ກອງປະຊຸມນໍາສະເໜີເບື້ອງຕົ້ນງານສຶກສາກ່ຽວກັບ ສິດທິທີ່ດິນຂອງແມ່ຍິງ

    941
    When:
    10/09/2019 @ 8:00 AM – 4:30 PM
    2019-09-10T08:00:00+07:00
    2019-09-10T16:30:00+07:00
    Contact:
    Land Information Working Group
    030 9815657
    ແມ່ຍິງ ທ່ານໜຶ່ງ ຢູ່ ເມືອງນາໝໍ້, ແຂວງ ອຸດົມໄຊ ກຳລັງເກັບໜາກແໜ່ງທີ່ຕາກແຫ້ງ. ພາບໂດຍ LIWG

    ກຸ່ມແລກປ່ຽນຂໍ້ມູນເລື່ອງທີ່ດິນ ຈະມີການຈັດກອງປະຊຸມ ‘ນໍາສະເໜີເບື້ອງຕົ້ນງານສຶກສາກ່ຽວກັບ ສິດທິທີ່ດິນຂອງແມ່ຍິງ’ ຂື້ນໃນວັນທີ 10 ກັນຍາ 2019 ແຕ່ເວລາ 8:00 ເຊົ້າ –​ 16:30 ແລງ ທີ່ນະຄອນຫຼວງວຽງຈັນ, ປະເທດລາວ.

    ສໍາລັບຈຸດປະສົງຂອງການຈັດກອງປະຊຸມຄັ້ງນີ້ແມ່ນເພື່ອ:

    1. ແນະນໍາທີມງານສຶກສາ ແລະ ກອບໜ້າວຽກ ແລະ ເຄື່ອງມື ທີ່ຈະໃຊ້ເຂົ້າໃນການສຶກສາ
    2. ຄົ້ນຄ້ວາເປັນກຸ່ມ ໂດຍອີງໃສ່ຄໍາຖາມລຸ່ມນີ້:
      – ມີກິດຈະກໍາ ຫຼື ງານສຶກສາອັນໃດແດ່ ທີ່ບັນດາສະມາຊິກ LIWG ໄດ້ດໍາເນີນແດ່ແລ້ວ ທີ່ກ່ຽວກັບ ວຽກງານຄວາມເທົ່າທຽມບົດບາດແມ່ຍິງ, ສິດທິທາງຊັບສິນປັນຍາຂອງແມ່ຍິງ, ສິດທິທີ່ດິນ, ວຽກງານດ້ານການຈັດສັນທີ່ດິນແບບມີສ່ວນຮ່ວມ (PLUP)
      – ທາງສະມາຊິດໄດ້ປະກອບສ່ວນຫຼື ໃຫ້ການສະໜັບສະນູນຄືແນວໃດແດ່ຕໍ່ກັບແມ່ຍິງໃນຂັ້ນເມືອງ ແລະ ຂັ້ນບ້ານ ເພື່ອໃຫ້ມີສ່ວນຮ່ວມຕໍ່ກັບການຄຸ້ມຄອງທີ່ດິນ?
      – ຜົນຈາກການຄົ້ນຄວ້າ ແລະ ຂໍ້ສັງເກດ ກ່ຽວກັບ ປັດໄຈທາງດ້ານສັງຄົມ ແລະ ວັດທະນາທໍາ ທີ່ເປັນອຸປະສັກ ຕໍ່ກັບ ການເຂົ້າເຖິງທີ່ດິນຂອງແມ່ຍິງ
      – ຜົນຈາກການຄົ້ນຄວ້າ ແລະ ຂໍ້ສັງເກດ ກ່ຽວກັບ ອຸປະສັກທາງດ້ານ ການເຂົ້າເຖິງຄວາມຍຸດຕິທໍາ ແລະ ໜ່ວຍງານທີ່ກ່ຽວຂ້ອງ ຕໍ່ກັບສິດທິແມ່ຍິງໃນການເຂົ້າເຖິງສິດທິທີ່ດິນ
      – ທ່ານຄິດວ່າ ມີຄວາມຈໍາເປັນບໍທີ່ຈະມີຊື່ຂອງແມ່ຍິງ (ຜູ້ເປັນເມຍ) ລົງໃນໃບຕາດິນ? ຍ້ອນຫຍັງ?

    ສອບຖາມຂໍ້ມູນເພີ່ມເຕີມ ຫາອີເມລ: info@laolandinfo.org