ກຸ່ມແລກປ່ຽນຂໍ້ມູນເລື່ອງທີ່ດິນ ຈະມີການຈັດກອງປະຊຸມ ‘ນໍາສະເໜີເບື້ອງຕົ້ນງານສຶກສາກ່ຽວກັບ ສິດທິທີ່ດິນຂອງແມ່ຍິງ’ ຂື້ນໃນວັນທີ 10 ກັນຍາ 2019 ແຕ່ເວລາ 8:00 ເຊົ້າ – 16:30 ແລງ ທີ່ນະຄອນຫຼວງວຽງຈັນ, ປະເທດລາວ.
ສໍາລັບຈຸດປະສົງຂອງການຈັດກອງປະຊຸມຄັ້ງນີ້ແມ່ນເພື່ອ:
- ແນະນໍາທີມງານສຶກສາ ແລະ ກອບໜ້າວຽກ ແລະ ເຄື່ອງມື ທີ່ຈະໃຊ້ເຂົ້າໃນການສຶກສາ
- ຄົ້ນຄ້ວາເປັນກຸ່ມ ໂດຍອີງໃສ່ຄໍາຖາມລຸ່ມນີ້:
– ມີກິດຈະກໍາ ຫຼື ງານສຶກສາອັນໃດແດ່ ທີ່ບັນດາສະມາຊິກ LIWG ໄດ້ດໍາເນີນແດ່ແລ້ວ ທີ່ກ່ຽວກັບ ວຽກງານຄວາມເທົ່າທຽມບົດບາດແມ່ຍິງ, ສິດທິທາງຊັບສິນປັນຍາຂອງແມ່ຍິງ, ສິດທິທີ່ດິນ, ວຽກງານດ້ານການຈັດສັນທີ່ດິນແບບມີສ່ວນຮ່ວມ (PLUP)
– ທາງສະມາຊິດໄດ້ປະກອບສ່ວນຫຼື ໃຫ້ການສະໜັບສະນູນຄືແນວໃດແດ່ຕໍ່ກັບແມ່ຍິງໃນຂັ້ນເມືອງ ແລະ ຂັ້ນບ້ານ ເພື່ອໃຫ້ມີສ່ວນຮ່ວມຕໍ່ກັບການຄຸ້ມຄອງທີ່ດິນ?
– ຜົນຈາກການຄົ້ນຄວ້າ ແລະ ຂໍ້ສັງເກດ ກ່ຽວກັບ ປັດໄຈທາງດ້ານສັງຄົມ ແລະ ວັດທະນາທໍາ ທີ່ເປັນອຸປະສັກ ຕໍ່ກັບ ການເຂົ້າເຖິງທີ່ດິນຂອງແມ່ຍິງ
– ຜົນຈາກການຄົ້ນຄວ້າ ແລະ ຂໍ້ສັງເກດ ກ່ຽວກັບ ອຸປະສັກທາງດ້ານ ການເຂົ້າເຖິງຄວາມຍຸດຕິທໍາ ແລະ ໜ່ວຍງານທີ່ກ່ຽວຂ້ອງ ຕໍ່ກັບສິດທິແມ່ຍິງໃນການເຂົ້າເຖິງສິດທິທີ່ດິນ
– ທ່ານຄິດວ່າ ມີຄວາມຈໍາເປັນບໍທີ່ຈະມີຊື່ຂອງແມ່ຍິງ (ຜູ້ເປັນເມຍ) ລົງໃນໃບຕາດິນ? ຍ້ອນຫຍັງ?
ສອບຖາມຂໍ້ມູນເພີ່ມເຕີມ ຫາອີເມລ: info@laolandinfo.org