ກອງປະຊຸມກ່ຽວກັບ ຊຸມຊົນແຫ່ງການຮຽນຮູ້ ແລະ ແລກປ່ຽນຂອງໂຄງການ LIFE
  • ການຄຸ້ມຄອງທີ່ດິນຍັງມີຂໍ້ບົກພ່ອງ: ປະເດັນທີ່ໄດ້ນຳສະເໜີໃນກອງປະຊຸມພົບປະຄະນະກະຊວງ

ດາວໂລດຈົດໝາຍຂ່າວສະບັບນີ້: ສະບັບພາສາລາວ   ສະບັບພາສາອັງກິດ